ຈີນເລີ້ມເຈາະອຸມົງຢູ່ ແຂວງ ຫຼວງພຣະບາງ
2017.05.19
ການເຈາະອຸມົງ ສ້າງທາງຣົດໄຟ ຢູ່ແຂວງຫຼວງພຣະບາງ ໄດ້ລົງມືແລ້ວ, ຊຶ່ງປະຊາຊົນສ່ວນໃຫຍ່ ບໍ່ຄ່ອຍຮູ້ຂ່າວນີ້, ເລີ້ມດ້ວຍການສໍາຣວດ ຈຸດສ້າງຂົວ ຂ້າມນໍ້າຂອງ ຈາກ ບ້ານມ່ວງຄໍາ, ເມືອງຈອມເພັດ ຫາ ບ້ານພອນໄຊ, ເມືອງຫຼວງພຣະບາງ, ມີກໍານົດໃຫ້ແລ້ວ ພາຍໃນ 2 ປີ ແມ່ນບໍຣິສັດ ເລກ 8 ຂອງຈີນ ເປັນຜູ້ຮັບເໝົາ ກໍ່ສ້າງ.
ວຽກງານ ການກໍ່ສ້າງໄດ້ເຣີ່ມຂຶ້ນ ໂດຍການເຈາະອຸມົງ ຢູ່ພູດໍາໃຫຍ່ ເຂດບ້ານນາຊັງ, ເມືອງຈອມເພັດ, ໃນຈຸດເຈາະອຸມົງ ພູຜາບ່ອງ ເຂດ ບ້ານພອນໄຊ, ເມືອງຫຼວງພຣະບາງ, ຊຶ່ງແຂວງຫລວງພຣະບາງ ມີອຸມົງ 6 ແຫ່ງ.
ອີງຕາມການເປີດເຜີຍ ຂອງເຈົ້າໜ້າທີ່ ຜແນກໂຍທາທິການ ທ່ານນຶ່ງ ຜູ້ທີ່ບໍ່ປະສົງ ອອກຊື່ ໃນມື້ວັນທີ່ 17 ພຶສພາ, ກັມມະກອນ ທີ່ເຮັດ ວຽກ ກໍ່ສ້າງນັ້ນ ລ້ວນແຕ່ຄົນຈີນ 100 ປາຍຄົນ, ເຮັດວຽກທັງເວັນທັງຄືນ. ປະຊາຊົນ ຢູ່ບ້ານພອນໄຊ, ຊຶ່ງເປັນບ້ານຈັດສັນໃໝ່ ສໍາລັບ ຜູ້ທີ່ໄດ້ຮັບ ຜົລກະທົບ ຈາກການຂຍາຍ ເດີ່ນຍົນ ຫຼວງພຣະບາງ ເມື່ອ 2-3 ປີກ່ອນ, ຢູ່ບໍ່ໄດ້ ນອນບໍ່ເປັນ ຍ້ອນສຽງດັງ ຂອງເຄື່ອງຈັກ ເຈາະຫີນ. ປະຊາຊົນ ຢ່າງໜ້ອຍ 5 ຄອບຄົວ ທີ່ໄດ້ຮັບ ຜົລກະທົບ ໂດຍກົງ ໄດ້ຍ້າຍໜີ ອອກຈາກບ້ານໄປ.
ຕາມຂໍ້ຕົກລົງ, ທາງການລາວ ໄດ້ມອບໝາຍໃຫ້ ກະຊວງໂຍທາ ແລະຜແນກໂຍທາແຂວງ ເປັນຜູ້ຮັບຜິດຊອບ ແລະ ປະສານງານ ກັບ ນັກວິຊາການຈີນ ເພື່ອອໍານວຍ ຄວາມສະດວກຕ່າງໆ, ແຕ່ໃນທາງ ປະຕິບັດນັ້ນ ຝ່າຍຈີນ ໄດ້ລົງມືເຮັດ ໂດຍຕົນເອງໂລດ. ນອກຈາກນັ້ນ ຍັງໄດ້ຕັ້ງ ຄນະກັມມະການ ໄກ່ເກັ່ຽ ການໃຫ້ຄ່າຊົດເຊີຍ ແກ່ປະຊາຊົນ ທີ່ໄດ້ຮັບຜົລກະທົບ ຈາກການສ້າງທາງ ຣົດໄຟ ໃນການຈັດຫາ ບ່ອນຢູ່ອາສັຍ ໃຫ້ແກ່ຂະເຈົ້າ.
ທາງລົດໄຟ ທີ່ແລ່ນຜ່ານ ແຂວງຫຼວງພຣະບາງນີ້ ມີລະຍະທາງ ທັງໝົດ 80 ກິໂລແມັດ, ຜ່ານ 19 ບ້ານ ຂອງເມືອງຈອມເພັດ, 11 ບ້ານ ຂອງເມືອງ ຫລວງພະບາງ, ແລະ 14 ບ້ານ ຂອງເມືອງຊຽງເງິນ. ເຖິງຢ່າງໃດກໍຕາມ, ການເກັບຂໍ້ມູນບ້ານ ກ່ຽວກັບຜົລກະທົບ ນັ້ນຍັງບໍ່ ລະອຽດເທື່ອ.