ທາງຣົດໄຟໄປຈີນ ໃນຣາຄາສູງ


2013.04.18
F-lao-china-train ໂຄງການ ສ້າງທາງຣົດໄຟ ທີ່ຈີນ ບິດເບືອນ ປ່ຽນແປງ ສແວງຫາ ແຕ່ຜົນໄດ້ ຈາກສປປລາວ ມາໂດຍຕລອດ
RFA

ຣັຖບານ ລາວ ວາງແຜນ ທີ່ ຈະສ້າງ ທາງຣົດໄຟ ຄວາມໄວສູງ ຈາກ ຊາຍແດນຈີນ ມາຫາ ນະຄອນຫລວງ ວຽງຈັນ ທີ່ ມີຄວາມຍາວ 420 ກິໂລແມັດ ແລະ ທາງຣົດໄຟ ຄວາມໄວສູງ ຈາກລາວບາວ ຊາຍແດນ ວຽດນາມ ມາເຖິງ ສວັນນະເຂດ ຂອງລາວ ທີ່ມີ ຄວາມຍາວ 220 ກິໂລແມັດ. ແຕ່ຣາຍລະອຽດ ຂອງ ໂຄງການ ຕ່າງໆ ຍັງບໍ່ສົມບູນ ເທື່ອ.

ສໍາລັບ ສາຍທາງ ທີ່ຕິດຕໍ່ ເໜືອ-ໃຕ້ ແຕ່ຄຸນມິງ ຂອງຈີນ ເຖິງ ນະຄອນຫລວງ ວຽງຈັນ ກົມການເມືອງ ສູນກາງພັກ ປະຊາຊົນ ປະຕິວັດລາວ ທີ່ກໍາອໍານາດ ພັກດຽວ ຢູ່ລາວ ໄດ້ມີຄໍາສັ່ງ ໃນຕົ້ນເດືອນ ເມສາ ນີ້ ໃຫ້ຣັຖບາລ ຂອງຕົນ ຕິດຕາມ ການກູ້ຢືມເງິນ ຈາກ ທະາຄານ Exim ຂອງຈີນ ຈໍານວນ 7 ພັນ 200 ລ້ານໂດລາ ສະຫະຣັດ.

ຕາມການຄິດໄລ່ ເຫັນວ່າ ຈໍານວນເງິນ ທີ່ຈະກູ້ຢືມ ນັ້ນ ແມ່ນຫລາຍກວ່າ 80% ຂອງ ຜົລຜລິດລວມຍອດ ພາຍໃນ ປະເທດ ຫລື GDP, ພ້ອມກັນນັ້ນ ກໍຄາດວ່າ ຄົນງານຈິນ ຫລາຍພັນຄົນ ຈະເຂົ້າມາລາວ ເພື່ອກໍ່ສ້າງ ທາງຣົດໄຟ ທີ່ຈະມີອຸມົງ ໃຕ້ດິນ 76 ແຫ່ງ, ຂົວ 154 ແຫ່ງ ແລະ 31 ສະຖານີ. ມີການ ວິພາກວິຈານ ກັນວ່າ ທາງຣົດໄຟ ສາຍນີ້ ຈະເປັນຜົລ ປະໂຫຍດ ສໍາລັບຈີນ ຫຼາຍກວ່າ ມີປະໂຫຍດ ໃຫ້ລາວ ຍ້ອນຈີນ ຈະໄດ້ ຊັພຍາກອນ ທັມມະຊາດ ອັນລໍ້າຄ່າ ຂອງລາວ ໄປເປັນ ຈໍານວນ ຫຼວງຫຼາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.