ຂຸ້ນ​ຂ້ຽວ ສ້າງທາງ​ຣົດ​ໄຟ, ຄ່າ​ຊົດ​ເຊີຍ ມິດ​ງຽບ

ອາວະຣີ
2017.07.04
f-nateuy ການບຸກເບີກພື້ນທີ່ ຂອງໂຄງການ ທາງຣົດໄຟ ລາວ-ຈີນ ຢູ່ເຂດບ້ານນາເຕີຍ ແຂວງຫຼວງນໍ້າທາ
RFA

ບໍຣິສັດຈີນ ກຳລັງສ້າງ ທາງຣົດໄຟ ຄວາມໄວສູງ ລາວ-ຈີນ ຢ່າງຂຸ້ນຂ້ຽວ ແລະ ວ່ອງໄວ, ປັດຈຸບັນ ເລີ້ມເຈາະອຸໂມງ 51 ແຫ່ງ ໃນຈຳນວນທັງໝົດ 71 ແຫ່ງ, ແຕ່ການໃຫ້ຄ່າຊົດເຊີຍ ແກ່ປະຊາຊົນ ຜູ້ໄດ້ຮັບ ຜົລກະທົບ ຍັງບໍ່ມີ ຄວາມຄືບໜ້າ ຍັງບໍ່ຈະແຈ້ງ. ປະຊາຊົນ ຍັງບໍ່ທັນໄດ້ຮັບ ຄ່າຊົດເຊີຍ ຍັງບໍ່ຮູ້ວ່າ ຈະໄດ້ ຄ່າຊົດເຊີຍເທົ່າໃດ ແລະ ຈະໂຍກຍ້າຍ ໄປຢູ່ໃສ ດັ່ງເຈົ້າໜ້າທີ່ ແຂວງຫຼວງນ້ຳທາ ທ່ານນຶ່ງ ໄດ້ກ່າວກັບ ນັກຂ່າວ ວິທຍຸ ເອເຊັຽ ເສຣີ ເມື່ອເດືອນພຶສພາ ທີ່ຜ່ານມາວ່າ:

“ພາກສ່ວນທີ່ວ່າ ຈະໂຍກຍ້າຍ ກະຍັງບໍ່ຮູ້ບ່ອນ ຈະໂຍກຍ້າຍ ໄປຢູ່ໃສ ພັກ-ຣັຖ ເພິ່ນກຳລັງ ຄົ້ນຄວ້າຢູ່ ຈັກສິເວົ້າ ແນວໃດ ພວກເຮົາ ກະບໍ່ເຂົ້າໃຈ ໂຍກຍ້າຍ ກະຖືກປະມານ 20 ກວ່ານີ້ແຫລະ ຍ້າຍກະ ບໍ໋ຢາກໄປໄກ ຫັ້ນແຫຼະ ກະສິຢູ່ແຖວນັ້ນ ຫັ້ນແຫຼະ ເປົ້າໝາຍ ພວກເຮົາ ກະຊອກ ແຖວນັ້ນ ຫັ້ນແຫຼະ.”

ກ່ຽວກັບເຣື້ອງ ຄ່າຊົດເຊີຍທີ່ດິນ ແລະ ບ້ານເຮືອນ ຂອງຊາວບ້ານ ຜູ້ທີ່ຖືກ ໂຍກຍ້າຍນັ້ນ  ເຈົ້າໜ້າທີ່ຜູ້ນັ້ນ ເວົ້າອີກວ່າ ປັດຈຸບັນ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກຳລັງ ຄິດໄລ່ຄ່າເສັຽຫາຍ ບໍ່ຮູ້ວ່າ ຈະໃຊ້ເວລາ ຄິດໄລ່ ດົນນານປານໃດ. ນັກຂ່າວພວກເຮົາ ກໍໄດ້ຕິດຕໍ່ ຫາຫ້ອງການ ໂຄງການຣົດໄຟ ແຂວງຫຼວງນ້ຳທາ ເຈົ້າຫນ້າທີ່ ກ່ຽວຂ້ອງ ບໍ່ສາມາດ ໃຫ້ຄຳຕອບໄດ້ເທື່ອ ເພາະຕ້ອງລໍຖ້າ ຂັ້ນເທິງກ່ອນ. ໃນແຂວງ ອຸດົມໄຊ ການກໍ່ສ້າງ ທາງຣົດໄຟ ກໍດຳເນີນໄປ ຢ່າງໄວເຊັ່ນກັນ; ນັກວິສະວະກອນ ແລະ ກັມມະກອນ ຈີນ ເຮັດວຽກໜັກ ທັງເວັນທັງຄືນ ປັດຈຸບັນ ກຳລັງດຸດທາງຣົດໄຟ ຜ່ານດິນນາປະຊາຊົນ, ແຕ່ເຣື້ອງຄ່າຊົດເຊີຍ ຍັງບໍ່ມີ ຄວາມຄືບໜ້າເລີຍ ດັ່ງເຈົ້າໜ້າທີ່ ແຂວງອຸດົມໄຊ ທ່ານນຶ່ງ ກ່າວກັບ ນັກຂ່າວ ວິທຍຸ ເອເຊັຽ ເສຣີ ເມື່ອເດືອນພຶສພາ ທີ່ຜ່ານມາວ່າ:

"ກະທະລຸ ກາງນາມາແລ້ວ ເຂົາຂຸດເຮັດທາງໄປແລ້ວ ກະສິນຳ ອຸປກອນເຂົ້າໄປ ອຸມົງນີ້ ເຈາະແລ້ວ ບາງບ່ອນ ເຂົາລະບໍ່ເວົ້າ ເຣື່ອງແກ້ໄຂ ໃຫ້ປະຊາຊົນ ຈັກຢ່າງເທື່ອ ໃຫ້ຈີນເຮັດກ່ອນ ເຣື້ອງແກ້ໄຂ ປະຊາຊົນ ເປັນພູດ ຂອງຣັຖບານ ວ່າຈັ່ງຊັ້ນ ຫັ້ນແຫຼະ."

ຢູ່ແຂວງຫຼວງພຣະບາງ ຊາວບ້ານ ທີ່ສູນເສັຽ ທີ່ດິນ ແລະ ເຮືອນ ໃຫ້ແກ່ ໂຄງການສ້າງທາງຣົດໄຟ ລາວ-ຈີນ ກໍຮຽກຮ້ອງ ໃຫ້ທາງການ ຈ່າຍຄ່າຊົດເຊີຍ ຢ່າງສົມເຫດສົມຜົລ ຕາມຣາຄາ ໃນທ້ອງຕລາດ ເພື່ອວ່າ ພວກເຂົາ ຈະສາມາດ ໄປຊື້ດິນ ແລະ ປຸກເຮືອນໃໝ່ໄດ້. ຊາວບ້ານ ເວົ້າກ່ຽວກັບ ເຣື່ອງນີ້ວ່າ:

"ເຂົາເຈົ້າ ບໍ່ໄດ້ຄັດຄ້ານຫຍັງດອກ, ແຕ່ວ່າ ກໍຂໍໃຫ້ພັກ-ຣັຖ ຊົດເຊີຍ ໃຫ້ສົມເຫຕສົມຜົລ ເພາະວ່າ ມັນດິນຢູ່ຫັ້ນ ຣາຄາຈະສູງແດ່ ຢູ່ແຖວນັ້ນຫັ້ນນະ. ເຂົາເຈົ້າ ເອີ້ນວ່າ ເປັນດິນເສຖກິຈ ຢູ່ແຖວນັ້ນນະ ແລະ ຂ້ອຍ ກໍຢາກຮູ້ວ່າ ເພິ່ນຈະຊົດເຊີຍ ແນວໃດ? ຣາຄາໃດ? ແລະ ອີກດົນບໍ່ ເພິ່ນຈະຊົດເຊີຍ? ບາງຄົນ ເຂົາເຈົ້າ ກ່າເດືອດຮ້ອນແທ້ໆ. ຢາກໄດ້ເງິນ ແບບໄປປຸກຢ້າວ ແປງເຮືອນ."

ຊາວບ້ານ ບ້ານພອນໄຊ ເມືອງຫລວງພະບາງ 9 ຄອບຄົວ ທີ່ໄດ້ຮັບຜົລກະທົບ ຈາກການເຈາະອຸໂມງ ທາງຣົຖໄຟ ປັດຈຸບັນ ໄດ້ຍ້າຍອອກຈາກບ້ານ ໄປຢູ່ບ່ອນອື່ນແລ້ວ ໂດຍທີ່ ຍັງບໍ່ທັນໄດ້ຮັບ ຄ່າຊົດເຊີຍຫຍັງເລີຍ. ກ່ຽວກັບເຣຶ່ອງນີ້ ນັກຂ່າວຂອງພວກເຮົາ ກໍໄດ້ຕິດຕໍ່ ຖາມເຈົ້າໜ້າທີ່ ອໍານາດການປົກຄອງ ທ້ອງຖິ່ນ ທີ່ມີສ່ວນຮັບຜິດຊອບ ແລະ ໄດ້ຮັບຄໍາຕອບວ່າ:

"ໂອ່...ເຣື້ອງຄ່າຊົດເຊີຍນີ້ ເຈົ້າແຂວງເພິ່ນວ່າ ບໍ່ເຕັນ ນະຄອນຫລວງ ຈະເວົ້າບາດດຽວ ເພິ່ນຈະບໍ່ໃຫ້ຍ່ອຍຫັ້ນນາ ໝາຍຄວາມວ່າ ຣາຄາ ຫັ້ນ ເພິ່ນຈະບໍ່ໃຫ້ ຮູ້ເທື່ອ ກໍມີແຕ່ລໍຖ້າ ເທົ່ານັ້ນແຫລະ. ເພິ່ນກ່າລົງມາ ໄກ່ເກັ່ຽ ເຣືອງກໍ່ສ້າງຫັ້ນ ແຕ່ວ່າຄ່າຊົດເຊີຽນີ້ ເພິ່ນຈະໃຫ້ຕາມຫລັງ ຊັ້ນນ່າ ເພິ່ນໄດ້ປຸກລະດົມ ແນວນັ້ນ."

ຊາວບ້ານພອນໄຊ ທີ່ໄດ້ຮັບ ຜົລກະທົບ ເວົ້າອີກວ່າ ພວກເຂົາ ບໍ່ຢາກໃຫ້ເປັນຄືກັບ ກໍຣະນີ ໂຄງການສ້າງ ສນາມກ໋ອຟ ທີ່ເມືອງຫລວງພະບາງ ຊຶ່ງໃນເວລາກໍ່ສ້າງ ປະຊາຊົນ ໄດ້ຕໍ່ວ່າຕໍ່ຂານ ຮຽກຮ້ອງ ຄ່າເສັຽຫາຍ ແລ້ວຖືກຈັບ ແລະ ກໍຣະນີ ໂຄງການຂຍາຍເດີ່ນຍົນ ຫຼວງພຣະບາງ ຊຶ່ງມາຮອດທຸກມື້ນີ້ ປະຊາຊົນ ຈໍານວນນຶ່ງ ກໍຍັງບໍ່ທັນໄດ້ຮັບ ຄ່າຊົດເຊີຍ.

ສ່ວນ ໃນນະຄອນຫຼວງວຽງຈັນ ເຖິງການກໍ່ສ້າງ ທາງຣົດໄຟ ຍັງບໍ່ທັນເລີ້ມເທື່ອ ແຕ່ຊາວບ້ານຫຼາຍຄອບຄົວ ໃນບ້ານນາຊັບ ເມືອງນາຊາຍທອງ, ບ້ານນາທົ່ມ, ບ້ານໜອງວຽງຄຳ ແລະ ບ້ານດອນໜູນ ເມືອງໄຊທານີ ກໍກັງວົນ ເຣື່ອງຄ່າຊົດເຊີຍ ເຊັ່ນກັນ ບໍ່ຮູ້ວ່າ ຈະໄດ້ມື້ໃດ ແລະ ເທົ່າໃດ ຈົນຮອດມື້ນີ້ ກໍຍັງມິດງຽບຢູ່. ກ່ຽວກັບ ຄວາມບໍ່ຈະແຈ້ງ ໃນການໃຫ້ຄ່າຊົດເຊີຍນີ້ ທ່ານ ວົງສວັນ ໄຊຍະວົງ, ສະມາຊິກສະພາແຫ່ງຊາດລາວ, ໄດ້ສະແດງ ຄວາມເປັນຫວ່ງ ໃນກອງປະຊຸມສະພາ ເມື່ອເດືອນເມສາປີນີ້ວ່າ:

“ການຊົດເຊີຍ ການເກັບກຳຂໍ້ມູນ ຂອງປະຊາຊົນນີ້ ມັນຍັງບໍ່ໄປບໍ່ມາ. ປະຊາຊົນ ເຂົາກະເປັນຫ່ວງວ່າ ຊິແກ້ໄຂກັນ ແນວໃດ? ຜູ້ກໍ່ສ້າງ ກະກໍ່ສ້າງໄປ ເພື່ອໃຫ້ແລ້ວ ຕາມແຜນຂະເຈົ້າ, ບາດນີ້ຜົລຜລິດ ດິນດອນ ຂອງປະຊາຊົນ ພັດວ່າ ຖືກເສັຽຫາຍ ບໍ່ໄດ້ ມີການຊົດເຊີຍ. ຂະເຈົ້າ ກະບໍ່ໄດ້ຜລິດ ອັນນີ້ ກະຖືວ່າ ອັດຕຣາຄວາມທຸກຍາກ ກະຊິເພີ້ມຂຶ້ນແຫຼະ; ອັນນີ້ ໃຫ້ເບິ່ງຄືນວ່າ ຄວນຈະມີມາຕການ ຫຼືວ່າ ກົລໄກ ໃຫ້ມັນຊັດເຈນ ລະກໍໃຫ້ມັນ ຮີບດ່ວນ ໃຫ້ແກ່ ປະຊາຊົນ."

ຕໍ່ບັນຫາ ການຈ່າຍ ຄ່າຊົດເຊີຍນີ້ ດຣ. ລັດຕະນະມະນີ ຄູນນີວົງສ໌, ຮອງຣັຖມົນຕຼີ ກະຊວງໂຍທາທິການ ແລະ ຂົນສົ່ງ, ໃນຖານະຫົວໜ້າ ຄະນະຮັບຜິດຊອບ ໂຄງການສ້າງທາງຣົດໄຟລາວ-ຈີນ ກໍໄດ້ໃຫ້ສຳພາດ ແກ່ສື່ມວນຊົນ ໃນເວລາມີ ກອງປະຊຸມສະພາແຫ່ງຊາຕ ຄັ້ງຫລ້າສຸດວ່າ:

“ອັນນີ້ ເຮົາກະເສັຽໃຈຢູ່ວ່າ ຜູ້ໃດມີເຮືອນ ໂອ້ຖືກເຮືອນເຮົາ ກະເສັຽໃຈ, ອັນນີ້ ກະປະຕິເສດບໍ່ໄດ້. ກະເຫັນໃຈອີ່ຫຼີ, ແຕ່ວ່າ ພວກເຮົາ ກະຊິໄດ້ປະຕິບັດ ນະໂຍບາຍ ອີ່ສັງໃຫ້ມັນຖືກຕ້ອງ ລະກະ ເໝາະສົມ ຕາມຣະບຽບ ການກະມີ ຄນະໄປໄກ່ເກັ່ຽ. ດຽວນີ້ ຄນະໄກ່ເກັ່ຽ ກະກຳລັງ ຊິເຮັດໜ້າທີ່ ເພື່ອລົງໄປເກັບກຳ ໂຕຈິງວ່າທໍ່ໃດ? ຖືກທໍ່ໃດ? ສົມຄວນຈັ່ງໃດ? ອັນນັ້ນ ການປຸກສ້າງ ສິ່ງທີ່ປຸກສ້າງ ຕົກເປັນເງິນທໍ່ໃດ? ດິນເດເປັນຈັ່ງໃດ? ກະຊິ ໄດ້ປຶກສາຫາລື ໃຫ້ມີຄວາມເປັນ ເອກະພາບກັນ ກັບປະຊາຊົນ ຫັ້ນແຫຼະ, ຕ້ອງໃຫ້ ມີຄວາມເປັນເອກະພາບແຫຼະ ມັນຈັ່ງຊິ ສງົບເນາະ.”

ເຈົ້າໜ້າທີ່ ອຳນາດການປົກຄອງ ຂັ້ນເມືອງ ທ່ານນຶ່ງ ໃນນະຄອນຫຼວງວຽງຈັນ ຜູ້ຂໍສງວນຊື່ ແລະ ສຽງ ກ່າວຕໍ່ ນັກຂ່າວພວກເຮົາ ເມື່ອເດືອນກຸມພາປີນີ້ ວ່າ:

“ສາເຫຕນຶ່ງ ທີ່ທາງການ ຍັງມິດງຽບ ກ່ຽວກັບຄ່າຊົດເຊີຍນີ້ ແມ່ນພາກສ່ວນຮັບຜິດຊອບ ຍັງບໍ່ສາມາດ ກຳນົດຣາຄາກາງ ເພື່ອຊົດເຊີຍ ທີ່ດິນໃຫ້ກັບຊາວບ້ານ ໃນທົ່ວປະເທສ ໄດ້ເທື່ອ.”

ເຈົ້າໜ້າທີ່ ທ່ານນີ້ ໄດ້ກ່າວຕື່ມວ່າ ບັນຫາໃຫຍ່ ທີ່ຣັຖບານລາວ ຍັງບໍ່ສາມາດ ໃຫ້ຄ່າຊົດເຊີຍ ໄດ້ເທື່ອ ກໍແມ່ນ ຖ້າຈ່າຍ ຄ່າຊົດເຊີຍ ຕາມຣາຄາທ້ອງຕລາດ ຣັຖບານ ພັດບໍ່ມີເງິນພຽງພໍ; ແຕ່ຖ້າຈ່າຍ ຕາມຣາຄາ ທີ່ທາງການກຳນົດ ຣັຖບານ ກໍຢ້ານວ່າ ປະຊາຊົນ ບໍ່ພໍໃຈ ດັ່ງທີ່ເຄີຍເປັນມາ ໃນກໍຣະນີ ການສ້າງຖນົນ 450 ປີ ໃນນະຄອນຫຼວງວຽງຈັນ ແລະ ການສ້າງສນາມກ໋ອຟ ທີ່ແຂວງຫຼວງພຣະບາງ. ສະຫຼຸບແລ້ວ, ເຖິງວ່າ ການສ້າງທາງຣົດໄຟລາວ-ຈີນ ຈະດຳເນີນໄປຢ່າງວ່ອງໄວ ແຕ່ການໃຫ້ ຄ່າຊົດເຊີຍ ຍັງມິດງຽບຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.