ໂຄງການທາງຣົດໄຟ ຮັບສມັກ ຄົນງານລາວ

ປະຊາຊົນຢູ່ເມືອງຊຽງເງິນ ແຂວງຫຼວງພຣະບາງ ຈໍານວນ 16 ບ້ານ ຈະຖືກຜົນກະທົບ ຈາກໂຄງການ ທາງຣົດໄຟ ລາວ-ຈີນ
ປະຊາຊົນຢູ່ເມືອງຊຽງເງິນ ແຂວງຫຼວງພຣະບາງ ຈໍານວນ 16 ບ້ານ ຈະຖືກຜົນກະທົບ ຈາກໂຄງການ ທາງຣົດໄຟ ລາວ-ຈີນ (RFA/AS)

0:00 / 0:00

ປັດຈຸບັນໂຄງການກໍ່ສ້າງ ທາງຣົດໄຟ ລາວ-ຈີນ ເລີ່ມເປີດຮັບສມັກ ຄົນງານລາວ ຈໍານວນ 7 ພັນປາຍ ຕໍາແໜ່ງເພື່ອເຂົ້າເຮັດວຽກ ຢູ່ຕາມ ແຂວງຕ່າງໆ ທີ່ທາງຣົດໄຟຈະຜ່ານ ທັງຕໍາແໜ່ງຜູ້ຊ່ຽວຊານ ນັກວິຊາການ ພະນັກງານ ແລະຄົນງານມີສີມື, ແລະ ຄົນຂັບຣົດ ຊຶ່ງປັດຈຸບັນ ຄົນລາວກໍພາກັນ ໄປສມັກແລ້ວ, ດັ່ງເຈົ້າໜ້າທີ່ ບໍຣິສັດ ຈັດຫາງານເມືອງ ໄຊທານີ ນະຄອນຫລວງວຽງຈັນ ກ່າວໃນວັນທີ 25 ກໍຣະກະດາ ນີ້ວ່າ:

"ມັນຈະມີພະນັກງານ ຂັບຣົດເນາະຕອນນີ້ ທີ່ເຮົາຕ້ອງການ ກະມີຫລາຍຢູ່ ສາມາດເຂົ້າມາຂຽນໃບສມັກ ກັບເຮົາຢູ່ນີ້ໄດ້ເລີຍ ສາມາດສມັກ ໄດ້ທົ່ວໄປ".

ທ່ານກ່າວຕື່ມວ່າ ຍັງບໍ່ຮູ້ຈໍານວນ ຄົນງານລາວ ທີ່ໄປສມັກເຮັດວຽກນັ້ນ ແລະຍັງບໍ່ຮູ້ວ່າ ຄົນງານທີ່ວ່ານັ້ນ ມາຈາກພາກສ່ວນໃດແດ່ ຕ້ອງໄດ້ ລໍຖ້າໃຫ້ພາກສ່ວນ ກ່ຽວຂ້ອງ ເປັນຜູ້ເປີດເຜີຍ. ໃນຂນະດຽວກັນ ເຈົ້າໜ້າທີ່ຄນະຮັບຜິດຊອບ ໂຄງການທາງຣົດໄຟ ລາວ-ຈີນ ກ່າວວ່າ:

"ຄົນງານຂອງລາວເຮົານີ້ ຈະແມ່ນຄົນງານ ດິບນະ ວ່າງ່າຍໆ ມີຫລາຍໜ້າວຽກ ບາງພາກສ່ວນ ກະຮັບຜິດຊອບ ດ້ານການອະນາມັຍ ບາງ ພາກສ່ວນ ກະຮັບຜິດຊອບ ດ້ານການຜະສົມຊີມັງ ຊ່ວຍຂະເຈົ້າບໍ່ ມີການຂົນແຮ່ຂົນຊາຍ ມັນເປັນແນວນັ້ນນະ".

ໂຄງການສ້າງທາງຣົດໄຟ ລາວ-ຈີນ ໃນຊ່ວງສັນຍາທີ 1 ຫາທີ 4 ມີບໍຣິສັດ ຜູ້ຮັບເໝົາທັງໝົດ 6 ບໍຣິສັດ ທີ່ຈະຮັບເອົາ ຄົນງານລາວ ຄື, ບໍຣິສັດກໍ່ສ້າງ ທາງຣົດໄຟ ເລກ 5 ຮັບເອົາ ຄົນງານລາວ 986 ຄົນ, ບໍຣິສັດກໍ່ສ້າງ ທາງຣົດໄຟ ສາກົລ ຮັບເອົາ 684 ຄົນ, ບໍຣິສັດກໍ່ສ້າງ ທາງຣົດໄຟ ເລກ 8 ຮັບເອົາ 1 ພັນ 16 ຄົນ, ບໍຣິສັດ Sino-hydro Corporation Limited ຮັບເອົາ 1548 ຄົນ, ບໍຣິສັດ Power Construction Corporation of China ຮັບເອົາ 1 ພັນ 94 ຄົນ ແລະບໍຣິສັດ ກໍ່ສ້າງທາງຣົດໄຟ ເລກ 2 ຮັບເອົາເກືອບ 1 ພັນ 784 ຄົນ.