ຊາວບ້ານເຂື່ອນແຕກຖ້າເງິນ 3 ເດືອນ ທ້າຍປີ 2020 ຮວມທັງ ຣົດໄຖນາ

ຜູ້ປະສົພພັຍເຂື່ອນແຕກ ຍັງຖ້າຄໍາຕອບກ່ຽວກັບຄ່າຊົດເຊີຍ ຣົດຈັກ, ຣົດໄຖ ທີ່ ປະຊາຊົນ ນໍາມາສ້ອມແປງ ໃຊ້ຊົ່ວຄາວ ແລະ ເສັຽຫາຍ ໃຊ້ບໍ່ໄດ້ແລ້ວ ນັ້ນຢູ່ວ່າ ຈະຈ່າຍໃຫ້ມື້ໃດ
ຜູ້ປະສົພພັຍເຂື່ອນແຕກ ຍັງຖ້າຄໍາຕອບກ່ຽວກັບຄ່າຊົດເຊີຍ ຣົດຈັກ, ຣົດໄຖ ທີ່ ປະຊາຊົນ ນໍາມາສ້ອມແປງ ໃຊ້ຊົ່ວຄາວ ແລະ ເສັຽຫາຍ ໃຊ້ບໍ່ໄດ້ແລ້ວ ນັ້ນຢູ່ວ່າ ຈະຈ່າຍໃຫ້ມື້ໃດ (ພາບປະກອບ: ນັກຂ່າວພົລເມືອງ)

0:00 / 0:00

ມາຮອດປັດຈຸບັນ ຊາວບ້ານ ຜູ້ປະສົບພັຍເຂື່ອນແຕກ ຢູ່ເມືອງສນາມໄຊ ແຂວງອັດຕະປື, ທີ່ລໍຖ້າເງິນເບັ້ຽລ້ຽງ ແລະເງິນແຮຖົງ ຮວມທັງໝົດ 250,000 ກີບ ຕໍ່ຄົນຕໍ່ເດືອນ ຂອງເດືອນ 6,7,8,9 ນັ້ນ, ຖືວ່າໄດ້ຮັບໝົດທັງ 4 ເດືອນແລ້ວ, ໃນທ້າຍເດືອນ 11 ປີ 2020, ແຕ່ຍັງອີກ 3 ເດືອນ ບໍ່ທັນໄດ້ຮັບ, ດັ່ງຊາວບ້ານ ໃນສູນດົງບາກ ຜູ້ນຶ່ງເວົ້າກັບວິທຍຸເອເຊັຽເສຣີ ເມື່ອ ວັນທີ 28 ເດືອນ ທັນວາ 2020 ວ່າ:

“ຮັບລະເດ້, ບ້ານໃດກະຮັບໝົດລະເດ້, ປະຊາຊົນກະດີໃຈຫັ້ນແຫຼະ ໄດ້ເງິນເນາະ, ພໍໄດ້ໃຊ້ ດີໃຈຫຼາຍ ໃຜກະວ່າດີໃຈ ຫາກແຕ່ວ່າ, ມັນກະບໍ່ທັນກັບຄວາມໃຊ້ຫັ້ນແຫຼະ ເພິ່ນເຫິງ ເພິ່ນຈັ່ງໃຫ້ເທື່ອນຶ່ງ ຫັ້ນນ່າ, ຄືດຽວນີ້ແຮງຮ້າຍ, ປະຊາຊົນນິ່ ສ່ວນຫຼາຍກະມາ ປະກອບສ່ວນກັບເຮືອນ, ສິ່ງໃດເຮົາບໍ່ມັກ ເຮົາບໍ່ມັກທາງໃນ ຫັ້ນນ່າ, ແບບວ່າ ຂອງບໍຣິສັດ ຂອງເພິ່ນນິ່ ພໍຢູ່ ແຕ່ວ່າໃຈຂອງ ປະຊາຊົນ ເຮົາຢາກໄດ້ ມາຊື້ຕື່ມ ໂຕໃດເຮົາຢາກໄດ້ຫັ່ນນ່າ.”

ຊາວບ້ານຜູ້ນີ້ ເວົ້າອີກວ່າ, ເງິນທີ່ໄດ້ຮັບນັ້ນ ແມ່ນສະເພາະແຕ່ 4 ເດືອນ, ສໍາລັບເງິນຂອງເດືອນ 10-11-12 ແມ່ນຍັງບໍ່ທັນໄດ້ຮັບ ເທື່ອ ແລະບໍ່ຮູ້ວ່າ ເພິ່ນຈະຈ່າຍໃຫ້ແບບໃດ ແລະ ມື້ໃດແທ້:

“ເພິ່ນຊິໃຫ້ ແຕ່ລະເດືອນ ລະເດືອນ ດຽວນີ້ເພິ່ນວ່າ, ເພິ່ນຊິໃຫ້ເປັນເດືອນ ເປັນເດືອນ, ເພິ່ນບໍ່ໃຫ້ຫຼາຍເດືອນ, ໃຫ້ບາດດຽວແລ້ວ ມັນຍາກ ເພິ່ນວ່າເດ້, ໄດ້ຍິນເພິ່ນເວົ້າຢູ່ ຫາກແຕ່ວ່າ ຈັກມື້ໃດ ວັນທີໃດ, ເຮົາກະບໍ່ຮູ້ ຈັກເພິ່ນເຮັດແນວໃດນ່າ ຫຼົບໄປຫຼົບມາ.”

ຊາວບ້ານ ອີກຄົນນຶ່ງ ໃນສູນດຽວກັນນີ້ ທີ່ໄດ້ຮັບເງິນນັ້ນ ກໍເວົ້າວ່າ ດີໃຈຫຼາຍ ເພາະຄອງຖ້າມາດົນແລ້ວ:

“ເອີ່ໆ ໄດ້ຮັບແລ້ວ ເຂົ້າບັນຊີໃຫ້ລະເດ້ ໃຄແຫຼະ ກະດີໃຈແຫຼະ.”

ຊາວບ້ານ ບ້ານທ່າແສງຈັນ ທີ່ຄອງຖ້າເງິນ ອັດຕາກິນ ແລະ ເງິນແຮຖົງ ຂອງເດືອນ 10-11-12 ກໍຖາມນາຍບ້ານທຸກມື້ວ່າອີກດົນ ປານໃດ, ເພິ່ນຈະເບີກຈ່າຍໃຫ້ ເພາະຄອບຄົວຕົນ ມີຄວາມຈໍາເປັນຕ້ອງໃຊ້ຈ່າຍ, ແຕ່ກໍໄດ້ຄໍາຕອບວ່າ ເງິນນັ້ນຍັງບໍ່ທັນອອກ:

“ເອີ ວ່າງຊຸດກ່ອນຫັ່ນ ໄດ້ຮັບແລ້ວ ຊຸດນີ້ຫັ່ນ ບໍ່ທັນໄດ້ຮັບ 3 ເດືອນ ບໍ່ທັນໄດ້ຮັບ ໄປຖາມຍາມໃດ ນາຍບ້ານເພິ່ນວ່າບໍ່ທັນອອກ ພໍ່ຫັ່ນຈັ່ງວ່າ ນຶກໃນໃຈວ່າ ບໍ່ທັນອອກ ລະບໍ່ອາດສາມາດໄປຫາ ທະນາຄານ.”

ຊາວບ້ານ ບ້ານໃໝ່ ຜູ້ນຶ່ງ ເວົ້າກັບວິທຍຸເອເຊັຽເສຣີ ໃນວັນທີ 6 ມົກກະຣາ ນີ້ວ່າ, ຈັກຊິເປັນແນວໃດ, ຈັກຊິໄດ້ຫຼືບໍ່ ກໍບໍ່ຮູ້ ເພາະວ່າ ເພິ່ນມິດງຽບຢູ່:

“ຈັກແນວໃດ ບໍ່ທັນໄດ້ຊໍ້າ, ຢາກຈັກຢູ່ດອກ ຫາກບໍ່ເຫັນວ່າແນວໃດ ມິດຢູ່, ແຕ່ສອງທິດເມືອຫຼັງຫັ່ນເພິ່ນວ່າ 2-3 ມື້ຊິໃຫ້ວ່າຊັ້ນນະ ແຕ່ຫາກມິດຢູ່ ກະກາຍເປັນທິດລະ ຄືບໍ່ເຫັນວ່າແນວໃດ.”

ໃນມື້ດຽວກັນນີ້ ເອເຊັຽເສຣີ ໄດ້ໂທສອບຖາມໄປຍັງ ເຈົ້າໜ້າທີ່ ກ່ຽວຂ້ອງ ທີ່ແຂວງອັດປື ເຈົ້າໜ້າທີ່ທ່ານນັ້ນ ກ່າວກ່ຽວກັບເຣື່ອງນີ້ວ່າ:

“ພວກເຮົາ ແມ່ນໄດ້ ອະນຸມັດວ່າງທ້າຍປີໃໝ່ນີ້, ພໍດີມັນຖືກຊ່ວງປີໃໝ່ ລະກະມີພັກ ຈົນຮອດວັນທີ 5 ເດ້, ເຂົາກະດໍາເນີນການ ແລ້ວດຽວນີ້ ກະທາງຜແນກແຮງງານ ແລະສວັດດີການ ສັງຄົມ ກໍາລັງດໍາເນີນການ ເງິນຮ່ວງໂຕນີ້ ກະບໍ່ທັນມາ ພວກເຮົາກະຢືມ ຮ່ວງອື່ນກ່ອນວ່າຊັ້ນຊະ, ມາຈ່າຍໃຫ້ມັນທັນ ຮອດເດືອນ 12 ແລ້ວ, ເຮົາກໍາລັງກຽມໂອນເຂົ້າບັນຊີ ໃຫ້ແຕ່ລະບັນຊີ ບັນຊີເບີດ, ໂອນເຂົ້າບັນຊີຄືເກົ່າ, ເພື່ອຮັບປະກັນຄວາມປອດພັຍ ລະກະເພື່ອເປັນຫຼັກຖານຫັ້ນແຫຼະ ວ່າໃຜໄດ້ຮັບບໍ່ໄດ້ຮັບ.”

ນອກຈາກເຣື່ອງ ເງິນອັດຕາກິນ ແລະ ເງິນແຮຖົງ ຂອງ 3 ເດືອນນີ້ ທີ່ຈະໄດ້ຮັບມື້ໃດ ແລ້ວນັ້ນ, ຜູ້ປະສົບພັຍເຂື່ອນແຕກ ກໍຍັງ ຢາກຮູ້ຄໍາຕອບ ກ່ຽວກັບເງິນຊົດເຊີຍ ພາຫະນະ ຣົດຈັກ, ຣົດໄຖ ທີ່ ປະຊາຊົນ ນໍາມາສ້ອມແປງ ແລະ ສູນຫາຍ ຫຼື ບໍ່ສາມາດ ນຳໃຊ້ໄດ້ນັ້ນ, ປະຊາຊົນ ແມ່ນໄດ້ສົ່ງຂໍ້ມູນ ແລະໄດ້ເຊັນຮັບຮອງໄປແຕ່ດົນແລ້ວ ແຕ່ເປັນຫຍັງ ຄືມິດຫາຍໄປດົນແທ້, ດັ່ງຊາວບ້ານ ບ້ານໃໝ່ ຜູ້ດຽວກັນນີ້ ເວົ້າວ່າ:

“ເງິນໂຕເພິ່ນຊິຊົດເຊີຍ ອັນເງິນຣົດຈັກ, ຣົດໄຖ ອັນສ້ອມແປງຫັ່ນນ່າ ຫາກເພິ່ນໃຫ້ປະຊາຊົນ ໄປເຊັນຮັບເອົາແລ້ວ ເງິນຫັ່ນນ່າ ຫາກແຕ່ວ່າບໍ່ເຫັນເງິນມາຈັກເທື່ອຫັ່ນນ່າ ປະຊາຊົນ ກະວ່າຢູ່ ເປັນແນວໃດ, ຄືວ່າມິດບັກດົນໆນຶ່ງ, ຄັນວ່າໃຫ້ກະພໍໃຫ້ແລ້ວ, ພໍໄດ້ມາຊື້ຣົດລົງໄຮ່ລົງນາແຫຼະ, ຖ້າຮອດຍາມານາລະມັນກະແພງແຫຼະ ,ຊື້ຕອນນີ້ໄຄແນ່ ໃຜກະວ່າເດ້.”

ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ກ່ຽວຂ້ອງ ແຂວງອັດຕະປື ທ່ານດຽວກັນນີ້ ກ່າວວ່າ:

“ສໍາລັບການສ້ອມແປງຣົດຫັ່ນ, ກໍາລັງເກັບກໍາຂໍ້ມູລ ເພາະວ່າມັນ ຕອນລົມກັນເບື້ອງຕົ້ນ, ເຮົາບໍ່ໄດ້ເວົ້າ ກັບຜູ້ພັທນາໂຄງການ ຕອນນີ້ ມັນມີຄວາມຈິງມັນຄືແນວນັ້ນ, ຄວາມຮຽກຮ້ອງ ຕ້ອງການ ແລະ ພວກເຮົາກະໄດ້ເກັບກໍາຂໍ້ມູລ ເອົາໄດ້ຈໍານວນ 6 ບ້ານ ຖືກຜົລກະທົບແຮງແລ້ວລຽບລ້ອຍ ລະຍັງອີກ 13 ບ້ານ ຖືກຜົລກະທົບຄ່ອຍ ບ້ານໄກໆຫັ່ນເດ້ ລວບລວມເອົາ ບິນຂະເຈົ້າຫ່ັນ ສິສເນີຫາ PNPC ຜູ້ພັທນາໂຄງການຫັ່ນຕື່ມ, ເພື່ອເພິ່ນພິຈາຣະນາຊ່ວຍ ເຮົາຕ້ອງສເນີສົ່ງໃຫ້ຜູ້ປະກອບການ, ຜູ້ພັທນາໂຄງການ ເຊປຽນ-ເຊນໍ້ານ້ອຍ, ມັນກະມີ 4 ຂາຫຸ້ນ, ຫຼັງຈາກໄດ້ຮັບຄໍາຮ້ອງ ລະກະເຂົາກະປຶກສາ ທີ່ປຶກສາຫຍັງຕ່າງໆ, ຫຼາຍຂະບວນການ ພາຍໃນເຂົາອີກເດ້, ເອີ້ນກັນປະຊຸມບໍ, ມັນກະໃຊ້ເວລາໜ້ອຍນຶ່ງ.”

ເຖິງແນວໃດກໍຕາມ, ຊາວບ້ານຜູ້ປະສົບພັຍເຂື່ອນແຕກກໍຫວັງວ່າ ເຈົ້າໜ້າທີ່ທາງການລາວ ຈະຊ່ອຍຊຸກຍູ້ ເຈຣະຈາ ກັບ ບໍຣິສັດ ຜູ້ພັທນາໂຄງການ ເຂື່ອນ ເຊປຽນ-ເຊນໍ້ານ້ອຍ ເພື່ອໃຫ້ໄດ້ເງິນຊົດເຊີຍໂຕນີ້, ໃຫ້ໄວຂຶ້ນ ເພາະຄວາມລໍາບາກຂອງຊາວບ້ານ ກໍຍັງມີຫຼາຍສິ່ງຫຼາຍຢ່າງ ທີ່ຕ້ອງກັງວົນນໍາ, ແລະ ອີກຢ່າງນຶ່ງ ຣະດູການເຮັດໄຮ່ ເຮັດນາ ກໍໃກ້ຈະມາເຖິງແລ້ວ, ປະຊາຊົນ ຈຶ່ງຕ້ອງການເງິນມາຊື້ເຄື່ອງອຸປກອນເຮັດນາ.