ການກໍ່ສ້າງເສັ້ນທາງ ບໍ່ໂອ-ບ້ານຫ້ອມ ຍັງບໍ່ແລ້ວ ຍ້ອນວ່າ ຜູ້ຮັບຜິດຊອບໂຄງການ ເອົາງົບປະມານ ໂຄງການນີ້ ໄປກໍ່ສ້າງຂົວດອນໂຂງ ຢູ່ ແຂວງຈໍາປາສັກ ໃນຂນະທີ່ປະຊາຊົນ ຢູ່ເຂດເສັ້ນທາງ ດັ່ງກ່າວ ຍັງຮຽກຮ້ອງ ຣັຖບານໃຫ້ອອກມາ ຊີ້ແຈງເລື້ອງນີ້.
ການກໍ່ສ້າງເສັ້ນທາງດັ່ງກ່າວມີຄວາມຍາວ 14 ກິໂລແມັດ ເລີ້ມຈາກບ້ານຈີ່ນາຍໂ ມ້ ຜ່ານບ້ານບໍ່ໂອ ລົງໄປຫາບ້ານຫ້ອມ ຈົນໄປຮອດ ບ້ານ ທ່ານາແລ້ງ ຂຶ້ນກັບເມືອງຫາດຊາຍຟອງ ທີ່ຢຸດສະງັກມາແຕ່ກາງປີ 2017 ໄດ້ສ້າງຄວາມລໍາບາກ ໃຫ້ປະຊາຊົນ. ດັ່ງປະຊາຊົນ ໃນເຂດດັ່ງ ກ່າວ ໄດ້ກ່າວຕໍ່ເອເຊັຍເສຣີ ໃນວັນທີ 19 ມີນາ ວ່າ:
"ຂີ້ຝຸ່ນເຕັມຢູ່ຫັ້ນນ່າ ທາງຍາກບໍ່ຍາກ ທາງບໍ່ແລ້ວ ກະຄືເຫັນຢູ່ໃນຮູບ ຫັ້ນແຫລະ ຂີ້ຝຸ່ນ ເສື້ອໂສ້ງ ຫົວເຮົານີ້ລະແດງໝົດ ລະ ຂັ້ນເຮົາຂີ່ ລົດຈັກນິນະ ຂີ່ລົດໃຫຍ່ ມັນກະເພ ຂັ້ນຂີ່ລົດສອງແຖວ ມັນກະຊ້າເນາະ ມັນຊ້າເນາະ ກະອັນຕະລາຍເນາະ ກະຄືເຫັນ ຫັ້ນແຫລະ ກະມີ ແຕ່ທໍ່ນັ້ນເນາະ ກະເຂົາຢຸດການກໍ່ສ້າງ ມາໄດ້ເກືອບປີລະເດ້."
ປະຊາຊົນທ່ານນີ້ ຍັງຮຽກຮ້ອງ ໃຫ້ຣັຖບານອອກມາຊີ້ແຈງໃຫ້ສັງຄົມ ໄດ້ເຂົ້າໃຈກ່ຽວກັບ ສາເຫດຂອງການກໍ່ສ້າງ ທີ່ຊັກຊ້າ:
"ພາກຣັຖຈະຕ້ອງອອກມາຊີ້ແຈງ ໃຫ້ສັງຄົມເຂົ້າໃຈວ່າຊັ້ນຊະ ບໍ່ແມ່ນຊິເສີຍໄປ ຢູ່ຈັ່ງຊິນ່າ ຈັກແມ່ນໃຜເປັນຈັ່ງໃດ ເຮົາກະບໍ່ຮູ້ ກະເລີຍວ່າ ກາຍເປັນວ່າ ເພິ່ງບໍ່ໄດ້ ອາໃສບໍ່ໄດ້."
ເພື່ອສອບຖາມຂໍ້ມູນເພີ້ມເຕີມກ່ຽວກັບເລື້ອງນີ້, ໃນວັນທີ 19 ມີນາ ເອເຊັຍເສຣີ ໄດ້ໂທຫາ ທ່ານ ແພງ ດວງເງິນ ຫົວໜ້າກົມຂົວທາງ ກະຊວງໂຍທາທິການ ແລະຂົນສົ່ງ ຫລາຍຄັ້ງ, ແຕ່ທ່ານບໍ່ຮັບ ໂທຣະສັບ.
ອີງຕາມຂໍ້ມູນຈາກກະຊວງໂຍທາທິການ ແລະຂົນສົ່ງ, ງົບປະມານທີ່ໃຊ້ ກໍ່ສ້າງເສັ້ນທາງດັ່ງກ່າວ ນອນຢູ່ໃນງົບປະມານ ລວມກັບໂຄງການ ກໍ່ສ້າງ ໂຄງການປ້ອງກັນ ຕາຝັ່ງເຈື່ອນ ຢູ່ບ້ານຫາດດອກແກ້ວ ແລະ ໂຄງການກໍ່ສ້າງ ເສັ້ນທາງ ຢູ່ນະຄອນຫຼວງ ວຽງຈັນ ເພື່ອຮັບໃຊ້ ກອງປະຊຸມ ASEM ຄັ້ງທີ່ 9 ໃນປີ 2012 ຊຶ່ງມີມູນຄ່າ ທັງໝົດປະມານ 200 ລ້ານໂດລາ ເປັນເງິນກູ້ຈາກ ທະນາຄານຂາເຂົ້າ-ຂາອອກ ຂອງຈີນ.
ຜູ້ຮັບຜິດຊອບໂຄງການເສັ້ນທາງນີ້ ໄດ້ເອົາງົບປະມານ ສ່ວນນຶ່ງ ມູນຄ່າ 1 ລ້ານ 7 ແສນໂດລາ ໄປໃຊ້ເຂົ້າໃນການ ກໍ່ສ້າງຂົວດອນໂຂງ ຢູ່ແຂວງຈໍາປາສັກນັ້ນກ່ອນ ຈຶ່ງເຮັດໃຫ້ໂຄງການ ບໍ່ມີງົບປະມານພຽງພໍ ມາກໍ່ສ້າງເສັ້ນທາງ ບໍ່ໂອ-ບ້ານຫ້ອມ ໃຫ້ສໍາເຣັດ; ອີງຕາມຂໍ້ມູນ ຈາກເຈົ້າໜ້າທີ່ ກະຊວງໂຍທາທິການ ແລະຂົນສົ່ງ ຜູ້ທີ່ບໍ່ປະສົງອອກຊື່ ແລະສຽງ.
ນອກຈາກນີ້, ໃນເດືອນກັນຍາ ປີ 2017 ທ່ານ ບຸນຈັນ ສິນຣາຊະວົງ ຫົວໜ້າຫ້ອງການກະຊວງໂຍທາທິການ ແລະຂົນສົ່ງ ໄດ້ອອກແຈ້ງ ການ ໄປຫາກົມຂົວທາງ ເພື່ອໃຫ້ຊີ້ແຈງເຖິງ ເຫດຜົນທີ່ເອົາເງິນຈໍານວນ ດັ່ງກ່າວໄປໃຊ້ໃນ ໂຄງການກໍ່ສ້າງຂົວ ດອນໂຂງ ຢູ່ແຂວງ ຈໍາປາສັກ ເພື່ອຣາຍງານ ໃຫ້ຣັຖບານໄດ້ຮັບຊາບ.