ແຂວງສາຣະວັນມີວຽກໃຫ້ ຄົນງານ
2016.12.09
ປະຈຸບັນ ຊາວຫນຸ່ມລາວ ທີ່ ລັກໄປເຮັດວຽກ ໃນໄທ ທີ່ໄດ້ລົງທະບຽນ ແຮງງານ ກັບທາງການ ມີຈຳນວນ ຫລຸດລົງຈາກປີ 2015 ປະມານ 1 ພັນຄົນ ເນື່ອງຈາກວ່າ ເລີ້ມມີໂຮງງານ ເຂົ້າມາຕັ້ງ ໃນແຂວງຫຼາຍຂຶ້ນ. ຕາມການເປີດເຜີຍ ຂອງ ເຈົ້າຫນ້າທີ່ ແຂວງສາຣະວັນ ຜູ້ບໍ່ປະ -ສົງ ອອກຊື່ ທ່ານນຶ່ງ ຕໍ່ເອເຊັຽເສຣີ ໃນມື້ວັນທີ 5 ທັນວາ ຜ່ານມາ:
"ແຕ່ວ່າມາຊ່ວງນີ້ ຈະຫລຸດລົງເນາະ ໃນເມື່ອກ່ອນ ມັນເຖິງ 12 ພັນປາຍ ຕໍ່ມາຈະເຖິງຢູ່ 11 ພັນປາຍ ຈະລົດລົງ ເພາະວ່າ ມີໂຮງງານ ຂອງໂຮງງານ ຊີເມັນ ໂຮງງານ ຊີມັງ ເພິ່ນໄດ້ເຮັດ ຊີມັງ ເພິ່ນກໍຕ້ອງການ ແຮງງານລາວ ເຂົ້າເຮັດວຽກຢູ່ ຫົວຫນ່ວຍ ໂຮງງານນັ້ນ ເງີນເດືອນ ເພິ່ນກໍໃຫ້ດີ ດ້ານ ສວັດດີການ ປະກັນ ສັງຄົມ ກໍມີຄົບ ເມິດເນາະ ເງິນ ໂອທີ່ ເງິນລ່ວງເວລາ ນັ້ນແຫຼະເຈົ້າ".
ຍານາງກ່າວຕື່ມວ່າ ຜູ້ທີ່ລັກໄປ ເຮັດວຽກຢູ່ ປະເທດໄທ ນີ້ ສ່ວນຫຼາຍ ເປັນກຸ່ມທີ່ ບໍ່ລົງທະບຽນ ແຮງງານ ຕາມຂໍ້ຕົກລົງ MOU ລາວ-ໄທ, ຂະເຈົ້າຈະໃຊ້ ແຕ່ ພາສປອດ ຫລືໃຊ້ ໃບຜ່ານແດນຊື່ໆ ເມື່ອຜ່ານດ່ານໄດ້ແລ້ວ ຂະເຈົ້າ ກໍຊອກວຽກ ເຮັດເອງຫລື ໄປເຮັດວຽກ ນຳຫມູ່ ຜູ້ທີ່ ຂ້າມໄປກ່ອນ ວຽກສ່ວນໃຫຍ່ ຈະແມ່ນ ວຽກໂຮງງານ ຮ້ານອາຫານ ກັມມະກອນ ກໍ່ສ້າງ ແລະ ຄາຣາໂອເກະ.
ນາງວ່າ ເຖິງແມ່ນວ່າ ໃນປີ 2016 ຈະມີແຮງງານ ໃນແຂວງ ຂ້າມໄປເຮັດວຽກ ໃນໄທ ຫລຸດລົງກໍຕາມ ແຕ່ຈຳນວນ ທີ່ໄປນັ້ນ ກໍຍັງຖືວ່າ ຫຼາຍຢູ່ ຍ້ອນ ໂຮງງານ ບໍ່ພຽງພໍ ທີ່ຈະຮັບເອົາ ຄົນງານ ໃນແຂວງ ໄດ້ທັງຫມົດ:
"ໄປໄທປະມານ 11 ພັນ ປາຍເນາະ ທີ່ວ່າໄປແບບ ບໍ່ຖືກຕ້ອງ ໄປຖືກຕ້ອງນີ້ ກໍປະມານ 6 ພັນປາຍ ນີ້ແຫຼະ ເພາະວ່າແຂວງ ສາຣະວັນ ຫັ້ນ ສ່ວນຫຼາຍ ມາລະຍະ ບໍ່ວ່າແຕ່ ດຽວນີ້ນໍ ຜ່ານມາ ກໍສ່ວນຫຼາຍ ແມ່ນໄດ້ຂ້າມໄປ ອອກແຮງງານ ຢູ່ປະເທດໄທ ເນາະ ວຽກຢູ່ລາວ ເຮົານີ້ ສ່ວນຫຼາຍ ຄືສາຣະວັນນີ້ ໂຮງງານ ນີ້ມັນບໍ່ມີ ເນາະ ໂຮງງານ ທີ່ໃຫ້ຂະເຈົ້າ ເຮັດວຽກ ບໍ່ມີ".
ນັກວິເຄາະເວົ້າວ່າ ການທີ່ຄົນງານລາວ ໄປເຮັດວຽກຢູ່ ປະເທດໄທ ນັ້ນ ມີສາມ ສາເຫດ:
1-ໂຮງງານ ບໍ່ພຽງພໍ ໃນລາວ.
2-ຄ່າແຮງງານ ຕ່ຳ
3-ຖືກ ແຮງງານ ຕ່າງດ້າວ ເປັນຕົ້ນວຽດນາມ ເຂົ້າມາຍາດວຽກ.