ມາຮອດປະຈຸບັນ ຍັງມີຊາວລາວຫຼາຍຄອບຄົວ ຍັງບໍ່ໄດ້ຮັບຄ່າຊົດເຊີຍ ຈາກບໍຣິສັດຣົດໄຟ ລາວ-ຈີນ ຍ້ອນການດຳເນີນງານຂອງ ພາກສ່ວນກ່ຽວຂ້ອງ ມີການລ່າຊ້າທາງດ້ານ ງົບປະມານ ເຖິງແມ່ນວ່າ ພວກຂະເຈົ້າ ໄປທວງຖາມກັບ ເຈົ້າຫນ້າທີ່ກ່ຽວຂ້ອງ ກໍບໍ່ໄດ້ ຄຳຕອບຢ່າງຈະແຈ້ງ ວ່າການຈ່າຍຄ່າຊົດເຊີຍ ແກ່ຊາວບ້ານຜູ້ໄດ້ຜົລກະທົບ ຈາກໂຄງການ ຣົດໄຟ ລາວ-ຈີນ ນັ້ນ ຈະໄດ້ເມື່ອໃດ, ດັ່ງ ຊາວບ້ານຜູ້ທີ່ເສັຽດິນ ໃຫ້ໂຄງການຣົດໄຟລາວ-ຈີນ ທ່ານນຶ່ງ ຢູ່ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ກ່າວຕໍ່ເອເຊັຽເສຣີ ໃນວັນທີ 20 ພຶສພາ ນີ້ວ່າ.
“ໂອະ ເພິ່ນວ່າ ມັນຈັກຊິໄດ້ຍາມໃດ ບໍ່ໄດ້ວ່າຈັ່ງໃດ ໂທຖາມເພິ່ນວ່າໂຄວິດ ຍັງບໍ່ຮູ້ ແນວຄິດກະໂອມື້ໃດ ໄດ້ເຮົາຈຶ່ງວ່າເຮົາກະ ແບບວ່າກຳນົດບໍ່ໄດ້ດອກ.”
ທ່ານກ່າວຕື່ມວ່າ ຕົນເອງເສັຽທີ່ີດິນ ໃຫ້ແກ່ໂຄງການຣົດໄຟ ລາວ-ຈີນ ໄປເມື່ອປີກາຍ ແລະຫວັງວ່າຈະໄດ້ເງິນຊົດເຊີຍໄປຫາຊື້ດິນ ບ່ອນໃຫມ່ສຳລັບ ການປູກຝັງລ້ຽງຄອບຄົວ ແຕ່ມາຮອດປັດຈຸບັນ ກໍຍັງບໍ່ສາມາດໄປຊື້ທີ່ດິນໄດ້ ຍ້ອນຍັງບໍ່ໄດ້ຮັບເງິນຄ່າຊົດເຊີຍ ຈັກກີບ ແລະ ບໍ່ຫມັ້ນໃຈວ່າຈະໄດ້ຮັບຄ່າຊົດເຊີຍ ໃນປີນີ້ ຫລືບໍ່.
ວິທຍຸເອເຊັຽເສຣີ ພຍາຍາມຕິດຕໍ່ຫາ ເຈົ້າຫນ້າທີ່ໄກ່ເກັ່ຽກ່ຽວກັບ ສິ່ງກີດຂວາງໃນໂຄງການຣົດໄຟລາວ-ຈີນ ເພື່ອຄວາມຄືບຫນ້າ ໃນການຈ່າຍຄ່າຊົດເຊີຍ ແກ່ຊາວບ້ານແຕ່ ເຈົ້າຫນ້າທີ່ກ່ຽວຂ້ອງ ບໍ່ສາມາດໃຫ້ຂໍ້ມູນໄດ້.
ໃນຂນະດຽວກັນ ຊາວບ້ານຢູ່ເມືອງງາ ແຂວງອຸດົມໄຊ ຫຼາຍຄອບຄົວກໍບໍ່ໄດ້ຮັບຄ່າຊົດເຊີຍ ຈາກໂຄງການຣົດໄຟລາວ-ຈີນ ຄືກັນ ເກີດຄວາມສົງສັຍວ່າ ເປັນຫຍັງຄ່າຊົດເຊີຍ ຈາກພາກສ່ວນກ່ຽວຂ້ອງ ຈຶ່ງມີຄວາມລ່າຊ້າແທ້ ດັ່ງຊາວບ້ານເມືອງງາ ທ່ານນຶ່ງເວົ້າວ່າ:
“ອີກ 2-3 ຊອຍນະແບບເຂົາເຮັດທາງໃຫຍ່ ເຮັດທາງຫຍັງໄປເອົາເຄື່ອງເອົາຂອງ ເຂົາແມ່ນຫຍັງເຂົາວ່າເຂົາຊີ່ຈ່າຍ ບາດນີ້ບໍ່ຈ່າຍ ເປັນນຳຣັຖບານ ຫລືຈີນ ກະບໍ່ຮູ້ ອາດຈະເປັນນຳ ຣັຖບານຫຼາຍກວ່າຕິ.”
ເຈົ້າຫນ້າທີ່ຜແນກໂຍທາທິກັນ ແລະ ຂົນສົ່ງ ແຂວງອຸດົມໄຊ ທ່ານນຶ່ງເວົ້າວ່າ ຍັງມີຫຼາຍຄອບຄົວ ຢູ່ແຂວງອຸດົມໄຊ ບໍ່ໄດ້ຮັບຄ່າ ຊົດເຊີຍຈາກໂຄງການຣົດໄຟ ລາວ-ຈີນ ຍ້ອນມີ ການລ່າຊ້າໃນການ ເບີກຈ່າຍ ເນືື່ອງຈາກແຂວງ ຍັງບໍ່ທັນໄດ້ຮັບງົບປະມານ ຈາກຣັຖບານເທື່ອ ຍ້ອນບັນຫາ ໂຄວິດ-19 ແຕ່ປະຕິເສດ ທີ່ຈະໃຫ້ຂໍ້ມູນວ່າ ມີຈັກຄອບຄົວໄດ້ແລ້ວ ແລະ ຍັງບໍ່ທັນໄດ້ ດັ່ງ ທ່ານເວົ້າວ່າ:
“ມັນບໍ່ທັນໄດ້ແລ້ວ ເອກກະສົມເອກກະສານ ບໍ່ທັນແລ້ວມັນມີໂຄວິດ ແດ່ຊ່ວງນີ້ຣັຖບານເພິ່ນ ກະຍັງບໍ່ທັນສະດວກ ໃນການຄົ້ນຄວ້າ ເຣື້ອງງົປມານຕ່າງໆ ການຊົດເຊີຍກະຊິລ່າຊ້າ.”
ທ່ານກ່າວອີກວ່າ ທາງການຍັງບໍ່ສາມາດຕອບໄດ້ວ່າ ການໃຫ້ຄ່າຊົດເຊີຍ ແກ່ຊາວບ້ານຜູ້ທີ່ໄດ້ຮັບຜົລກະທົບ ຈາກໂຄງການຣົດໄຟ ລາວ-ຈີນ ນັ້ນຈະສຳເຣັດໃນປີນີ້ ຫຼືບໍ່ ຮູ້ພຽງແຕ່ວ່າ ເສັ້ນທາງຣົດໄຟລາວ-ຈີນ ຢູ່ແຂວງອຸດົມໄຊ ຄືບຫນ້າໄປເລື້ອຍໆ ແລະຈະສຳ ເຮັດຕາມແຜນໃນປີນີ້ແນ່ນອນ.
ເມື່່ອເດືອນພຶສຈິກາ ປີກາຍ ເຈົ້າຫນ້າທີ່ແຂວງອຸດົມໄຊ ທ່ານນຶ່ງເປີດເຜີຍວ່າ ການຊົດເຊີຍຊາວບ້ານ ຜູ້ທີ່ຖືກຜົລກະທົບຈາກໂຄງການ ຣົດໄຟ ລາວ-ຈີນ ຢູ່ແຂວງອຸດົມໄຊ ໄດ້ສຳເຮັດ ໄປແລ້ວ 4 ງວດຮວມທັງຫົມດ 1,233 ຄອບຄົວ ໃນນັ້ນ ປະກອບດ້ວຍເມືອງໄຊ ເມືອງນາຫມໍ້ ແລະ ເມືອງງາ ໃນມູນຄ່າທັງຫມົດ ປະມານ 133 ຕື້ກີບ ແລະ ໃນແຜນການຊົດເຊີຍ ງວດ 5 ມີທັງຫມົດ 66 ຄອບຄົນ ມນູຄ່າປະມານ 61 ຕື້ກີບ.
ເຖິງຢ່າງໃດກໍ່ຕາມ ມາຮອດປັດຈຸບັນ ບາງແຂວງທີ່ມີໂຄງການ ຣົດໄຟລາວ-ຈີນ ຜ່ານເປັນຕົ້ນ ແຂວງຫຼວງນ້ຳທາ ກໍໄດ້ໃຫ້ຄ່າ ຊົດເຊີຍແກ່ຊາວບ້ານຜູ້ທີ່ໄດ້ຮັບຜົລກະທົບ ຫມົດແລ້ວ. ແຕ່ເຈົ້າຫນ້າທີ່ບໍ່ສາມາດ ໃຫ້ຣາຍລະອຽດ ວ່າມີຈັກຄອບຄົວ.
“ຖືວ່າຫມົດແລ້ວໄດ໊ ພວກເຮົາກະແກ້ໄຂໄປ ຕາມຣະບຽບກົດຫມາຍແກ້ໄປ ຕາມຣະບຽບຂອງໂຄງການຣົດໄຟຫັ້ນ ວາງອອກ ແກ້ໄດ້ຫມົດ ປະຊາຊົນ ລຸລ່ວງດ້ວຍດີ ຖືວ່າມີການ ພັທນາ ຢ່າງມີສີສັນຫັ້ນນ່າ ໃຫ້ມັນເຫັນຄວາມກ້າວຫນ້າ ຂອງລາວນີ້.”
ໂຄງການຣົດໄຟ ລາວ-ຈີນ ທີ່ມີຄວາມຍາວປະມານ 422.4 ກິໂລແມດ, ມີຄວາມຄືບຫນ້າ ຫຼາຍກວ່າ 94 ເປີເຊັນ ໃນການກໍ່ສ້າງ ແລະ ການວາງຣາງຣົດໄຟ ຈາກນະຄອນຫຼວງ ວຽງຈັນ ໄປແຂວງຫຼວງພຣະບາງ ຕໍ່ໃສ່ແຂວງອຸດົມໄຊ ກໍມີຄວາມຄືບຫນ້າ 80% ຄາດວ່າ ການວາງຣາງຣົດໄຟ ຈາກ ນະຄອນຫຼວງວຽງຈັນ ໄປຮອດດ່ານສະຖານີ ບໍໍ່ເຕັນ ແຂວງຫລວງນ້ຳທາ ຈະສຳເຣັດໃນ ເດືອນພືສພາ ປີນີ້ ເພື່ອໃຫ້ໂຄງການ ເປີດໄດ້ຕາມແຜນການ ໃນທ້າຍປີ 2021 ນີ້.
ອີງຕາມການຣາຍງານຂອງ ທ່ານ ຮູພິນ ຫົວຫນ້າ ຜູ້ບັນຊາການ ແລະ ວິສາວະກອນ ຣະດັບສຸງຂອງ ບໍຣິສັດຣົດໄຟ ລາວ-ຈີນ ຈຳກັດກ່າວຕໍ່ສື່ມວນລາວ ໃນວັນທີ 30 ມີນາຜ່ານມາວ່າ ໂຄງການຣົດໄຟ ລາວ-ຈີນຈະສ້າງສຳເຣັດແລະເປີດໃຊ້ຕາມເວລາທີ່ ໄດ້ວາງໃວ້ ໃນວັນສະຖາປະນາ ສປປລາວ ວັນທີ 2 ທັນວາ ປີ 2021ນີ້.
ກ່ຽວກັບ ບຸຄລາກອນ ຜູ້ທີ່ຈະຄອບຄຸມ ແລະ ດຳເນີນງານໂຄງການຣົດໄຟ ລາວ-ຈີນ ລ່າສຸດເມື່ອເດືອນເມສາ ຜ່ານມາ ບໍຣິສັດ ຣົດໄຟ ລາວ-ຈີນ ໄດ້ອອກແຈ້ງການ ວ່າທາງບໍຣິສັດ ໄດ້ເລື່ອນເວລາ ການຝຶກອົບຮົບ ພະນັກງານຊຸດໃຫມ່ ແລະ ເລື່ອນເວລາ ການສອບເສັງ ອອກໄປແບບບໍ່ມີກຳນົດ ຈົນກວ່າສະພາບໂຄວິດ-19 ຣະບາດໃນລາວ ຈະເບົາບາງລົງ.