ລູກຄ້າບໍຣິສັດພິເອັສ ຕ້ອງການ ເງິນຄືນ

ລູກຄ້າ ຜູ້ທີ່ຝາກເງິນນໍາ ບໍຣິສັດ ພິເອັສ ໂຮມກັນ ຊຸມນຸມ ຢູ່ຕໍ່ໜ້າ ສໍານັກງານ ຮຽກຮ້ອງ ຂໍເງິນຄືນ.

ປະຊາຊົນ ທີ່ເປັນລູກຄ້າປະມານ 500 ຄົນ ຂອງບໍຣິສັດພີເອັສ ສົ່ງເສີມກະສິກັມ ແລະ ອຸດສາຫະກັມ ຄົບວົງຈອນ ຂາເຂົ້າ-ຂາອອກ ພາກັນໂຮມຊຸມນຸມ ເພື່ອທວງເງິນຄືນ ຈາກບໍຣິສັດ. RFA

ສະມາຊິກທີ່ເປັນລູກຄ້າ ປະມານ 500 ຄົນ ຂອງບໍຣິສັດພີເອສ ສົ່ງເສີມກະສິກັມ ແລະ ອຸດສາຫະກັມ ຄົບວົງຈອນ ຂາເຂົ້າ-ຂາອອກ ຫລື ບໍຣິສັດ ພີເອສ ພາກັນ ໂຮມຊຸມນຸມ ເພື່ອທວງເງິນຄືນ ຈາກ ບໍຣິສັດ.

ເຂົາເຈົ້າພາກກັນຊຸມນຸມ ຢູ່ຕໍ່ໜ້າປະຕູທາງເຂົ້າ ບໍຣິສັດ ເມື່ອວັນຈັນ ວັນທີ່ 11 ກັນຍາ ປີ 2017 ຢູ່ບ້ານປາກຊາບໃໝ່ ເມືອງໄຊທານີ ນະຄອນຫລວງ ວຽງຈັນ ຖ້າມກາງ ການຮັກສາ ຄວາມປອດໄພ ຂອງເຈົ້າໜ້າທີ່ ຕຳຣວດ ແລະ ທະຫານ ຢ່າງເຄັ່ງຄັດ.

ລູກຄ້າທີ່ມາຊຸມນຸມ ຮຽກຮ້ອງໃຫ້ບໍຣິສັດພີເອສ ສົ່ງເງິນພວກເຂົາຄືນ ແລະ ໃນເວລາຊຸມນຸມ ຢູ່ນັ້ນ ພວກລູກຄ້າ ບໍຣິສັດພີເອສ ພາກັນ ຮ້ອງໂຮ ຂື້ນວ່າ:

"ໂອໂອ ສູ້ສູ້ ບໍ່ຕ້ອງຢ້ານ ປະຊາຊົນເດີພີ່ນ້ອງເດີ ປະຊາຊົນບໍ່ມີປືນ ສ່ວນເຈົ້າໜ້າທີ່ມີປືນ ຂໍເຈຣະຈາກັບປະທານ ສຸກນາລີ ໃຫ້ເຂັ້ມແຂງ ເພື່ອທວງເງິນ ຂອງໂຕເອງ ໃຫ້ໄດ້ ຕາມທີ່ໄດ້ ສັນຍາ".

ຜູ້ມາຊຸມນຸມອີກຈຳນວນນຶ່ງ ເອິ້ນໃສ່ ຄະນະບໍຣິຫານ ບໍຣິສັດພີເອສ ໂດຍສະເພາະ ຜູ້ອຳນວຍການ ບໍຣິສັດ ວ່າອອກມາເວົ້ານຳ ພວກເຮົາ ແດ່ ແລະບໍ່ຕ້ອງຢ້ານ ເພາະພວກເຮົາ ເປັນປະຊາຊົນ ບໍ່ມີປືນ ບໍ່ມີອາວຸດ ມີແຕ່ສອງມືເປົ່າ.

ລູກຄ້າຜູ້ນຶ່ງເວົ້າວ່າ ໃນເວລາຮັບເງິນພວກເຮົາ ຄືຍິ້ມແຍ້ມແຈມໃສດີແທ້ ແຕ່ເວລາພວກເຮົາມາ ຂໍເງິນຄືນຄະນະບໍຣິຫານ ບໍ່ຍອມອອກມາ ພົບປະເລີຍ.

ທ່ານ ປໍເຮີ ປະທານຮ່ວມ ຂອງບໍຣິສັດ ເວົ້າຢູ່ຕໍ່ລູກຄ້າ ຜູ້ມາທວງເງິນວ່າ: ເຈົ້າດ່າ ຖ້າພວກເຈົ້າ ເວົ້າແບບນີ້ ຈະເວົ້າກັນໄດ້ ແນວໃດ ດຽວນີ້ພວກເຮົາ ປະຊຸມກັນຢູ່ ຫາທາງແກ້ໄຂ. ຜູ້ຕາງໜ້າ ຂອງສະມາຊິກ ບໍຣິສັດພີເອັສ ກ່າວວ່າ ພວກເຂົາຮຽກຮ້ອງ ສາມຂໍ້ໃຫຍ່ຽໆ ຄື:

1.ໃຫ້ບໍຣິສັດ ໃຊ້ເງິນຄືນ ດ້ວຍເງິນສົດ.

2.ຖ້າບໍ່ມີເງິນສົດ ໃຫ້ໃຊ້ຄືນ ດ້ວຍຊັບສິນຕ່າງໆ ຂອງບໍຣິສັດ.

3.ຖ້າບໍຣິສັດບໍ່ເຮັດຫຍັງ ໃຫ້ຕຳຣວດຈັບ ຄະນະບໍຣິຫານ ຂອງບໍຣິສັດ.

ການຊຸມນຸມດຳເນີນໄປ ຈົນເຖິງເວລາ ປະມານບ່າຍສອງໂມງ ບໍຣິສັດພີເອັສ ຈຶ່ງເປີດປະຕູ ປ່ອຍໃຫ້ ສະມາຊິກລູກຄ້າ ຜູ້ທີ່ມາທວງເງິນ ເຂົ້າໄປເຈຣະຈາ ກັບຜູ້ອຳນວຍການ ຂອງບໍຣິສັດ ຄື ນາງ ສຸກນາລີ ເທບສີເມືອງ, ແຕ່ຕົກລົງກັນ ບໍ່ໄດ້.

ນາງສຸກນາລີ ຜູ້ນວຍການ ແລະຜູ້ຕາງໜ້າສະມາຊິກລູກຄ້າ 13 ຄົນ ໄດ້ເຂົ້າໄປເຈຣະຈາ ກັນຢູ່ໃນຫ້ອງປະຊຸມນ້ອຍ ຂອງບໍຣິສັດ ໂດຍ ມີເຈົ້າເມືອງ ໄຊທານີ ແລະ ເຈົ້າໜ້າທີ່ ຕຳຣວດ ເປັນຄົນກາງ, ແຕ່ ທັງສອງຝ່າຍ ກໍບໍ່ສາມາດ ຕົກລົງກັນໄດ້ ສະນັ້ນ ທັງສອງຝ່າຍ ຈຶ່ງ ຈະເຈຣະຈາ ກັນໃໝ່ ໃນມື້ນີ້ ວັນທີ 12 ກັນຍາ ໂດຍຈະມີ ຄະນະ ສະເພາະກິດ ຂອງ ຣັຖບານ ເຂົ້າມາຮ່ວມ ໄກ່ເກັ່ຍນຳ. ອີງຕາມຂໍ້ມູນ ຈາກລູກຄ້າ ຄົນນຶ່ງ ຜູ້ທີ່ຢູ່ໃນເຫດການ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org