ດິນຊາຍສ້າງທາງຣົດໄຟ

ມະນີຈັນ
2015.12.21
F-Pakbeng ແມ່ນໍ້າຂອງ ເຂດ ເມືອງປາກແບງ
Photo courtesy of Wikimedia

ນັກລົງທຶນ ລາວ ແລະ ຕ່າງປະເທດ ສົນໃຈ ສເນີຂໍ ສຳປະທານ ດູດດິນຊາຍ ຢູ່ແຄມ ແມ່ນ້ຳຂອງ ໃນເຂດ ເມືອງ ປາກແບງ ແຂວງ ອຸະດົມໄຊ ເພື່ອ ຂາຍໃຫ້ ໂຄງການ ສ້າງ ທາງຣົດໄຟ ລາວ-ຈີນ ທີ່ຈະເລີ່ມ ສ້າງ ໃນເດືອນໜ້າ.

ປັດຈຸບັນ ເຈົ້າໜ້າທີ່ ສິ່ງແວດລ້ອມ ແຂວງ ອຸດົມໄຊ ກຳລັງ ສຶກສາສໍາຣວດ ຜົລກະທົບ ຕໍ່ສິ່ງແວດລ້ອມ ຢູ່. ດັ່ງ ເຈົ້າໜ້າທີ່ ຜແນກ ອຸດສາຫະກັມ ແລະ ການຄ້າ ແຂວງ ອຸດົມໄຊ ກ່າວໃນ ວັນທີ 18 ທັນວາ 2015 ນີ້ວ່າ:

"ສ່ວນຫຼາຍ ສິເປັນ ຊາຍ ຢູ່ແຄມຂອງ ມັນຈະເປັນ ຊາຍ ເກຣດເອ ຂະເຈົ້າ ຈະໄດ້ ສຳປະທານ ກະສິມີ ຫຼາຍ ພາກສ່ວນ ສິ່ງແວດລ້ອມ ຫຍັງນີ້ແຫຼະ ເບິ່ງວ່າມັນ ບໍ່ກະທົບ ພໍເປັນໄປໄດ້ ຊາຍ ເພິ່ນກໍສິ ສົ່ງໃຫ້ ໂຄງການ ກໍ່ສ້າງ ຖ້າມັນ ເປັນໄປໄດ້ ບໍ່ມີ ຜົລກະທົບ ເນາະ ແບບ ຈະຄິດໄລ່ກັນ ຊື້ຂາຍກັນ ຫັ້ນແຫຼະ".

ທ່ານ ກ່າວ ຕໍ່ໄປວ່າ ບໍຣິເວນ ແຄມຂອງ ເມືອງ ປາກແບງ ເປັນພື້ນທີ່ ທີ່ມີ ດິນຊາຍ ຢູ່ຫຼາຍເຮັກຕາ. ຜ່ານມາ ບໍ່ເຄີຍມີ ບໍຣິສັດໃດ ມາດູດເອົາໄປ ກໍ່ສ້າງຫຼາຍ ຈົນເຮັດໃຫ້ ຕາຝັ່ງເຈື່ອນ  ສົ່ງ ຜົລກະທົບ ຕໍ່ ປະຊາຊົນ ໃນເຂດນັ້ນ.

ນອກຈາກ ໃນເຂດນີ້ແລ້ວ ທ່ານ ກໍເຊື່ອວ່າ ອາຈມີອີກ ຫຼາຍບໍຣິສັດ ຢາກຂໍ ສຳປະທານ ດູດດິນຊາຍ ແລະ ຣະເບີດຫີນ ຢູ່ຕາມ ແຂວງຕ່າງໆ ທີ່ ທາງຣົດໄຟ ສາຍນີ້ ຈະຜ່ານ.

ປັດຈຸບັນ ຊາວສວນ ໃນແຂວງ ອຸດົມໄຊ ກຳລັງ ຕຣຽມ ປູກພືດ ກະສິກັມ ຕ່າງໆ ເພື່ອຂາຍໃຫ້ ຄົນງານຈີນ ທີ່ ຈະເຂົ້າມາ ກໍ່ສ້າງ ທາງຣົດໄຟ ລາວ-ຈີນ ສາຍນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.