ປະຊາຊົນ ຫຼວງນໍ້າທາ ຍັງຄອງຖ້າ ຄ່າຊົດເຊີຍ
2018.05.07
ປະຊາຊົນຜູ້ທີ່ໄດ້ຮັບຜົລກະທົບ ຈາກໂຄງການຣົດໄຟລາວ-ຈີນ ຫຼາຍຄອບຄົວ ຍັງລໍຖ້າ ຄ່າຊົດເຊີຍ ຈາກທາງການຢູ່. ປະຊາຊົນທ່ານນື່ງ ຜູ້ທີ່ຖືກໂຍກຍ້າຍຈາກໂຄງການຣົດໄຟລາວ-ຈີນ ທີ່ແຂວງຫລວງນ້ຳທາ ເວົ້າວ່າ ພວກຂະເຈົ້າ ໄດ້ຮັບຜົລກະທົບ ຢ່າງໜັກ ຍ້ອນບໍ່ມີຣາຍໄດ້ ທີ່ຈະມາລຽ້ງຄອບຄົວ ດັ່ງທ່ານກ່າວຕໍ່ ເອເຊັຽເສຣີ ໃນວັນທີ 6 ພຶສພາ ນີ້ວ່າ:
“ກະມີຄວາມຫຍຸ້ງຍາກຫລາຍ ເພາະວ່າ ຜ່ານມາ ເຮົາມີຮ້ານຂາຍ ເຄື່ອງເປັນບ່ອນຫາເງິນ ຂາຍເຄື່ອງກິນ ແຕ່ລະມື້ ດຽວນີ້ກະຍ້າຍມາ ເຊົ່າເຮືອນຢູ່ ກະແມ່ນ ຢູ່ທີ່ ທາງບໍຣິສັດ ເຂົາຈ່າຍຄ່າເຊົ່າເຮືອນໃຫ້ ແຕ່ວ່າ ເຮົາບໍ່ມີຣາຍຮັບ ເຂົ້້າເຮືອນ ມັນກະຍາກຢູ່ ເຮົາຕ້ອງໄດ້ຊື້ກິນ ແຕ່ລະມື້ ຈ່າຍແຕ່ລະມື້ ບາດຣາຍຮັບ ພັດບໍ່ມີ.”
ປະຊາຊົນທ່ານນີ້ ມີອາຊີບຄ້າຂາຍ ດ້ວຍການເປີດຮ້ານຂາຍເຄື່ອງຍ່ອຍ ໃນເຮືອນ ຂອງຕົນ ມີຣາຍໄດ້ແຕ່ລະມື້ ໂດຍສເລັ່ຽປະມານ 2 ແສນ ກີບຕໍ່ມື້ ຫຼັງຈາກ ຄ້າຂາຍແລ້ວ ກໍບໍ່ໄດ້ເຮັດຫຍັງ ໃນປັດຈຸບັນ ມີຄວາມຫຍຸ້ງຍາກຫຼາຍ. ນອກຈາກນັ້ນ ລາວຍັງມີເຮືອນ ແລະ ດິນສວນຢາງພາຣາ 1 ຕອນ ທີ່ຖືກຜົລກະທົບ ຈາກການສ້າງເສັ້ນທາງຣົດໄຟ ນຳອີກ ລາວໄດ້ລໍຖ້າ ຄ່າຊົດເຊີຍຜົລເສັຽຫາຍ ມາແຕ່ຕົ້້ນປີ 2017 ປັດຈຸບັນ ຍັງບໍ່ຮູ້ວ່າ ຈະໄດ້ຮັບ ຄ່າຊົດເຊີຍ ຫຼາຍປານໃດ ແລະ ຈະຍ້າຍ ໄປຢູ່ໃສ.
ກ່ຽວກັບບັນຫານີ້ ທາງການແຂວງຫລວງນໍ້າທາ ກໍໄດ້ໃຫ້ການຢືນຢັນວ່າ ຈະຈ່າຍຄ່າຊົດເຊີຍ ໃຫ້ຜູ້ທີ່ໄດ້ຮັບຜົລກະທົບ ບໍ່ໃຫ້ກາຍປີ 2018 ດັ່ງຄຳເວົ້າ ຂອງເຈົ້າໜ້າທີ່ ໂຍທາທິການ ແລະ ຂົນສົ່ງ ແຂວງຫລວງນ້ຳທາ ທ່ານນຶ່ງວ່າ:
“ເກັບຂໍ້ມູນອີຫຍັງຕ່າງ ແມ່ນແລ້ວໝົດແລ້ວ ແລະ ກະມາຄິດ ໄລ່ຕາມການເອກະພາບທີ່ກຳນົດ ດິນປຸກສ້າງ ຊົດເຊີຍແນວໃດ ດິນສວນ ດິນໄຮ່ດິນນາ ທໍ່ໃດ ດຽວນີ້ແມ່ນ ສຳເລັດໝົດແລ້ວ ລໍຖ້າແຕ່ ຈ່າຍເງິນ ການຈ່າຍຄ່າຊົດເຊີຍ ກໍຄືຊິບໍ່ກາຍ ພາຍໃນປີ 2018 ນີ້ແຫລະ."
ບ້ານທີ່ໄດ້ຮັບຜົລກະທົບ ທັງໝົດ ທີ່ແຂວງຫລວງນ້ຳທາ ມີ: 4 ບ້ານ ຄື: ບ້ານບໍ່ເຕັນ, ບ້ານຕີນຕົກ, ບ້ານບໍ່ປຽດ ແລະ ບ້ານນາເຕີຍ ແລະ ມີເຮືອນ ຂອງປະຊາຊົນ ທີ່ໄດ້ຮັບຜົລກະທົບ ທັງໝົດ 150 ຫລັງ, ດິນປຸກສ້າງ 213 ຕອນ, ຮວມ 31.8 ເຮັກຕາ, ດິນສວນ, ດິນນາ ແລະ ດິນອື່ນໆ 96 ຕອນ, ຮວມ 45 ເຮັກຕາ ຈຳນວນເງິນ ທີ່ຈະຈ່າຍຄ່າຊົດເຊີຍ ທັງໝົດ ຄາດວ່າ ປະມານ 245 ຕື້ປາຍກີບ. ໂຄງການຣົດໄຟ ລາວ-ຈີນ ມີຄວາມຍາວປະມານ 409 ກິໂລແມັດ ສຳລັບ ແຂວງຫລວງນໍ້າທາ ມີຄວາມຍາວທັງໝົດ 16.9 ກິໂລແມັດ, ສ້າງຂົວໃໝ່ 7 ແຫ່ງ, ເຈາະ ອຸໂມງ 3 ແຫ່ງ ຊຶ່ງໃນປັດຈຸບັນ ການເຈາະອຸໂມງ ແມ່ນດຳເນີນ ໄປຫຼາຍແລ້ວ.