ທູຕຈີນໝັ້ນໃຈຈະຮ່ວມສ້າງ ທາງຣົດໄຟ


2013.09.19
F-lao-china-train ຕົວຢ່າງຂອງຣົດໄຟ ຄວາມໄວສູງ ຂອງຈີນ ຈະສ້າງຈາກ ຂຸນໝີງ ເຂົ້າພາກເໜືອ ຂອງລາວ ເລີຍສູ່ ນະຄອນຫລວງວຽງຈັນ
LPDR

 

ຣັຖບາລຈີນ ຖືສໍາຄັນຫລາຍ ທີ່ຈະເຮັດວຽກຮ່ວມກັບລາວ ໃນໂຄງ ການສ້າງ ທາງຣົດໄຟຄວາມໄວສູງ ມູນຄ່າ 7 ຕື້ໂດລາ ສະຫະຣັຖ. ຕາມຄໍາເວົ້າ ຂອງ ທູຕຈີນ ປະຈໍາລາວ. ທ່ານ Guan Huabing ກ່າວຕໍ່ສື່ມວນຊົນລາວ ແລະຈີນຜ່ານນາຍພາສາທີ່ ນະຄອນຫລວງ ວຽງຈັນທນ໌ ໃນວັນທີ 18 ກັນຍາ ເຖິງການທົບທວນ ການຮ່ວມມື ຣະຫວ່າງ ລາວແລະຈີນ ກ່ອນຈະຮອດວັນຊາດຈີນ ວັນທີ 1 ຕຸລາ ວ່າການຕັດສິນໃຈ ຂອງ ຣັຖບາລຈີນ ທີ່ຈະຊຸກຍູ້ ໃຫ້ມີການກໍ່ສ້າງ ໂຄງການທາງຣົດໄຟ ທີ່ວ່ານັ້ນ “ບໍ່ໄດ້ປ່ຽນແປງ ຈັກເທື່ອ.

ທ່ານວ່າ ໂຄງການນີ້ຕ້ອງການທຶນ ຢ່າງມະຫາສານ ແລະທັງສອງ ປະເທສ ກໍາລັງສຶກສາ ລາຍລະອຽດເຖິງຂໍ້ຕົກລົງ ທີ່ທຸກຝ່າຍຈະໄດ້ ຮັບຜົນປະໂຫຍດ. ທ່ານ Guan ເວົ້າວ່າ ໂຄງການທາງຣົດໄຟ ນີ້ ຕ້ອງໄດ້ວິຈັຍຢ່າງຣະອຽດ ກ່ອນຈະມີການກໍ່ສ້າງອັນໝາຍເຖິງ ຮູບ ແບບຂອງ ການຮ່ວມມື ທີ່ມີເຫດຜົນ ເໝາະສົມທີ່ສຸດ.

ທ່ານວ່າ ໂຄງການທາງຣົດໄຟຄວາມໄວສູງ ມີຄວາມສໍາຄັນທາງຍຸທສາດແລະບໍ່ພຽງແຕ່ຈະຊ່ວຍພັທນາເສຖກິດຂອງຈີນ ແລະ ລາວເທົ່ານັ້ນ ແຕ່ຍັງຈະເປັນ ຜົລປະໂຫຍດ ໃຫ້ແກ່ທຸກປະເທສ ໃນຂົງເຂດນີ້ ອີກດ້ວຍ. ໂຄງການນີ້ ຈະເປັນໂຄງການ ທາງຣົດໄຟ ທີ່ເຊື່ອມຕໍ່ຣະຫວ່າງ  ອາຊຽນແລະຈີນ ຊຶ່ງຈະເລີ່ມຈາກແຂວງ ຢຸນນານຂອງຈີນ ໄປທາງໃຕ້ ຜ່ານລາວ ໄທຍ໌ ແລະ ມາເລເຊັຍ ເຖິງສິງກະໂປ. ທ່ານກ່າວຢໍ້າວ່າ “ ຈີນຈະພັທນາໂຄງການນີ້ ຢ່າງແນ່ນອນ “.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.