ຊາວບ້ານເຂື່ອນນ້ຳເທີນ 1 ອາຈຍັງ ບໍ່ໄດ້ຍ້າຍ

ໃນເຂດການກໍ່ສ້າງ ເຂື່ອນນໍ້າເທີນ 1
ໃນເຂດການກໍ່ສ້າງ ເຂື່ອນນໍ້າເທີນ 1 (ຮູບພາບຈາກ : ນັກຂ່າວພົລເມືອງ)

0:00 / 0:00

ການໂຍກຍ້າຍປະຊາຊົນ 7 ບ້ານ 300 ປາຍຄອບຄົວ ຢູ່ເມືອງວຽງທອງ ແຂວງບໍລິຄຳໄຊ ທີ່ໄດ້ຮັບຜົນກະທົບ ຈາກໂຄງການເຂື່ອນໄຟຟ້າ ນ້ຳເທີນ 1 ໄປຢູ່ບ້ານຈັດສັນ ຫ້ວຍຊອຍນັ້ນ ອາຈລ້າຊ້າ ອອກໄປ ໂດຍບໍ່ມີກຳນົດ ຊຶ່ງຕາມແຜນການເດີມ ແມ່ນຈະເຮັດໃຫ້ສຳເຣັດ ໃນ ເດືອນພຶສຈິກາ ປີນີ້ -ຕາມຄຳເວົ້າ ຂອງເຈົ້າໜ້າທີ່ ຜແນກພລັງງານ ແລະ ບໍ່ແຮ່ ແຂວງບໍລິຄຳໄຊ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 27 ມິຖຸນາ ນີ້:

"ເຫຼືອອີກ 4 ເດືອນ ແຕ່ວ່າ ມັນກໍສິບໍ່ແລ້ວຕາມແຜນ ຕາມເບິ່ງຫັ້ນໜາ ຊ່ວງລະດູຝົນນີ້ ເຂົ້າບໍ່ໄດ້ໜາດຽວນີ້ ຫະລົດນະ ທຳມະດາ ເຈົ້າຕ້ອງເຮັດທາງກ່ອນ ວາງທໍ່ແລ້ວ ຢຽບ ກ່ອນຫັ້ນໜາ ນ້ຳລົງມັນຈະລົງມາ ຫາທໍ່ຫັ້ນ ມັນກໍອອກໄປ ມັນຈະບໍ່ກະທົບ ຫັ້ນໜາ.”

ທ່ານເວົ້າວ່າ ສາເຫດ ທີ່ເຮັດໃຫ້ແຜນການໂຍກຍ້າຍ ປະຊາຊົນລ້າຊ້າ ແມ່ນຍ້ອນທາງໂຄງການ ເຂື່ອນໄຟຟ້າ ສ້າງບ້ານຈັດສັນ ແລະ ໂຄງຮ່າງພື້ນຖານ ຍັງບໍ່ສຳເຣັດ. ມາເຖິງປັດຈຸບັນ ສ້າງເຮືອນຢູ່ບ້ານຈັດສັນ ໄດ້ປະມານ 150 ຫຼັງ ແລະຍັງອີກ 100 ປາຍຫຼັງຍັງບໍ່ທັນ ໄດ້ເລິ່ມສ້າງ ຮວມທັງສຸຂສາລາ, ໂຮງຮຽນ, ໄຟຟ້າ, ນ້ຳປະປາ ກໍຍັງບໍ່ທັນໄດ້ສ້າງ.

ປັດຈຸບັນ ໄດ້ໂຈະການກໍ່ສ້າງ ບ້ານຈັດສັນ ຍ້ອນເສັ້ນທາງ ຈາກເມືອງວຽງທອງ ໄປຫາບ້ານຈັດສັນ ຫ້ວຍຊອຍນັ້ນເປ່ເພ ຍ້ອນຝົນຕົກໜັກ ເຮັດໃຫ້ຣົດຂົນສົ່ງ ອຸປກອນກໍ່ສ້າງ ແລ່ນເຂົ້າ-ອອກບໍ່ໄດ້. ເມື່ອທາງໂຄງການ ເຂື່ອນໄຟຟ້ານ້ຳເທີນ 1 ບໍ່ສາມາດສ້າງບ້ານຈັດສັນ ໃຫ້ແລ້ວ ແລະໂຍກຍ້າຍ ປະຊາຊົນບໍ່ໄດ້ຕາມແຜນການ ໃນເດືອນພຶສຈິກາປີນີ້ ທາງການລາວ ອາຈເວົ້າເຖິງມາຕການ ປັບໃໝ ກັບທາງໂຄງການ ດັ່ງເຈົ້າໜ້າທີ່ ທ່ານດຽວກັນນີ້ເວົ້າວ່າ:

"ມັນກໍໄດ້ເວົ້າເຣື່ອງໃໝຫັ້ນແລ້ວ ບໍຣິສັດພີ່ນ້ອງ ກໍໄດ້ໃໝກ່ອນແລ້ວ ເປັນຈັ່ງຊີ້ ລະຕ້ອງໄດ້ເວົ້າເຣຶ່ອງປັບໃໝຫັ້ນແລ້ວ.”

ເຈົ້າໜ້າທີ່ເຂື່ອນໄຟຟ້ານ້ຳເທີນ 1 ໄດ້ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນັ້ນ ໂດຍຢືນຢັນວ່າ ການສ້າງບ້ານຈັດສັນ ແລະການໂຍກຍ້າຍ ປະຊາຊົນ ຍັງເປັນໄປຕາມແຜນ ການເດີມ ຄືໃນເດືອນພຶສຈິກາ ທ້າຍປີນີ້ແມ່ນຈະໃຫ້ແລ້ວ ແລະທັງວ່າ ສາເຫດ ທີ່ພາໃຫ້ການສ້າງບ້ານ ລ້າຊ້ານັ້ນ ແມ່ນເປັນຍ້ອນ ຜູ້ຮັບເໝົາສ້າງ ໃຊ້ເວລາຫຼາຍໃນການ ປັບໜ້າດິນບ້ານນັ້ນ:

“ເຮົາກໍຄິດວ່າ ສິໃຫ້ມັນແລ້ວ ຕາມກຳນົດຕາມແຜນການຢູ່ແລ້ວ ລົມກັບຜູ້ຮັບເໝົາ ຂະເຈົ້າກໍບອກວ່າ ຮັບປະກັນໃຫ້ແລ້ວ ເບື້ອງຕົ້ນ ມັນອາຈຊ້າ ຍ້ອນປັບພື້ນທີ່ມັນກິນ ເວລາ ໄປ.”

ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຊຶ່ງຈະຕ້ອງໄດ້ໂຍກຍ້າຍ ອອກຈາກບ້ານເດີມ ທີ່ທາງໂຄງການເຂື່ອນໄຟຟ້າ ນ້ຳເທີນ 1 ກວມເອົານັ້ນ ມີ 7 ບ້ານ ຮວມທັງບ້ານທ່າເດື່ອ, ບ້ານວັງ ໝາກ, ບ້ານພຽງຕົ້ນ ແລະບ້ານໜອງມົນ. ເຂື່ອນໄຟຟ້ານ້ຳເທີນ 1, ຂນາດ 650 MW, ມູນຄ່າ ການກໍ່ສ້າງ 900 ລ້ານໂດລາສະຫະຣັຖ, ໄດ້ເລິ່ມກໍ່ສ້າງມາແຕ່ປີ 2014 ແລະຄາດວ່າ ຈະສ້າງສໍາເຣັດໃນທ້າຍປີ 2019 ນີ້.

ເປັນໂຄງການຮ່ວມທຶນຂອງ 3 ບໍຣິສັດ ຄື: ກຸ່ມ ບໍຣິສັດພອນສັກ ຂອງວຽດນາມ ຖືຮຸ້ນ 60%, ກຸ່ມບໍຣິສັດ ເອັກໂກຂອງໄທ -25% ແລະບໍຣິສັດ ອີດີແອລ ເຈເນິເລຊັນ -15%, ກະແສໄຟຟ້າ ທີ່ຜລິດໄດ້ຈະສົ່ງຂາຍໃຫ້ໄທ.