ຊາວບ້ານກັງວົນຄ່າຊົດເຊີຍ ທີ່ດິນ
2016.10.20
ຊາວບ້ານ ຫຼາຍຄອບຄົວ ໃນເຂດ ເມືອງນາຊາຍທອງ ແລະ ເມືອງໄຊທານີ ນະຄອນຫຼວງ ວຽງຈັນ ທີ່ຈະໄດ້ຮັບ ຜົລກະທົບ ຈາກການ ກໍ່ສ້າງ ທາງຣົດໄຟ ລາວ-ຈີນ ມີຄວາມກັງວົນ ນໍາແຜນການກໍ່ສ້າງ ແລະນໍາ ຄ່າຊົດເຊີຍ ຮວມທັງທີ່ດິນ ຈາກ ທາງການ ລາວຢູ່, ພາຍຫຼັງ ທີ່ໄດ້ຮູ້ຂ່າວ ວ່າ ມີແຜນການ ທີ່ຈະ ອະນຸມັດ ງົບປະມານ ໃນການຊົດເຊີຍ ນັ້ນແລ້ວ. ຊາວບ້ານນາຊັພ ເມືອງ ນາຊາຍທອງ ຜູ້ນຶ່ງກ່າວຕໍ່ RFA ໃນວັນທີ 11 ຕຸລາ ນີ້ວ່າ ສ່ວນຕົວແລ້ວ ແມ່ນຍັງ ບໍ່ຮູ້ເຣື້ອງ ຄ່າຊົດເຊີຍ ໃດໆ ຈາກທາງການ ເລີຍ:
"ເຣື້ອງຊົດເຊີຍ ແຮ່ງໄກເລີຍ ເຣື້ອງວ່າມັນ ສິມາ ຫຼືບໍ່ມາ ມາຮອດບ່ອນໃດ ເຮົາກະຍັງບໍ່ຮູ້, ເຮົາຍັງບໍ່ຮູ້ ວ່າເພິ່ນ ສິເຮັດໄດ້ຫຼືບໍ່? ແຕ່ວ່າເພິ່ນ ກະມາປັກຫຼັກ ໃນບ້ານພວກເຮົາ ເນາະ ອັນທີ່ເປັນຫຼັກ ແດງເນາະ. ຖ້າເປັນໄປໄດ້ ຢ່າງໜ້ອຍ ເຮົາກະຢາກຮູ້ ຫັ້ນນ່າ ວ່າມັນຖືກ ດິນເຮົາ ທໍ່ໃດ".
ນາງກ່າວຕື່ມວ່າ ຊາວບ້ານຢາກຮູ້ ແຜນ ກໍ່ສ້າງທາງ ນັ້ນຢ່າງຄັກແນ່ ເພາະ ຖ້າຫາກຮູ້ວ່າ ດິນ ຂອງຕົນຈະຖືກ ຜົລກະທົບຫຼາຍ ກໍຈະໄດ້ ວາງແຜນ ທ້ອນໂຮມ ເງິນຄຳ ເພື່ອໄປປຸກເຮືອນ ຫຼັງໃໝ່ ໃຫ້ທັນເວລາ ແລະ ຢາກໃຫ້ ທາງການ ບອກໃຫ້ຮູ້ກ່ອນ ຈະໃຫ້ ໂຍກຍ້າຍ ຢ່າງ ໜ້ອຍ 6 ເດືອນ ຫາ 1 ປີ. ແລະ ຊາວບ້ານ ອີກຜູ້ນຶ່ງ ທີ່ຈະໄດ້ຮັບ ຜົລກະທົບ ຢູ່ບ້ານນາທົ່ມ, ເມືອງໄຊທານີ ກໍ່ຢາກໃຫ້ ພາກສ່ວນ ກ່ຽວຂ້ອງ ໃຫ້ຄ່າຊົດເຊີຍ ທີ່ເປັນທັມ ເພື່ອໃຫ້ຊາວບ້ານ ສາມາດ ຊື້ດິນ ຫຼື ຊື້ວັສດຸ ສໍາລັບປຸກເຮືອນ ໃໝ່ໄດ້:
"ໃນການຊົດເຊີຍ ກະໃຫ້ມັນ ຍຸຕິທັມ ນຳກັນຫັ້ນແຫຼະ, ຄັນວ່າເພິ່ນ ໃຫ້ໜ້ອຍ ສົມມຸດວ່າ, ເຮົາສິໄປຢູ່ ຈັ່ງໃດ, ເຮົາສິຊື້ຈັ່ງໃດ, ເຮົາສິຊື້ໄດ້ ຢູ່ຄືເກົ່ານີ້ບໍ ຫຼືຈັ່ງໃດ ຫັ້ນນ່າ. ຄັນວ່າຕີຣາຄາ ດຽວນີ້ ຫັ້ນນ່າ, ລະກະ ສ້າງເຮືອນໄດ້ ຄືເກົ່ານີ້ນ່າ ເຮົາກະພໍພຽງ ຕັ້ງແຕ່ວ່າ ເຮົາຢາກໄດ້ ໃຫ້ມັນໄດ້ ຄືນປົວແປງ ຄືເກົ່າເນາະ".
ໃນວັນດຽວກັນນັ້ນ, RFA ໄດ້ຕິດຕໍ່ໄປຫາ ເຈົ້າໜ້າທີ່ ໂຄງການ ທາງຣົດໄຟ ລາວ-ຈີນ ເພື່ອຖາມເຖິງ ເຣຶ່ອງທີ່ ຊາວບ້ານ ໃນເຂດດັ່ງກ່າວ ກັງວົນ, ແຕ່ ເຈົ້າໜ້າທີ່ ບໍ່ສາມາດ ໃຫ້ຄວາມເຫັນ ແນວໃດໄດ້. ພ້ອມກັນນັ້ນ ກໍ່ໄດ້ຕິດຕໍ່ ໄປຍັງ ຫ້ອງການ ສິ່ງແວດລ້ອມ ເມືອງໄຊທານີ, ເຈົ້າໜ້າທີ່ ຜູ້ຂໍສງວນຊື່ ໄດ້ບອກ ໃຫ້ຮູ້ວ່າ ທາງພາກສ່ວນ ສິ່ງແວດລ້ອມ ກໍ່ຮັບຮູ້ເຣຶ່ອງ ດັ່ງກ່າວ ແລະ ໄດ້ສເນີໄປຍັງ ພາກສ່ວນ ກ່ຽວຂ້ອງ ແລ້ວ, ແຕ່ຍັງບໍ່ມີ ຄຳຕອບ.
ເມື່ອເດືອນສິງຫາ ຜ່ານມາ, ມີຣາຍງານວ່າ ພາກສ່ວນ ກ່ຽວຂ້ອງ ໄດ້ຂຶ້ນແຜນ ຂໍງົບປະມານ ຈາກຣັຖບານ ເປັນຄ່າຊົດເຊີຍ ແລະ ເວນຄືນ ທີ່ດິນ ໃຫ້ຊາວບ້ານ ທີ່ຈະໄດ້ຮັບ ຜົລກະທົບ ຈາກການກໍ່ສ້າງ ທາງຣົດໄຟ ນັ້ນແລ້ວ, ແຕ່ຍັງ ບໍ່ຮູ້ວ່າ ແຜນ ງົບປະມານ ດັ່ງກ່າວ ຈະຖືກ ອະນຸມັດ ຫລືບໍ່.