ໂຄງການຣົດໄຟຈະຊີ້ແຈງ ຄ່າ ຊົດເຊີຍ
2017.03.07

ໜ່ວຍງານ ທີ່ຮັບຜິດຊອບ ໂຄງການ ທາງຣົດໄຟ ລາວ-ຈີນ ແລະ ທາງການ ແຂວງອຸດົມໄຊ ຈະລົງພື້ນທີ່ ປະຊຸມກັບ ນາຍບ້ານ 18 ບ້ານ ຢູ່ເມືອງໄຊ ໃນໄວໆນີ້ ເພື່ອຊີ້ແຈງຣາຍລະອຽດ ກ່ຽວກັບຄ່າຊົດເຊີຍ ໃຫ້ຜູ້ທີ່ໄດ້ຮັບ ຜົນກະທົບ. ດັ່ງເຈົ້າໜ້າທີ່ ເມືອງໄຊ ທ່ານນຶ່ງ ໄດ້ກ່າວ ໃນວັນທີ 6 ມິນາ ວ່າ:
"ເວົ້າການທົດແທນ ຍັງບໍ່ທັນ ຕົກລົງກັນໄດ້ ເທື່ອ ປະຊຸມຊຸດນີ້ ເພິ່ນສິເວົ້າເຣື້ອງ ການກຳນົດ ການທົດແທນ ຄ່າດິນດອນ ເຮືອນສັງຕ່າງໆ ມາແຕ່ກະຊວງ ມີແຕ່ ເມືອງ, ແຂວງ, ນະລົງ ເມືອງໄຊ ສຸດທ້າຍ".
ເຈົ້າໜ້າທີ່ ກ່າວອີກວ່າ ການລົງພື້ນທີ່ ປະຊຸມຂອງຄນະ ຮັບຜິດຊອບ ໂຄງການ ທາງຣົດໄຟ ຈະບໍ່ໃຫ້ ປະຊາຊົນ ເຂົ້າຮ່ວມນຳ ແຕ່ຢ່າງໃດ ຊຶ່ງທາງການ ຈະໃຫ້ນາຍບ້ານ ແຕ່ລະບ້ານ ນຳຂໍ້ມູນ ເຣື້ອງຄ່າຊົດເຊີຍ ໄປບອກແກ່ ລູກບ້ານ ຂອງຕົນ ອີກເທື່ອນຶ່ງ.
ຊາວບ້ານ ທີ່ໄດ້ຮັບ ຜົນກະທົບ ຈາກໂຄງການ ທາງຣົດໄຟ ລາວ-ຈີນ ໂດຍສະເພາະ ຜູ້ທີ່ເສັຽທີ່ດິນ ແລະ ເສັຽເຮືອນ ມີຄວາມກັງວົນ ວ່າ ເຂົາເຈົ້າ ຈະບໍ່ໄດ້ ຄ່າຊົດເຊີຍ ຕາມທີ່ ພວກຕົນຕ້ອງການ ແລະ ຍັງບໍ່ໝັ້ນໃຈ ວ່າຄ່າຊົດເຊີຍ ທີ່ຈະໄດ້ນັ້ນ ຈະພໍຊື້ດິນ ບ່ອນໃໝ່ ໄດ້ຫຼືບໍ່. ອີງຕາມ ການບອກເລົ່າ ຂອງ ເຈົ້າໜ້າທີ່.
ປັດຈຸບັນ ເມືອງໄຊ ກຳລັງມີການກໍ່ສ້າງ ບ້ານພັກໃຫ້ ກັມມະກອນຈີນ ທີ່ເຂົ້າມາເຮັດວຽກ ທາງຣົດໄຟ ແລະສະເພາະ ຢູ່ເມືອງໄຊ ຈະມີ ປະຊາຊົນ ໄດ້ຮັບ ຜົນກະທົບ ຈາກໂຄງການ ດັ່ງກ່າວ ປະມານ 40 ບ້ານ.
ໂຄງການ ທາງຣົດໄຟ ລາວ-ຈີນ ມີຄວາມຍາວ ປະມານ 420 ກິໂລແມັດ ເລີ້ມຈາກ ແຂວງຫລວງນ້ຳທາ ລົງມາຫາ ນະຄອນຫຼວງ ວຽງຈັນ ມູນຄ່າ ການກໍ່ສ້າງ ປະມານ 6 ຕື້ໂດລາ, ຊຶ່ງການກໍສ້າງ ຈະໃຊ້ເວລາ 5 ປີ. ການຖືຮຸ້ນ ໃນໂຄງການ ດັ່ງກ່າວ ແມ່ນ ສປປລາວ ຖືຮຸ້ນ 30 ເປີເຊັນ ແລະ ຈີນ ຖືກຮຸ້ນ 70 ເປີເຊັນ.