ສນາມບິນໜອງຄ້າງຢຸດ ກໍ່ສ້າງ
2016.09.28
ປັດຈຸບັນ ໂຄງການສ້າງ ສນາມບິນ ໜອງຄ້າງ ເມືອງຊຳເໜືອ ແຂວງຫົວພັນ ໄດ້ກາຍ ສະພາບເປັນ ສນາມບິນຮ້າງ ຫລັງຈາກ ຢຸດເຊົາ ການກໍ່ສ້າງ ມາດົນ ພໍສົມຄວນ ຍ້ອນບໍຣິສັດ ຮອງແອັງເຍັຽລາຍ ຂອງ ວຽດນາມ ບໍ່ມີທຶນສ້າງ ຈຶ່ງ ລົ້ມເລີກໄປ ຈົນເກີດ ຫາງສຽງ ວິພາກວິຈານ ໃນທ້ອງຖິ່ນ. ຕາມຄຳເວົ້າ ຂອງ ເຈົ້າໜ້າທີ່ ເມືອງຊຳເໜືອ ຕໍ່ ວິທຍຸ ເອເຊັຽ ເສຣີ ເມື່ອວັນທີ 27 ກັນຍາ 2016 ນີ້ວ່າ:
"ຮ້າງແລ້ວເບາະ ບໍ່ມີທຶນ ເຂົາລະພ່າຍ ບໍ່ມາເຮັດ ບໍ່ມີເງິນທຶນ ກໍ່ສ້າງ ບໍ່ໄດ້ເຮັດ ເລີຍນະ ປະຮ້າງຢູ່ ເລີຍນະ ນີ້ຍັງມີແຕ່ ຄົນ ສອງສາມຄົນ ເຝົ້າແຄັມຢູ່ ເຝົ້າ ອຸປກອນ ເປັນຣົດ ເປັນຣາງ ເຄື່ອງຂອງ".
ແລະ ໃນມື້ດຽວກັນ ນັ້ນ ເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງ ເຈົ້າໜ້າທີ່ ປະຈຳໂຄງການ ສນາມບິນ ໜອງຄ້າງ ທ່ານ ຢືນຢັນວ່າ ຫລ້າສຸດ ໂຄງການ ສນາມບິນ ໜອງຄ້າງ ຍັງຢູ່ ໃນລະຍະ ການພັກເຊົາ ກໍ່ສ້າງ ຍ້ອນສະພາບ ອາກາດ ບໍ່ອຳນວຍ ແຕ່ຄາດວ່າ ຈະກັບມາ ສືບຕໍ່ ການກໍ່ສ້າງ ຫລັງຈາກ ຣະດູຝົນ. ຕໍ່ຄຳຖາມ ທີ່ວ່າ ບໍຣິສັດ ຮັອງແອັງເຍັຽລາຍ ມີບັນຫາ ດ້ານທຶນຮອນ ແທ້ຫລືບໍ່ນັ້ນ, ທ່ານ ຕອບວ່າ ທ່ານ ບໍ່ຢູ່ ໃນຖານະ ທີ່ສາມາດ ໃຫ້ຄຳຕອບໄດ້.
ຢ່າງໃດກໍຕາມ ໜັງສືພິມ ປະເທດລາວ ວັນທີ 27 ກັນຍາ ນີ້ ໄດ້ອອກຂ່າວ ໂດຍອີງໃສ່ ແຫລ່ງຂ່າວ ຂອງວຽດນາມ ວ່າ ປັດຈຸບັນ ບໍຣິສັດ ຮັອງແອັງເຍັຽລາຍ ປະສົບ ບັນຫາ ດ້ານການເງິນ ຢ່າງໜັກໜ່ວງ ຍ້ອນເປັນໜີ້ ທະນາຄານ ການຄ້າ ຂອງ ວຽດນາມ ເປັນຈຳນວນ ຫຼາຍລ້ານ ໂດລາ ສະຫະຣັຖ ຈົນເຖິງຂັ້ນ ຈະຂາຍ ສວນຢາງພາລາ ທີ່ລົງທຶນປູກ ຢູ່ລາວ ຈຳນວນ 20 ພັນ ເຮັກຕາ ໃຫ້ແກ່ ນັກລົງທຶນ ຈີນ ເພື່ອຫາເງິນ ມາໃຊ້ໜີ້.
ເມື່ອປີ 2015 ໂຄງການ ສນາມບິນ ໜອງຄ້າງ ແຫ່ງນີ້ ໄດ້ຖືກ ຣັຖບານລາວ ສັ່ງໂຈະ ຊົ່ວຄາວ ຍ້ອນ ການກໍ່ສ້າງ ຫລ້າຊ້າ ແລະ ບໍ່ໄດ້ ມາຕຖານ ບໍ່ເປັນໄປ ຕາມແຜນ ຂອງ ທາງການລາວ. ຫລັງຈາກນັ້ນ ເຈົ້າໜ້າທີ່ ປະຈຳໂຄງການ ກໍໄດ້ອອກມາ ຊີ້ແຈງວ່າ ສາເຫດທີ່ ກໍ່ສ້າງຫລ້າຊ້າ ເປັນຍ້ອນ ບັນຫາ ດ້ານສະພາບ ອາກາດ ເພາະ ວຽກງານບາງຢ່າງ ບໍ່ສາມາດ ເຮັດໃນຊ່ວງ ຣະດູຝົນ.