ພິທີເປີດວຽກງານເຈາະ ອຸມົງ

ສິດນີ
2017.04.10
f-laos-china ວຽກງານການບຸກເບີກພື້ນທີ່ ເຂົ້າຫາເຂດເຈາະອຸມົງ ທີ່ບ້ານນາເຕີຍ ແຂວງຫຼວງນໍ້າທາ
RFA

ທາງການ ແຂວງພາກເຫນືອຂອງລາວ ຮ່ວມກັບໂຄງການ ກໍ່ສ້າງເສັ້ນທາງຣົດໄຟ ລາວ-ຈີນ ໄດ້ຈັດພີທີ ເປິດການເຈາະອຸມົງ ແລະ ການກໍ່ -ສ້າງ ເສັ້ນທາງຣົດໄຟ ຢ່າງເປັນທາງການ ທີ່ແຂວງອຸດົມໄຊ ເມື່ອອາທິດທີ່ຜ່ານມາ.

ເສັ້ນທາງຣົດໄຟ ລາວ-ຈີນ ໃນລະຍະທາງຍາວ ປະມານ 417 ກິໂລແມັດ ນັ້ນຈະສ້າງຜ່ານພູ ຫຼາຍໜ່ວຍ ຈຶ່ງຕ້ອງໄດ້ເຈາະ ອຸມົງປະມານ 34 ແຫ່ງ ໃນລະຍະຄວາມຍາວ ໂດຍຮວມ ປະມານ 75 ກິໂລແມັດ.

ພິທີເລີ້ມການກໍ່ສ້າງ ແລະເຈາະອຸມົງ ໄດ້ຈັດຂຶ້ນ ໃນມື້ວັນທີ 6 ເມສາ ຜ່ານມາ ທີ່ເມືອງໄຊ ແຂວງອຸດົມໄຊ ໂດຍມີ ທ່ານ ເພັດສາຄອນ ຫລວງອາໄພ ເລຂາພັກແຂວງ ແລະເຈົ້າແຂວງ ເປັນປະທານ ມີຂ້າຫຼວງໃຫຍ່ຈີນ ປະຈຳແຂວງຫຼວງພຣະບາງ ຕົວແທນ ຂອງໂຄງການ ຈາກ 3 ບໍຣິສັດ ພ້ອມດ້ວຍ ເຈົ້າຫນ້າທີ່ ທ້ອງຖິ່ນ ແລະ ບຸກຄົນສຳຄັນ ຈາກສອງຝ່າຍຫຼາຍທ່ານ ເຂົ້າຮ່ວມ.

ການກໍ່ສ້າງຈະເລີ້ມຈາກການເຈາະອຸມົງ ຕາມຈຸດຕ່າງໆກ່ອນ ໃຫ້ແລ້ວເສັດກ່ອນ ຈະຮອດຣະດູຝົນ ຊຶ່ງອຸບມົງ ແຫ່ງທຳອິດ ທີ່ຈະເຈາະນັ້ນ ຈະເລີ້ມຈາກ ແຂວງອຸດົມໄຊ ກ່ອນ, ຫລັງຈາກສຳເຣັດ ການເຈາະອຸມົງ ທີ່ຊາຍແດນ ບໍ່ເຕັນ-ຈີນ ວ່າງເດືອນ ທີ່ຜ່ານມາ.

ຕາມຕົວເລກ ເສັ້ນທາງຣົດໄຟ ລາວ-ຈີນ ຈະຜ່ານແຂວງອຸດົມໄຊ ໃນລະຍະທາງ ປະມານ 126 ກິໂລແມັດ ຄິດເປັນສັດສ່ວນ ປະມານ 30% ຂອງເສັ້ນທາງ ທັງຫມົດ ເກືອບຮອດ 1 ໃນ 3. ເສັ້ນທາງຣົດໄຟ ລາວ-ຈີນ ທັງຫມົດ ຈະມີການສ້າງ ຂົວເຖິງ 57 ແຫ່ງ ອຸມົງ 34 ແຫ່ງ ອຸມົງສ່ວນໃຫຍ່ ຢູ່ໃນແຂວງ ພາກເຫນືອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.