ພັກ-ຣັດເຜີຍໂຄງການຣົດໄຟ
2016.08.14

ທາງການລາວ ໄດ້ຈັດກອງປະຊຸມ ເຈົ້າຫນ້າທີ່ ພະນັກງານຣັດ ທີ່ກ່ຽວຂ້ອງ ກັບໂຄງການ ຣົດໄຟ ລາວ-ຈີນ ຫຼາຍຮ້ອຍຄົນ ໃນອາທິດນີ້ ເພື່ອເປີດເຜີຍ ຣາຍລະອຽດ ທຸກຢ່າງ ໃນໂຄງການ ດັ່ງກ່າວ ເປັນຕົ້ນ ຕົວເລກ ການລົງທືນ, ການໃຊ້ທີ່ດີນ ຕາມແລວ ເສັ້ນທາງ ຣົດໄຟ, ສິດທິ ການໃຊ້ທີ່ດີນ ຈົນເຖິງ ນະໂຍບາຍ ດ້ານພາສີ ອາກອນ, ສະຖານະພາບ ແຮງງານ ຈາກຈີນ ແລະ ຈາກປະເທດ ເພື່ອນບ້ານ ທີ່ ຄາດວ່າ ໂຄງການ ດັ່ງກ່າວ ຈະໃຊ້ແຮງງານ ຫຼາຍຫມື່ນຄົນ ຊຶ່ງ ສ້າງບັນຫາ ຫນັກໃຈ ໃຫ້ ຫຼາຍພາກສ່ວນ ແລະ ປະຊາຊົນ ລາວ ໂດຍທົ່ວໄປ.
ກອງປະຊຸມ ເທື່ອນີ້ ຈັດຂຶ້ນ ໂດຍຄນະ ກັມມະການ ໂຄຊະນາ ແລະອົບຮົມ ສູນກາງພັກ ຮ່ວມກັບ ກະຊວງ ໂຍທາທິການ ແລະ ຂົນສົ່ງ ເພື່ອ ໃຫ້ຣາຍລະອຽດ ແລະຕອບ ຂໍ້ຂ້ອງໃຈ ກ່ຽວກັບ ໂຄງການ ຣົດໄຟ ລາວ-ຈີນ ໃນມູນຄ່າ ປະມານ 6 ຕື້ ໂດລາ ໂດຍມີລະຍະ ການກຸ້ມທຶນ ຍາວເຖິງ 35 ປີ ຊື່ງເປັນ ໂຄງການ ໃຫຍ່ໂຕ ສຳລັບ ປະເທດ ທີ່ມີ ປະຊາກອນ ພຽງແຕ່ 6 ລ້ານ ກວ່າຄົນ ເທົ່ານັ້ນ ແລະ ກໍເປັນ ກອງປະຊຸມ ເທື່ອທຳອິດ ທີ່ຈັດຂຶ້ນ ໂດຍຫນ່ວຍງານ ຂອງພັກ ປະຊາຊົນ ປະຕິວັດ ລາວ ກັບ ຣັຖບານ ລາວ.
ທາງການລາວ ຈະຖືຫຸ້ນ ໃນໂຄງການ ດັ່ງກ່າວ 35% ສ່ວນເຫລືອ 65% ແມ່ນຈີນ ເບື້ອງຕົ້ນ ສອງຝ່າຍ ຕ້ອງອອກທຶນ ຕົນເອງ ຝ່າຍລະ 40% ຂອງຄ່າ ການກໍ່ສ້າງ ທັງຫມົດ ສ່ວນເຫລືອ 60% ແມ່ນ ບໍຣິສັດ ຮ່ວມຫຸ້ນ ລາວ-ຈີນ ຈະຕັ້ງຂຶ້ນ ຮັບຜິດຊອບ ເປັນເຈົ້າຂອງ ບໍຣິຫານ ຈັດການ ຈະກູ້ເງີນ ຈາກ ທະນາຄານ ຈີນ ໃນການກໍ່ສ້າງ ເລີ້ມຕົ້ນ ຝ່າຍລາວ ຕ້ອງໄດ້ ລົງທືນ ປະມານ 730 ລ້ານ ໂດລາ. ແຕ່ຈີນ ອະນຸຍາດ ໃຫ້ລາວ ຈ່າຍເປັນງວດ ປີລະ 50 ລ້ານ ໂດລາ ສະແດງ ວ່າ ສປປລາວ ຈ່າຍເງິນ ພຽງແຕ່ 50 ລ້ານໂດລາ ໂຄງການ ດັ່ງກ່າວ ກໍຈະເລີ້ມສ້າງ ໄດ້ແລ້ວ.