ລາວ ໄດ້ຮັບຜົລປໂຍດໜ້ອຍ ຈາກການສ້າງ ທາງຣົດໄຟ

ອຸ່ນແກ້ວ ສຸກສະຫວັນ
2018.12.18
F-RAILROAD ວຽກງານການເຈາະອຸມົງ ຂອງທາງຣົດໄຟ ລາວ-ຈີນ
RFA

ກໍຍັງເປັນທີ່ຖົກຖຽງກັນ ຫາຂໍ້ສລຸບ ບໍ່ທັນໄດ້ ກ່ຽວກັບ ໂຄງການທາງຣົດໄຟ ລາວ-ຈີນ ວ່າ ຈະໃຫ້ຜົນຕອບແທນ ແກ່ປະເທດລາວ ໜ້ອຍ-ຫຼາຍ ຂນາດໃດ, ແຕ່ເຈົ້າໜ້າທີ່ ບຳນານ ທ່ານນຶ່ງ ຜູ້ທີ່ບໍ່ປະສົງອອກຊື່ ກໍໄດ້ໃຫ້ໄດ້ ໃຫ້ເຫດຜົນວ່າ ປະເທດລາວ ຈະບໍ່ໄດ້ ຜົລປໂຍດ ຫຼາຍ ຈາກໂຄງການນີ້ ຍ້ອນວ່າ ລາວ ບໍ່ມີສິນຄ້າຫຍັງ ຈະສົ່ງອອກໄປຂາຍ ໃນຂນະທີ່ ປະເທດຈີນ ຈະໄດ້ຮັບ ຜົລປໂຍດ ຫຼາຍທີ່ສຸດ:

(ສຽງ​ສັມ​ພາດ)

ອັນນັ້ນ ເປັນຄຳເຫັນ ຂອງເຈົ້າໜ້າທີ່ ທີ່ບຳນານ ທ່ານນຶ່ງ. ເພື່ອສອບຖາມຂໍ້ມູນ ເພີ້ມເຕີມ, ໃນວັນທີ 17 ທັນວາ ເອເຊັຽ ເສຣີ ໄດ້ພຍາມ ໄດ້ໂທຕິດຕໍ່ຫາ ທ່ານ ລັດຕະນະມະນີ ຄູນນີວົງ, ຮອງຣັຖມົນຕຼີ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທັງເປັນ ຫົວໜ້າ ຄນະຄຸ້ມຄອງ ໂຄງການກໍ່ສ້າງ ທາງຣົດໄຟ ລາວ-ຈີນ, ແຕ່ທ່ານ ບໍ່ຮັບໂທຣະສັບ.

ເຖິງຢ່າງໃດກໍຕາມ, ໃນປີ 2017 ທີ່ຜ່ານມາ ທ່ານ ເຄີຍໃຫ້ສັມພາດ ຕໍ່ນັກຂ່າວທ້ອງຖິ່ນວ່າ ໂຄງການທາງຣົດໄຟ ລາວ-ຈີນ ຈະນຳ ຜົລປໂຍດ ມາສູ່ປະຊາຊົນ, ດັ່ງທ່ານ ກ່າວຕອນນຶ່ງວ່າ:

“ຜ່ານການເຜີຍແຜ່ ອະທິບາຍຣາຍງານ ຕລອດມາຫັ້ນ ໃນບັນດາແຂວງ ທີ່ທາງຣົ​ດໄຟຜ່ານ ກະແມ່ນໃຫ້ການສນັບ​ສ​ນູນ ເຫັນດີ ເຫັນພ້ອມນຳໂຄງການ ທາງລົດໄຟລາວ-ຈີນ ຈະປະກອບສ່ວນ ເຂົາເຈົ້າກະໄດ້ເວົ້າ ຖ້າວ່າ ມີໂຄງການປະຕິບັດ ຈັດຕັ້ງສໍາເຣັດ ກໍຈະເປັນ ຜົລປໂຍດ ໃຫ້ຂະເຈົ້າ ຂະເຈົ້າ ກໍໃຫ້ການສນັບສນູນ.”

ໂຄງການ ທາງຣົດໄຟລາວ-ຈີນ ມີຄວາມຍາວ ປະມານ 400 ກິໂລແມັດ ທີ່ແລ່ນຜ່ານ ແຂວງຫລວງນ້ຳທາ, ອຸດົມໄຊ, ຫລວງພະບາງ, ວຽງຈັນ ແລະ ນະຄອນຫລວງວຽງຈັນ. ໂຄງການ ມີມູນຄ່າ ການກໍ່ສ້າງປະມານ 6 ຕື້ໂດລາ ຊຶ່ງຣັຖບານຈີນ ຖືຮຸ້ນ 70 ເປີເຊັນ ແລະ ຣັຖບານລາວ ຖືຮຸ້ນ 30 ເປີເຊັນ ຊຶ່ງການກໍ່ສ້າງດັ່ງກ່າວ ມີກຳນົດການໃຫ້ສຳເຣັດໃນປີ 2021.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.