ຄົນງານລາວໄດ້ເຮັດວຽກທາງ ຣົດໄຟ ເພີ້ມຂຶ້ນ
2017.10.08
ບໍຣິສັດຈີນ ທີ່ຮັບເໝົາສ້າງທາງຣົດໄຟ ຄວາມໄວສູງ ລາວ-ຈີນ ໃນເຂດ ແຂວງອຸດົມໄຊ ຈະເອົາຄົນງານລາວ ເຂົ້າເຮັດວຽກນຳ ຫລາຍຂຶ້ນ ໂດຍຈະຫລຸດຜ່ອນ ການນຳຄົນງານຈີນ ເຂົ້າມາ ຕາມຣະບຽບການ ຂອງລາວ. ປັດຈຸບັນ ທາງບໍຣິສັດ ນີ້ຕ້ອງການ ຄົນງານລາວ 800 ປາຍຄົນ. ດັ່ງເຈົ້າໜ້າທີ່ ແຂວງອຸດົມໄຊ ເວົ້າໃນມື້ວັນທີ 6 ຕຸລາ ນີ້ວ່າ:
"ຣັຖບາລລາວໃຫ້ເອົາກຳມະກອນລາວ ເຮັດໂຊເຟີຣົດ ກັມກອນສະເພາຄົນລາວ ນີ້ເຫັນແຈ້ງການ ສອ ສະບັບປະມານ 800 ຄົນ, ຄົນລາວ ກະຫລາຍແລ້ວ ສາມສີ່ຮ້ອຍແລ້ວຕິ ສ່ວນຫລາຍ ເຂົາຈະເອົາຄົນລາວ".
ທ່ານເວົ້າວ່າ ອີກສາເຫດນຶ່ງ ທີ່ເຮັດໃຫ້ບໍຣິສັດ ສ້າງທາງຣົດໄຟ ນີ້ຮັບເອົາຄົນງານລາວ ເຂົ້າເຮັດວຽກ ຫຼາຍຂຶ້ນນັ້ນ ກໍຍ້ອນເປັນການປະຢັດ ຄ່າໃຊ້ຈ່າຍ ເນຶ່ອງຈາກ ວ່າຄ່າຈ້າງຄົນງານລາວ ຖືກກວ່າຄົນຈີນ ແລະທັງບໍ່ໄດ້ເສັຍຄ່າ ເດິນທາງ ຄ່າອາຫານ ແລະ ຣາຍຈ່າຍອື່ນໆ.
ທ່ານກ່າວຕື່ມອີກວ່າ ຈາກຂໍ້ມູນທີ່ໄດ້ມາ ຄາດວ່າຄົນງານຈີນ ທີ່ຈະມາເຮັດວຽກ ສ້າງທາງຣົດໄຟ ໃນແຂວງອຸດົມໄຊ ນີ້ທັງໝົດ 1 ພັນຄົນ ນັບຕັ້ງແຕ່ວັນທີ 5 ຕຸລາ ນີ້ເປັນຕົ້ນໄປ ຊຶ່ງຂະນະນີ້ ກຳລັງພາກັນເຂົ້າມາ ສະເລັ່ຍມື້ນຶ່ງ ປະມານ 100 ຄົນ ຈາກຊາຍແດນບໍ່ເຕັນ ແຂວງ ຫລວງນ້ຳທາ ມາແຄັມຄົນງານ ທີ່ເມືອງໄຊ ກ່ອນທີ່ຈະໄປເຮັດວຽກ ຢູ່ເມືອງໄຊ, ເມືອງງານ ແລະ ເມືອງນາໝໍ້.
ກ່ອນໜ້ານີ້ມີຣາຍງານວ່າ ຄົນງານລາວທີ່ເຮັດວຽກນຳ ໂຄງການສ້າງທາງຣົດໄຟ ຄວາມໄວສູງລາວ-ຈີນ ນີ້ຈະໄດ້ຮັບຄ່າຈ້າງແຕ່ 1 ລ້ານ 5 ແສນກີບ ເຖິງ 6 ລ້ານກີບ ຕໍ່ເດືອນ, ຫາກເວົ້າພາສາຈີນ ໄດ້ກໍຈະໄດ້ເງິນຄ່າຈ້າງ ຫລາຍກວ່ານັ້ນ. ໂຄງການນີ້ເປີດຮັບ ເອົາຄົນງານລາວ 7,112 ຄົນ.