ແຂວງສາຣະວັນ ຍົກເລີກ 19 ໂຄງການ ການລົງທຶນ
19 ໂຄງການ ການລົງທຶນ ໃນແຂວງສາຣະວັນ ຖືກຍົກເລີກ ຊຶ່ງມີມູນຄ່າ 1,652 ຕື້ກີບ ຍ້ອນວ່າ ໂຄງການ ດັ່ງກ່າວນີ້ ບໍ່ມີປະສິດທິຜົລ ແລະ ບໍ່ປະຕິບັດຕາມສັນຍາ ການລົງທຶນ, ໃນນັ້ນ ສ່ວນຫຼາຍແມ່ນໂຄງການ ຈາກວຽດນາມ, ຈີນ ແລະໄທຍ.
-
ຈຳປາທອງ
2022-03-15 -
-
-
Your browser doesn’t support HTML5 audio
ແຂວງສາຣະວັນ ມີໂຄງການລົງທຶນທັງໝົດ 74 ໂຄງການ. ໃນນັ້ນໄດ້ຍົກເລີກ 19 ໂຄງການ, ມູນຄ່າທັງໝົດ 1,652 ຕື້ກີບ ຍ້ອນໂຄງການດັ່ງກ່າວບໍ່ມີປະສິດ ທິຜົລ ແລະບໍ່ປະຕິບັດຕາມສັນຍາ ການລົງທຶນ ພາຍຫລັງ ທີ່ໄດ້ຮັບສັມປະທານແລ້ວ ຊຶ່ງສ່ວນຫລາຍແມ່ນໂຄງການ ຂອງນັກລົງທຶນວຽດນາມ, ຈີນ ແລະໄທຍ, ອີງຕາມຄໍາເວົ້າຂອງທ່ານ ໂພສີ ແກ້ວສີພັນດອນ ຫົວໜ້າຜແນກແຜນການ ແລະການລົງທຶນແຂວງສາຣະວັນ ໃນມື້ວັນທີ 9 ມິນາ 2022.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ທີ່ມີປະສົບການ ໃນການຄຸ້ມຄອງການລົງທຶນ ຂອງຕ່າງປະເທດ ຢູ່ແຂວງສາຣະວັນ ຜູ້ຂໍສງວນຊື່ ແລະຕໍາແໜ່ງທ່ານນຶ່ງເວົ້າຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 15 ມິນານີ້ວ່າ:
“ວຽດກໍມີເນາະ ໄທກໍມີ ຈີນກໍມີ ແຕ່ສ່ວນໃຫຍ່ມັນກໍຈະເປັນວຽດ ສ່ວນໃຫຍ່ມັນກໍເຮັດໄປຕາມລະບົບລະບຽບ ຂອງເຮົາຫັ້ນແຫລະ ມັນກໍມີທັງເບື້ອງຜູ້ປະກອບການ ມັນກໍຢູ່ໃນຊ່ວງຂອງໂຄວິດ-19 ມັນກໍທາງເຮົາກໍສິໝູນໃຊ້ ແຕ່ມັນກໍເປັນປະສິດທິຜົນຫຍັງຕ່າງໆ ແຕ່ມັນກໍເປັນຜົລດີ ຂອງຣັດຂອງຫຍັງຈັ່ງຊີ້.”
ທ່ານກ່າວຕື່ມວ່າ ສໍາລັບ 19 ໂຄງການທີ່ບໍ່ມີປະສິດທິຜົນ ແລະຕ້ອງໄດ້ຖືກຍົກເລີກນັ້ນ ສ່ວນຫລາຍເປັນໂຄງການຂອງຕ່າງປະເທດ ຊຶ່ງໄດ້ຂໍອະນຸຍາດລົງທຶນປູກໝາກເຍົາ ເພື່ອຜະລິດນໍ້າມັນໃບໂອດີເຊລ ແຕ່ໂຄງການນັ້ນບໍ່ໄປບໍ່ມາຫຍັງ, ເປັນໂຄງການ ທີ່ສົ່ງຜົລກະທົບຕໍ່ສິ່ງແວດລ້ອມຫລາຍ ເຖິງແມ່ນວ່າໜ່ວຍງານທີ່ກ່ຽວຂ້ອງ ຈະໄດ້ໄປກວດກາ ແລະກ່າວເຕືອນຫລາຍເທື່ອ ແຕ່ເຈົ້າຂອງໂຄງການ ກໍບໍ່ແກ້ໄຂ.
ເຈົ້າໜ້າທີ່ ທີ່ກໍາກັບໂຄງການລົງທຶນ ຢູ່ແຂວງສາຣະວັນ ຜູ້ບໍ່ປະສົງອອກຊື່ອ ແລະຕໍາແໜ່ງທ່ານນຶ່ງ ກໍກ່າວໃນມື້ດຽວກັນນີ້ວ່າ ໂຄງການລົງທຶນທີ່ຖືກຍົກເລີກ ສ່ວນຫລາຍແມ່ນບໍ່ປະຕິບັດຕາມເງື່ອນໄຂ ທີ່ທາງການກໍານົດໃຫ້ ຄືບໍ່ດໍາເນີນການຕາມແຜນການ, ຕາມໄລຍະເວລາທີ່ໄດ້ເຊັນສັນຍາໄວ້ ແລະບໍ່ແກ້ໄຂຜົລກະທົບຕ່າງໆ ທີ່ເກີດຂຶ້ນຈາກການດໍາເນີນ ກິຈການຂອງໂຄງການ ເປັນຕົ້ນຜົລກະທົບຕໍ່ສິ່ງແວດລ້ອມ ແລະການຈັດສັນທີ່ດິນ ທໍາກິນໃຫ້ປະຊາຊົນ.
“1 ກໍການປະຕິບັດສັນຍາ ກໍປະຕິບັດບໍ່ໄດ້ ກໍໂຕນີ້ຈະເປັນຫລັກໆເນາະ ກໍານົດເວລານີ້ລະເນາະ ຂໍ້ກໍານົດເວລາກໍຣະນີວ່າ ໂຕຢ່າງການກໍ່ສ້າງເນາະ ກໍເຮັດ MOU ເທົ່ານັ້ນເດືອນເທົ່ານີ້ເດືອນເນາະ ພໍເຖິງກໍານົດເວລາແລ້ວຍັງບໍ່ໄດ້ ກໍ ພວກເຮົາກໍໄດ້ສັ່ງໂຈະເນາະ ອັນທີ 1. ອັນທີ 2 ກໍຜົນກະທົບເນາະ ແມ່ນແຫລະຜົນກະທົບດ້ານສິ່ງແວດລ້ອມເນາະ ການອົພຍົບປະຊາຊົນນີ້ແຫລະ ເປັນບັນຫາຫລັກ.”
ທ່ານກ່າວຕື່ມວ່າ ໂຄງການລົງທຶນ ທີ່ໄດ້ຮັບສິດສັມປະທານ ຈາກຣັຖບານ ແລະ ອໍານາດການປົກຄອງແຂວງ ຖືກຍົກເລີກນັ້ນ ແມ່ນເປັນຍ້ອນນັກລົງທຶນ ບໍ່ສາມາດດໍາເນີນການ ຕາມທີ່ໄດ້ເຊັນສັນຍາໄວ້ໄດ້ຕາມກໍານົດເວລາ, ໄດ້ຂໍຕໍ່ອາຍຸສັມປະທານຫລາຍຄັ້ງ, ຈັບຈອງໂຄງການໄວ້ເພື່ອຊອກຫາ ນັກລົງທຶນ, ໂອນ ຫລືຂາຍກິຈການໃຫ້ຜູ້ລົງທຶນໃໝ່. ບາງໂຄງການ ມີຂໍ້ຂັດແຍ່ງເຣື່ອງທີ່ດິນ ກັບປະຊາຊົນ ແລະບາງເທື່ອບໍຣິສັດດໍາ ເນີນກິຈການບໍ່ສອດຄ່ອງ ກັບບົດວິພາກເສຖກິດ-ຕິກນິກ.
ເຈົ້າໜ້າທີ່ ທີ່ເຄີຍໄປກວດກາດິນສັມປະທານ ສໍາລັບໂຄງການລົງທຶນຂອງຕ່າງ ປະເທດທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 15 ມິນານີ້ວ່າ ເມື່ອນັກລົງ ທຶນໄດ້ຂໍສັມປະທານເຮັດໂຄງການ ຈາກອໍານາດການປົກຄອງບ້ານ ແລະເມືອງຂອງ ແຂວງສາຣະວັນແລ້ວ ກໍບໍ່ປະຕິບັດຕາມສັນຍາ, ເຮັດໃຫ້ມີຜົລກະທົບ ໃນຂະນະທີ່ຊາວບ້ານ ໃນພື້ນທີ່ມີຄວາມຫວັງວ່າ ຈະມີວຽກເຮັດງານທໍາ.
“ກໍກະທົບຫັ້ນແຫລະເນາະ ກໍກະທົບຄວາມຕັ້ງໃຈ ທຸກສິ່ງທຸກຢ່າງເມື່ອໄດ້ໄປລົມໄວ້ຫັ້ນແລ້ວ ໄດ້ມີວິຊາການ ໄດ້ມີແກນນໍາ ກໍມາບາດແລ້ວຜູ້ສັມປະທານຫັ້ນແຫລະ ຜູ້ມາລົງທຶນຫັ້ນແຫລະ ບ້ານມາຢັ້ງຢືນແລ້ວໂຕນີ້ບໍ່ທັນໄດ້ມາ ມັນເຮັດໃຫ້ຈັ່ງຊັ້ນຈັ່ງຊີ້ ດິນໝົດແລ້ວວ່າຊັ້ນສາ.”
ໃນໄລຍະການແຜ່ຣະບາດ ຂອງເຊື້ອໂຄວິດ-19 ເຈົ້າຂອງໂຄງການລົງທຶນຕ່າງ ປະເທດຈໍານວນນຶ່ງ ເດີນທາງກັບຄືນປະເທດຂອງເຂົາ, ເຮັດໃຫ້ກິຈການບາງປະເພດ ເປັນຕົ້ນ ທີ່ກ່ຽວຂ້ອງກັບການແປຮູບສິນຄ້າກະເສດ ຈໍາເປັນຕ້ອງໄດ້ປິດເປັນການຊົ່ວຄາວ.
ດັ່ງຊາວບ້ານບ້ານສັນທົ່ງ ເມືອງເລົ່າງາມຜູ້ນຶ່ງເວົ້າວ່າ:
“ກໍມີເຫັນຢູ່ນຶ່ງໂຄງການແນວນັ້ນ ແຕ່ວ່າເຂົາຍັງບໍ່ທັນໄດ້ມາສືບຕໍ່ຫັ້ນ ກໍແມ່ນໂຄງ ການທີ່ເຂົາເຮັດແປ້ງມັນຕົ້ນຫັ້ນແຫລະ ເຫັນຢູ່ໃກ້ໆບ້ານ ເຫັນວ່າເປັນຂອງຄົນໄທຍວ່າຊັ້ນ ຕັ້ງແຕ່ຊ່ວງໂຄວິດ-19 ແລ້ວ ເຂົາເຈົ້າຂອງໂຄງການບໍ່ຮູ້ວ່າຈັ່ງໃດ ບໍ່ທັນໄດ້ດໍາເນີນການຕໍ່ ເຫັນຢູ່ ເປັນໂຄງການແປ້ງມັນຕົ້ນນ່າ ກໍາລັງເຮັດກໍມີແຕ່ໂຮງງານ ກໍມີແຕ່ຫລັງ ຫລັງທີ່ວ່າເຂົາເຮັດໂຮງງານ ເຫັນຫລັງໃຫຍ່ເຕີບຢູ່ ແຕ່ບໍ່ທັນໄດ້ດໍາເນີນການຫຍັງ.”
ສໍາລັບໂຄງການການລົງທຶນອີກ 55 ໂຄງການ ທີ່ຍັງດໍາເນີນກິຈການຢູ່ໃນແຂວງສາຣະວັນນັ້ນ ແມ່ນມີ 3 ຂແນງການ ຄືຂແນງກະສິກໍາ ແລະປ່າໄມ້ 23 ໂຄງການ ເປັນມູນຄ່າ 800 ຕຶ້ກີບ, ຂແນງອຸດສາຫະກໍາ 11 ໂຄງການ ເປັນມູນຄ່າ 508 ຕື້ກີບ ແລະຂແນງບໍຣິການ 21 ໂຄງການ ເປັນມູນຄ່າ 344 ຕື້ກີບ. ໃນ 55 ໂຄງການທີ່ວ່ານີ້ ເປັນການລົງທຶນຂອງຕ່າງປະເທດ 31 ໂຄງ ການ, ມູນຄ່າ 1,273 ຕື້ກີບ. ຫລາຍກວ່າໝູ່ ແມ່ນການລົງທຶນ ຂອງວຽດນາມ ກວມເອົາ 43.04%. ຮອງລົງມາ ແມ່ນຈີນ ກວມເອົາ 41.63%. ໄທຍ ກວມເອົາ 7.82% ແລະອື່ນໆ. ສໍາລັບການລົງທຶນພາຍໃນ ມີ 24 ໂຄງການ ມູນຄ່າ 379.11 ຕື້ກີບ.
ສໍາລັບຢູ່ແຂວງບໍ່ແກ້ວ ເມື່ອປີ 2020 ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງແຂວງບໍ່ແກ້ວ ກ່າວວ່າ ມີໂຄງການລົງທຶນໃນແຂວງ ທີ່ໄດ້ຮັບອະນຸຍາດໄປແລ້ວ ແຕ່ບໍ່ໄດ້ຈັດຕັ້ງປະຕິບັດ ຖືເປັນການຈັບຈອງທີ່ແກ່ຍາວ, ທ່ວງດຶງການພັທນາ ແລະເປັນການດໍາເນີນທຸຣະກິດ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ຊຶ່ງທາງແຂວງໄດ້ກວດກາ ແລະສັ່ງຍົກເລີກໄປ 7 ໂຄງການ, ເປັນໂຄງການຂອງນັກລົງທຶນທັງພາຍໃນ ແລະຕ່າງປະເທດ. ພ້ອມກັນນັ້ນກໍໄດ້ກວດກາ ໂຄງການລົງທຶນປູກກ້ວຍຂອງ 60 ບໍຣິສັດ. ໃນນັ້ນ ມີພຽງ 13 ບໍຣິສັດ ທີ່ປະກອບເອກສານຖືກຕ້ອງ. ສ່ວນທີ່ເຫລືອ ແມ່ນຍັງບໍ່ສາມາດແກ້ໄຂໄດ້ ຍ້ອນເຈົ້າຂອງໂຄງ ການ ເດີນທາງກັບຄືນປະເທດຂອງພວກເຂົາ ໃນໄລຍະການແຜ່ຣະບາດຂອງ ໂຄວິດ-19 ນີ້.
ແລະກ່ອນນັ້ນ ຄືໃນປີ 2019 ຍານາງ ຄໍາຈອມພູ ສິລິຄໍາ ສະມາຊິກສະພາແຫ່ງຊາດ ເຂດ 5 ແຂວງບໍ່ແກ້ວ ກໍໄດ້ກ່າວຕໍ່ກອງປະຊຸມ ສມັຍສາມັນຄັ້ງທີ 8 ຂອງສະພາແຫ່ງຊາດຊຸດທີ 8 ວ່າ ໃນແຂວງບໍ່ແກ້ວ ມີເຖິງ 400 ປາຍໂຄງ ການ ທີ່ສັມປະທານດິນປູກກ້ວຍ ໄດ້ຢຸດເຊົາກ່ອນໝົດສັນຍາ ຫລືບໍ່ມີຄວາມເອົາໃຈໃສ່ໃນເຣື່ອງທີ່ດິນ ປະປ່ອຍ ບໍ່ປູກຫຍັງ ແລະມີບາງໂຄງການສໍາປະ ທານປູກກ້ວຍ ທີ່ໝົດອາຍຸສັມປະທານໄປແລ້ວ ແຕ່ກໍຍັງປູກຢູ່ຕໍ່ໄປ. ສະນັ້ນ ຈຶ່ງຢາກໃຫ້ຣັຖບານ ແກ້ໄຂບັນຫານີ້ຢ່າງຈິງຈັງ ແລະຫັນມາສົ່ງເສີມ ໃຫ້ປະຊາຊົນປູກພືດ ຊນິດອື່ນ ທີ່ບໍ່ໃຊ້ສານເຄມີນັ້ນແທນ.