ທາງບ້ານຫ້ອມບໍ່ແລ້ວຍ້ອນ ຂາດງົປ
2016.02.22
ການກໍ່ສ້າງ ເສັ້ນທາງ ບ້ານຫ້ອມ ຕ້ອງຊັກຊ້າ ແມ່ນເປັນຍ້ອນ ການກວດສອບ ຣາຄາ ການກໍ່ສ້າງ ແລະ ເຕັກນິກ, ແລະ ລວມທັງ ບັນຫາ ການຂາດ ງົບປະມານ ໃນ ການກໍ່ສ້າງ. ທີ່ຜ່ານມາ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ໄດ້ກວດສອບ ແລະ ກວດກາ ມາດຕະຖານ ເຕັກນິກ ແລະ ມາດຕະຖານ ຄ່າ ການກໍ່ສ້າງ ໃຫ້ເຂັ້ມງວດ. ອີງຕາມ ການແຈ້ງການ ຈາກ ກົມ ຂົວທາງ ໃນ ເດືອນ ຕຸລາ 2015.
ການສໍ່ສ້າງ ເສັ້ນທາງ ບ້ານຫ້ອມ ແມ່ນເລີ້ມແຕ່ ຈຸດ ສາມແຍກ ຈີນາຍໂມ້ ລົງໄປ ຜ່ານເຂດ ບ້ານຫ້ອມ ຈົນຮອດ ບ້ານ ທ່າແທກ ຢູ່ເມືອງ ຫາດຊາຍຟອງ ນະຄອນຫຼວງ ວຽງຈັນ ມີຄວາມຍາວ ປະມານ 14 ກິໂລແມັດ ມູລຄ່າ 50 ລ້ານ ໂດລາ ສະຫະຣັຖ.
ໃນເບື້ອງຕົ້ນ ການກໍ່ສ້າງ ເສັ້ນທາງ ເລີ້ມມາ ຕັ້ງແຕ່ 18 ມີນາ 2013 ໂດຍ ແມ່ນ ບໍຣິສັດ ດວງປະເສີດ ເປັນຜູ້ໄດ້ ສໍາປະທານ ກໍ່ສ້າງ ໄລຍະ ນຶ່ງ ຮອດຕົ້ນປີ 2015 ບໍ່ຣິສັດ ຂາດ ງົບປະມານ ເພາະວ່າ ບໍຣິສັດ ລົງທຶນ ກ່ອນ. ອີງຕາມ ຂໍ້ມູນ ຈາກ ກະຊວງ ໂຍທາທິການ ແລະ ຂົນສົ່ງ.
ຫລັງຈາກ ນັ້ນ ທາງ ບໍຣິສັດ ຈຶ່ງ ຂຽນ ໃບສະເໜີ ໄປຫາ ກະຊວງ ເພື່ອ ຂໍຊໍາລະເງິນ ຄ່າກໍ່ສ້າງ ແຕ່ວ່າ ກະຊວງ ບໍ່ມີ ງົບປະມານ ຈຶ່ງເຮັດໃຫ້ ການກໍ່ສ້າງ ຖືກໂຈະ ຊົ່ວຄາວ. ຫລັງຈາກ ນັ້ນ ຈຶ່ງມີຄໍາສັ່ງ ຈາກ ຫ້ອງວ່າການ ຣັຖບານ ໂດຍ ໃຫ້ ບໍຣິສັດ ຫາຍໜານ ທຸຣະກິຈ ການຄ້າ ຈໍາກັດ ສປຈີນ ເປັນ ຜູ້ຮັບເໝົາ ກໍ່ສ້າງ ແລະ ເງິນທຶນ ກໍ່ສ້າງແມ່ນ ມາຈາກ ສປຈີນ. ອີງຕາມ ການບອກເລົ່າ ຂອງ ປະຊາຊົນ ໄດ້ຮູ້ວ່າ ສະພາບ ເສັ້ນທາງ ໃນ ປັດຈຸບັນ ແມ່ນ ຍາມຝົນ ເປັນຂຸມ ແລະ ເປັນຂີ້ຕົມ, ຍາມແລ້ງ ເປັນຂີ້ຝຸ່ນ ເຮັດໃຫ້ ການ ເດີນທາງ ມີຄວາມ ຫຍຸ້ງຍາກ ມາໂດຍຕລອດ.