ທາງຣົດໄຟບໍ່ເຕັນບໍ່ຫານ ເລີ້ມແລ້ວ
2017.03.02
ການກໍ່ສ້າງແລວທາງ ຣົດໄຟ ຢູ່ເຂດແດນຂອງລາວ ເພື່ອຕໍ່ໃສ່ຈຸດ ທາງເຂົ້າອອກ ອຸມົງ ຊາຍແດນ ບໍ່ເຕັນ-ບໍ່ຫານ ກຳລັງ ດໍາເນີນງານ. ການສ້າງອຸໂມງ ທາງລົດໄຟ ຢູ່ຈຸດນີ້ ຮັບຜິດຊອບ ໂດຍທາງ ຝັ່ງລາວ ໃນລະຍະທາງ ປະມານ 4 ກິໂລແມັດ ກວ່າ, ສ່ວນອຸໂມງ ທາງ ຝັ່ງຈີນ ທີ່ເລີ້ມລົງມື ສ້າງກ່ອນນັ້ນ ມີຄວາມຍາວ ປະມານ 9 ກິໂລແມັດ ກ່ວາ. ຕາມການບອກເລົ່າ ຂອງເຈົ້າໜ້າທີ່ ເມືອງ ຫຼວງນໍ້າທາ ຕໍ່ເອເຊັຽເສຣີ ໃນວັນທີ່ 1 ມີນາ ນີ້:
"ເຂົາເຈົ້າກ່າລິເລີ້ມແລ້ວເດ ຕຽມບ່ອນສິເຈາະ ອຸໂມງ ອີ່ສັງຫັ້ນແຫຼະ ເຂົາເຈົ້າກ່າເຮັດ ແລວທາງ ອີ່ຫຍັງ ເຂົາເຈົ້າກ່າ ບ່ອນໃດອຸໂມງ ສິເຂົ້າບ່ອນໃດສິອອກ ເຂົາເຈົ້າກ່າປັກ ຫລັກໝາຍ ໃສ່ທຸງ ໃສ່ຫຍັງ ປະມານ 4 km ນີ້ແຫຼະ ຝ່າຍລາວເຮົາ ຝ່າຍເຂົາກ່າ ປະມານ 9 ກິໂລແມັດ".
ໃນຂນະດຽວກັນ ຊາວບ້ານ ຢູ່ໃນເຂດນັ້ນ ກໍເລົ່າໃຫ້ຟັງວ່າ ການສ້າງ ເສັ້ນທາງຣົດໄຟ ທີ່ກໍາລັງ ດໍາເນີນຢູ່ນີ້ ເຮັດໃຫ້ ການສັນຈອນ ຕິດຂັດເພາະ ຣົດຂົນສົ່ງ ອຸປກອນກໍ່ສ້າງ ທາງລົດໄຟ ເຂົ້າ-ອອກ ເປັນຈຳນວນຫຼາຍ ຮວມທັງຄົນງານຈີນ ກໍຫຼັ່ງໄຫຼ ເຂົ້າມາຕື່ມ.
ຊາວບ້ານວ່າ ທາງບໍຣິສັດ ກໍ່ສ້າງຂອງຈີນ ຍັງບໍ່ມີແຜນ ທີ່ຈະຮັບເອົາ ຄົນງານລາວ ເຂົ້າເຮັດວຽກ ກໍ່ສ້າງເທື່ອ. ຜ່ານມາ ທາງແຂວງ ໄດ້ແຈ້ງວ່າ ຈະໃຫ້ມີ ຄົນງານລາວ ເຮັດວຽກ ກັມມະກອນ, ສ່ວນ ນັກວິຊາການ ແມ່ນຄົນຈີນ.
ຈາກການສອບຖາມ ນຳຄົນຈີນ ທີ່ເຮັດວຽກ ຢູ່ທີ່ນັ້ນ ເຂົາເວົ້າວ່າ ຄົນງານຈີນ ທີ່ເຂົ້າມາ ເຮັດວຽກ ກໍ່ສ້າງ ທາງລົດໄຟ ມີປະມານ ຫ້າຮ້ອຍກ່ວາຄົນ. ບ້ານທີ່ຢູ່ໃກ້ເຂດ ກໍ່ສ້າງ ທາງຣົດໄຟ ກໍມີ ບ້ານ ບໍ່ເຕັນ ບ້ານຕີນຊັນ ແລະ ບ້ານນາເຕີຍ.
ເສັ້ນທາງຣົດໄຟ ຈະຜ່ານ 3 ບ້ານດັ່ງກ່າວ ໃນລະຍທາງ ຍາວ 20 ກິໂລແມັດ ສ່ວນຈໍານວນ ຄອບຄົວ ທີ່ຈະຖືກຍ້າຍນັ້ນ ຍັງບໍ່ເປັນທີ່ ແຈ່ມແຈ້ງເທື່ອ ເພາະວ່າ ການສໍາຣວດ ແລວທາງ ຢ່າງລະອຽດ ແລະ ການປັກຫລັກໝາຍ ບໍ່ທັນ ສໍາເຣັດເທື່ອ.ຢູ່ເມືອງຫຼວງນໍ້າທາ ປັດຈຸບັນ ເຕັມແຕ່ ຄົນຈີນອາໃສຢູ່.
ທຸຣະກິດ ບ້ານພັກ ໂຮງແຮມ ຮ້ານອາຫານ ສ່ວນຫລາຍ ກໍ່ແມ່ນ ຂອງຄົນຈີນ ໃຫ້ ບໍຣິການ. ທຸຣະກິດ ຂອງຄົນລາວ ໃນແຂວງນີ້ ປາກົດວ່າ ປະສົບກັບ ການແຂ່ງຂັນ ຫລາຍຂື້ນ.