ຂ.ອຸດົມໄຊປຸກເຮືອນໃຫ້ ຄົນງານ ຈີນ

ອຸ່ນແກ້ວ ສຸກສະຫວັນ
2017.01.03
F-Laos-China-train ໂຄງການຮ່ວມທຶນຣົດໄຟ ລາວ-ຈີນ
RFA

ນັບແຕ່ ທ້າຍ ປີ 2016 ເປັນຕົ້ນມາ ໂຄງການ ທາງຣົດໄຟ ລາວ-ຈີນ ໄດ້ເລີ້ມສ້າງ ເຮືອນພັກ ຈຳນວນ 4 ຫລັງ ຢູ່ໃກ້ກັບ ໂຮງແຮມ ຈຳປາແດງ ຢູ່ເມືອງໄຊ ແຂວງອຸດົມໄຊ ເປັນບ້ານພັກ ຂອງນັກ ວິຊາການ ຈີນ. ແຕ່ຍັງບໍມີ ການເປີດເຜີຍ ຣາຍລະອຽດ ໃນວຽກງານ ການກໍ່ສ້າງ, ດັ່ງ ເຈົ້າໜ້າທີ່ ທ້ອງຖິ່ນ ທ່ານນຶ່ງ ໄດ້ກ່າວ ໃນວັນທີ 3 ມົກກະຣາ ວ່າ:

"ເຂົາກຳລັງຕັ້ງເຮືອນນະ ກະມີດິນກວ້າງ ແລ້ວ ກະຕັ້ງເຮືອນ ເຮືອນວິລລາໃຫຍ່ 3-4 ຫລັງພຸ້ນ ເຮັດໃໝ່ໆນີ້ແຫລະ ເຂົາກຳລັງ ເອົາຄົນ ມາຕັ້ງເຮືອນຊື່ໆ ແຕ່ອຸປກອນ ຫຍັງ ຍັງບໍ່ທັນ ເອົານຳເຂົ້າ ມາເທື່ອ".

ເຈົ້າໜ້າທີ່ ທ່ານນີ້ ກ່າວຕື່ມອີກວ່າ ຫລັງຈາກ ໂຄງການ ທາງຣົດໄຟ ໄດ້ສ້າງ ສຳເລັດແລ້ວ ແລະ ຄົນງານຈີນ ໄດ້ກັບປະເທດ ແລ້ວ ເຮືອນພັກ ດັ່ງກ່າວ ກໍຈະມອບໂອນ ໃຫ້ເປັນຂອງ ໂຮງແຮມ ຈຳປາແດງ ຍ້ອນວ່າ ທີ່ດິນທີ່ໃຊ້ ກໍ່ສ້າງນັ້ນ ເປັນຂອງ ໂຮງແຮມ.

ນັບແຕ່ທ້າຍປີ 2016 ເປັນຕົ້ນມາ ມີນັກວິຊາການຈີນ ເຂົ້າມາຢູ່ ແຂວງອຸດົມໄຊ ແລ້ວປະມານ 100 ຄົນ ຊຶ່ງ ປັດຈຸບັນ ເຂົາເຈົ້າ ພັກຢູ່ ໂຮງແຮມ ຈຳປາແດງ ແລະ ຍັງຈະມີການ ສ້າງແຄັມພັກ ສຳລັບ ກັມມະກອນຈີນ ອີກຕື່ມ ແລະ ຫຼ້າສຸດ ໂຄງການກຳລັງ ມີການເຈາະ ອຸໂມງ ບາງແຫ່ງ ຢູ່ແຂວງ ອຸດົມໄຊ.

ທາງການຄາດການວ່າ ຈະມີ ກັມມະກອນຈີນ ປະມານ 1 ພັນຄົນ ທີ່ເຮັດວຽກ ໃນໂຄງການ ທາງຣົດໄຟ ແຂວງ ອຸດົມໄຊ ຕາມການ ບອກເລົ່າ ຂອງ ເຈົ້າໜ້າທີ່.

ໂຄງການ ທາງຣົດໄຟ ລາວ-ຈີນ ມີຄວາມຍາວ 427 ກິໂລແມັດ ແລະ ມູນຄ່າ ການກໍ່ສ້າງ ປະມານ 6 ຕື້ໂດລາ, ຊຶ່ງເລີ້ມຈາກ ແຂວງ ຫຼວງນ້ຳທາ ຕິດກັບ ຊາຍແດນຈີນ ຜ່ານ ແຂວງອຸດົມໄຊ ແຂວງ ຫຼວງພຣະບາງ ແຂວງວຽງຈັນ ແລະ ນະຄອນຫຼວງ ວຽງຈັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.