ໂຄງການຣົຖໄຟລາວວຽດນາມ ຍັງບໍ່ສ້າງ

ສິດນີ
2014.05.19
F-default ໂຄງການຣົຖໄຟລາວວຽດນາມ ຍັງບໍ່ສ້າງ
RFA

 

ໂຄງການ ສ້າງ ທາງຣົຖໄຟ ຄວາມໄວສູງ ລາວ-ວຽດນາມ ທີ່ ແຂວງ ສວັນນະເຂດ ໃນ ມູນຄ່າ ປະມານ 5 ຕື້ ໂດລາ ທີ່ ບໍຣິສັດ GIANT CONSOLIDATED ຂອງ ມາເລເຊັຽ ເປັນຜູ້ ລົງທຶນ ນັ້ນ ຂ່າວ ຫລ້າສຸດ ຣະບຸ ວ່າ ໂຄງການ ດັ່ງກ່າວ ຄົງຈະບໍ່ ເລີ້ມລົງມື ສ້າງ ໃນປີນີ້ ຍ້ອນ ບໍ່ມີ ຄວາມຄືບຫນ້າ ໃນ ຫລາຍດ້ານ.

"ບໍ່ທັນ ດອກປີນີ້ ບໍ່ທັນໄດ້ ກໍ່ສ້າງ ຄືຊີ່ ບໍ່ທັນດອກ ຕາມເບີ່ງ ຍັງບໍ່ທັນ ຄືບຫນ້າ ກະບໍ່ມີ ຫຍັງໃຫມ່".

ທ່ານກ່າວ ຕື່ມວ່າ ເມື່ອ ເດືອນ ເມສາ ຜ່ານມາ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ນັດ ປະຊຸມ ກັບ ເຈົ້າຫນ້າທີ່ ຂອງ ບໍຣິສັດ CONSOLIDATED ເພື່ອໃຫ້ ຂະເຈົ້າ ນຳສເນີ ການ ອອກແບບ ເສັ້ນທາງ ຂອງ ໂຄງການ ແຕ່ ເຈົ້າຫນ້າທີ່ ດັ່ງກ່າວ ຕິດຂັດ ທີ່ ປະເທດ ມາເລເຊັຽ ຈື່ງ ມາບໍ່ໄດ້ ຕາມນັດ ມາຮອດ ປັດຈຸບັນ ກໍຍັງ ບໍ່ຕິດຕໍ່ ມາ ແລະ ກໍບໍ່ໄດ້ ພົບປະ ກັບ ເຈົ້າຫນ້າທີ່ ລາວ ເລີຍ.

ທ່ານວ່າ ເຖິງຢ່າງໃດ ກໍຕາມ ໃນເວລາ ນີ້ ກໍໃກ້ເຂົ້າສູ່ ຊ່ວງ ຣະດູຝົນ ແລ້ວ ຈື່ງເຊື່ອ ວ່າ ບໍຣີສັດ ດັ່ງກ່າວ ຄົງຈະ ບໍ່ສ້າງ ໃນ ເວລານີ້ ແນ່ນອນ ເພາະ ໃນຊ່ວງ ຝົນຕົກ ຈະເຮັດໃຫ້ ເກີດຄວາມ ຫລ້າຊ້າ ແລະ ມີ ອຸປສັກ ໃນ ການສ້າງ ທາງການ ລາວ ຍັງລໍຖ້າ ບໍຣິສັດ ອອກແບບ ແຜນ ໃນການ ສ້າງຢູ່.

ໂຄງການ ສ້າງ ເສັ້ນທາງ ຣົຖໄຟ ຄວາມໄວສູງ ລາວ-ວຽດນາມ ທີ່ ມີຄວາມຍາວ ປະມານ 220 ກິໂລແມັດ ນີ້ ໄດ້ຈັດ ພິທີ ວາງ ສີລາເຣິກ ໃນວັນທີ 18 ທັນວາ ປີ 2013 ຢູ່ບ້ານ ນາຊາຍ ເມືອງ ອຸທຸມພອນ ແຂວງ ສວັນນະເຂດ ນັບ ແຕ່ນັ້ນມາ ກໍມີການ ເລື່ອນເວລາ ມາຕຣອດ ບໍ່ຮູ້ວ່າ ສາເຫດ ເປັນ ຍ້ອນຫຍັງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.