ປະຊາຊົນ ກຸ່ມບ້ານຫິນເຫີບ ເມືອງຫິນເຫີບ ແຂວງວຽງຈັນ ທີ່ເສັຽທີ່ດິນ ກະສິກັມ ໃຫ້ໂຄງການ ທາງຣົດໄຟ ລາວ-ຈີນ ຍັງຄອງຖ້າ ຄ່າຊົດເຊີຍ. ໃນນັ້ນ, ມີ 5 ບ້ານ ຄືບ້ານວຽງທອງ, ບ້ານຫ້ວຍຫິນເລີດ, ບ້ານຫ້ວຍຫິນໂງ່ນ, ບ້ານຫິນເຫີບເໜືອ ແລະ ບ້ານຫິນເຫີບໃຕ້, ເຊິ່ງບ້ານຫິນເຫີບໃຕ້ ແມ່ນໄດ້ຮັບຜົລກະທົບ ໜັກກວ່າໝູ່ ປະຊາຊົນ 20 ຄອບຄົວ ບໍ່ມີຮອດດິນ ເຮັດໄຮ່-ເຮັດສວນ ເລີຍ. ດັ່ງປະຊາຊົນ ທີ່ໄດ້ຮັບຜົລກະທົບ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 5 ທັນວາ ນີ້ວ່າ:
"ການກະທົບຣົດໄຟ ນີ້ແຫຼະ ມີຫຼາຍຄົນ ຮ້ອງຟ້ອງຢູ່ . ຫິນເຫີບໃຕ້ ເຮົານີ້ແຫຼະ ຖືກກະທົບຫຼາຍກວ່າໝູ່, ດິນທໍາການຜລິຕ ຖືວ່າຍັງບໍ່ໄດ້ຊົດເຊີຍ ຈັກຄົນ ຖືກໄຮ່ ຖືກນາ, ຖືກດິນຮົ້ວດິນສວນ ແລ້ວຍັງບໍ່ໃຫ້. ບ່ອນທີ່ຢູ່ທໍາກິນ ຫັ້ນແຫຼະ ຂ້ອຍເອງກໍຖືກ ຍັງບໍ່ໄດ້ຈັກກີບ, ແຕ່ຂຸດເຈາະ ໄປແລ້ວ. ຖ້າເຮົາບໍ່ມີຫຍັງ ກະຫາປູ-ຫາປາ ຫັ້ນແລ້ວ, ຍັງບໍ່ມີວີ່ແວວ ມື້ໃດ ຈະໄດ້ຫັ້ນນາ."
ທ່ານກ່າວວ່າ ຄອງຖ້າຄ່າຊົດເຊີຍ ມາໄດ້ປະມານ 2 ປີແລ້ວ ມີເທື່ອນຶ່ງ ທີ່ທາງການ ມາບອກວ່າ ສາເຫດທີ່ຍັງບໍ່ໄດ້ ໃຫ້ຄ່າຊົດເຊີຍ ໃນສ່ວນ ທີ່ຖືກຜົລກະທົບ ດ້ານດິນກະສິກັມ ຍ້ອນວ່າ ງົບປະມານບໍ່ພໍ, ມີແຕ່ໄດ້ຊົດເຊີຍໃຫ້ ໃນສ່ວນ ດິນປຸກສ້າງ ບ້ານເຮືອນກ່ອນ. ມາຮອດປັດຈຸບັນ, ການຊົດເຊີຍ ສິ່ງກີດຂວາງ ເປັນຕົ້ນ ໂຮງຮຽນ ກໍຍັງຊົດເຊີຍ ບໍ່ທັນໝົດເທື່ອ.
ໃນຂນະດຽວກັນ, ປະຊາຊົນ ທີ່ໄດ້ຮັບຜົລກະທົບ ອີກຄົນນຶ່ງ ກ່າວວ່າ ຫຼາຍຄົນຈົ່ມຄືກັນ ວ່າຍັງບໍ່ໄດ້ຄ່າຊົດເຊີຍ, ໄດ້ແຕ່ລໍຖ້າ ບໍ່ຮູ້ວ່າມື້ໃດຈະໄດ້.
"ມັນມີ ອັນໂຄງການທາງຣົດໄຟ ຍັງບໍ່ໄດ້ຮັບການຊົດເຊີຍ ກະກະທົບດິນນາ ດິນຄັງ ຫັັ່ນນາ . ບາງຄົນ ຂະເຈົ້າບໍ່ໄດ້ເຮັດນາ ແລ້ວກະບໍ່ມີເງິນຊື້ຢູ່ຊື້ກິນ."
ກ່ຽວກັບເຣື້ອງນີ້, ເຈົ້າໜ້າທີ່ກ່ຽວຂ້ອງ ເມືອງຫິນເຫີບ ແຂວງວຽງຈັນ ທ່ານນຶ່ງ ເວົ້າວ່າ ໄດ້ຊົດເຊີຍໄປແລ້ວ ໃນສ່ວນ ດິນປຸກສ້າງ, ແຕ່ສໍາລັບ ທີ່ດິນກະສິກັມ ຂອງປະຊາຊົນ ທີ່ຖືກຜົລກະທົບນັ້ນ, ຍັງບໍ່ໄດ້ຊົດເຊີຍ ຍ້ອນງົບປະມານ ບໍ່ພຽງພໍ ແລະ ບໍ່ຮູ້ມື້ໃດ ຈະຊົດເຊີຍ.
"ກ່ຽວກັບທາງຣົດໄຟ ຕໍ່ກັບດິນປະຊາຊົນ ທີ່ທໍາການຜລິ ຕ ຫັ້ນລະເນາະ, ຊ່ວງໄລຍະນີ້ນິ່ ເພິ່ນຊໍາລະ ຄ່າດິນປຸກສ້າງ ໄປກ່ອນ. ກ່ຽວກັບ ດິນທໍາການຜລິຕ ຖືວ່າ ເພິ່ນຍັງບໍ່ໄດ້ຊົດເຊີຍ, ໂຕນີ້ ກະຍັງບອກບໍ່ທັນໄດ້ ເຣື້ອງເພິ່ນຈະຊໍາລະ ຈະຊໍາລະ ຢູ່ຫັ້ນແຫຼະ ຄືເປັນຮູບການ ແບບລັກສະນະ ແບບບໍ່ທັນຫັ້ນລະ ໄປເນາະ."
ອີງຕາມ ການຣາຍງານຂ່າວ ຂອງທາງການລາວ ໃນວັນທີ 4 ເດືອນທັນວາ 2019 ນີ້, ຣັຖບານລາວ ໄດ້ເບີກຈ່າຍ ຄ່າຊົດເຊີຍ ສິ່ງປຸກສ້າງ ທີ່ກີດຂວາງ ໂຄງການທາງຣົດໄຟ ລາວ-ຈີນ ງວດທີ 6 ໃຫ້ແກ່ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ 4 ບ້ານ ຄື: ບ້ານບໍ່ເຕັນ, ບ້ານບໍ່ບຽດ, ບ້ານຕີນຕົກ ແລະ ບ້ານນາເຕີຍ ຈໍານວນ 321 ຄອບຄົວ ມູລຄ່າ 178 ຕື້ 554 ລ້ານ 7 ແສນກີບ.