ຊາວບ້ານຮ້ອນໃຈ ຄ່າຊົດເຊີຍ

ສິດນີ
2018.01.16
f-railway ຫລັກໝາຍ ຂອງແລວທາງຣົດໄຟ ລາວ-ຈີນ
RFA/LX

ຊາວບ້ານໜອງວຽງຄຳ, ດົງໂດກ, ນາທົ່ມ ແລະບ້ານດອນໜູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຮຽກຮ້ອງໃຫ້ທາງການລາວ ຈ່າຍຄ່າ ຊົດເຊີຍທີ່ດິນ ແລະສິ່ງປຸກສ້າງໃຫ້ໂດຍໄວ, ເພາະການສ້າງທາງຣົດໄຟ ຫຍັບເຂົ້າມາໃກ້ເຮືອນ ຂອງ ພວກຕົນແລ້ວ. ດັ່ງຊາວບ້ານ ບ້ານ ນາທົ່ມ ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອບໍ່ດົນມານີ້ວ່າ:

“ດຽວນີ້ມັນກະຍັງຊັກຊ້າຢູ່ເນາະ ໝາຍຄວາມວ່າຕາມໃຫ້ເພິ່ນສ້າງສາ ຕາມໃຫ້ເພິ່ນ clearing ພື້ນທີ່ຫັ້ນ ມັນກະມາໃກ້ແຖວເຮືອນພໍ່ແລ້ວ ເນາະ. clearing ບ່ອນທາງໄຮ່ບ່ອນທາງພືດທາງໄຮ່ນາຫັ້ນນ່າ, ແຕ່ວ່າທາງປະຊາຊົນ ກະຍັງບໍ່ຍິນຍອມ ບາງບ່ອນ ກະຍັງບໍ່ທັນຍິນຍອມ ໝາຍຄວາມວ່າຕ້ອງມາຊົດເຊີຍເງິນກ່ອນ, ມາຊຳຣະສະສາງເຣື້ອງເງິນຄຳກຳແກ້ວກ່ອນ ຄັນຊິເຮັດຈັ່ງໃດ ຕໍ່ຈັ່ງໃດຫັ້ນນ່າ."

ທ່ານກ່າວຕື່ມວ່າ ການສ້າງທາງຣົດໄຟ ໄດ້ເຂົ້າມາຮອດເຂດບ້ານດົງຊຽງດີ ທີ່ຢູ່ໃກ້ເຂດບ້ານພວກຕົນແລ້ວ. ແຕ່ຍັງບໍ່ແນ່ໃຈວ່າ ຈະໄດ້ຮັບ ຄ່າຊົດເຊີຍ ຢ່າງເປັນທັມ ຫຼືບໍ່ ຊຶ່ງບາງຄອບຄົວ ກໍຍັງບໍ່ຍິນຍອມ ຫາກຈະຕ້ອງໄດ້ໂຍກຍ້າຍ ອອກຈາກດິນ ຂອງຕົນ. ຊາວບ້ານຢາກໄດ້ ຄວາມກະຈ່າງແຈ້ງ ກ່ຽວກັບຄ່າຊົດເຊີຍ ເພື່ອທີ່ຈະໄດ້ມີເງິນ ໄປຫາຊື້ທີ່ດິນ ປຸກເຮືອນບ່ອນໃໝ່ຢູ່.

ກ່ຽວກັບບັນຫານີ້ ວິທຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ສອບຖາມໄປຍັງເຈົ້າໜ້າທີ່ບ້ານ ໃນເຂດເມືອງໄຊທານີ, ເຈົ້າຫນ້າທີ່ທ່ານນຶ່ງ ເວົ້າວ່າ ທາງ ບ້ານແລະເມືອງ ຈົນຮອດ ຂັ້ນນະຄອນຫຼວງວຽງຈັນ ກຳລັງປະສານງານ ກັບຂັ້ນສູນກາງຢູ່ ເພື່ອໃຫ້ໄດ້ຄວາມເປັນ ເອກກະພາບກັນ ໃນ ບັນຫານີ້, ແຕ່ກໍຕ້ອງໄດ້ລໍຖ້າ ທາງສະພາ ແຈ້ງການອອກມາກ່ອນ.

“ອັນເພາະວ່າດຽວນີ້ຫັ້ນ ທາງສະພານີ້ຍັງບໍ່ທັນໄດ້ອອກໃບແຈ້ງການ ມາໃຫ້ເພິ່ນເນາະ, ແຕ່ວ່າເພິ່ນກະມາຕິດຕໍ່ ຫາສະພາຢູ່. ຖ້າວ່າສະພາ ຕົກລົງເຫັນດີວ່າ ເອີ່ຣາຄາສ່ຳນີ້ ເປັນເອກກະພາບກັນ ລະເພິ່ນເຊັນຮັບຮອງ ລະຊິແຈ້ງໃຫ້ ປະຊາຊົນແຕ່ລະ ຄອບຄົວ ທີ່ຖືກຜົລກະທົບເລີຍ. ທັນທີ່ສຸດລະແມ່ນວ່າ ພວກທີ່ຖືກເຮືອນໝົດຫຼັງ ຫັ້ນນ່າ ລະໝາຍວ່າເພິ່ນຊົດເຊີຍໃຫ້ໝົດ ບາດດຽວເລີຍເນາະ. ຜູ້ອື່ນກະໝົດຄືກັນ, ບໍ່ໃຫ້ເປັນ 2 ເທື່ອ 3 ເທື່ອ, ຫັ້ນນ່າ."

ກ່ອນໜ້ານີ້, ທ່ານ ລັດຕະນະມະນີ ຄູນນີວົງ, ຮອງຣັຖມົນຕຣີກະຊວງໂຍທາທິການ ແລະຂົນສົ່ງ, ທັງເປັນຫົວໜ້າຄນະຄຸ້ມຄອງ ໂຄງການ ສ້າງທາງຣົດໄຟ ລາວ-ຈີນ ກໍໄດ້ຢືນຢັນ ຕໍ່ວິທຍຸເອເຊັຽເສຣີວ່າ ການກຳນົດຄ່າຊົດເຊີຍ ໃຫ້ຊາວບ້ານຜູ້ໄດ້ຮັບ ຜົລກະທົບ ຈາກໂຄງການນີ້ ໃກ້ຮອດຂັ້ນຕອນສະຫຼຸບແລ້ວ. ແຕ່ເຖິງຢ່າງໃດກໍ່ຕາມ, ຈົນມາເຖິງທຸກມື້ນີ້ ເງິນຄ່າຊົດເຊີຍດັ່ງກ່າວ ກໍຍັງບໍ່ທັນຕົກມາເຖິງມື ປະຊາຊົນຜູ້ທີ່ ໄດ້ຮັບຜົລກະທົບເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.