ສິດພິເສດນັກຣົບເກົ່າ ວຽດນາມ ຢູ່ລາວ
2017.05.13
ຊາວວຽດນາມທີ່ເຂົ້າມາອາສັຍ ແລະຢູ່ຫາກິນໃນລາວ ໂດຍສະເພາະ ທີ່ແຂວງ ສວັນນະເຂດ ຢ່າງສະດວກສະບາຍ ເປັນຕົ້ນ ກຸ່ມນັກຣົບເກົ່າ ວຽດນາມ ທີ່ເຄີຍຮ່ວມຣົບ ໃນລາວ ໃນສມັຍສົງຄາມ.
ກຸ່ມດັ່ງກ່າວ ຈະມີສີດທິພິເສດຫລາຍ ກວ່າຄົນວຽດນາມ ໂດຍທົ່ວໄປສາມາດໄປໃສມາໃສ ຢ່າງອິສຣະ ແລະກໍສາມາດ ພາລູກຫຼານ ຍາດພີ່ນ້ອງ ເຂົ້າມາຢູ່ລາວ ປາສຈາກ ການກວດກາ ແຕ່ຢ່າງໃດ, ດັ່ງຄຳເວົ້າ ຂອງເຈົ້າຫນ້າທີ່ ແຂວງສວັນນະເຂດ ທ່ານນຶ່ງ ຕໍ່ເອເຊັຽເສຣີ ໃນມື້ ວັນທີ 11 ພຶສພາ ນີ້ວ່າ:
"ຖ້າຄົນວຽດນາມເຂົ້າມານີ້ ເຂົາເຂົ້າມາຢ່າງອິສຣະ ຫລາຍໆ ອັນນີ້ນະມີຫລາຍ ແບບວ່າພວກທະຫານເກົ່າ ຍິ່ງໄດ້ສິດທິພິເສດ ສົມມຸດວ່າ ພວກທະຫານເກົ່ານະ ບໍ່ມີຫຍັງ ກໍມາໄດ້ ເພິ່ນມີບັດພິເສດ ບັດທີ່ແບບວ່າ ທີ່ເຄີຍຜ່ານທະຫານມານະ ເຈົ້າສິໄປໃສກໍໄດ້ ກໍພວກທະຫານ ເກົ່ານະ ເພາະວ່າເຂົາຮູ້ ສຳພັນພິເສດ".
ທ່ານກ່າວຕື່ມວ່າ ກຸ່ມທະຫານນັກຣົບເກົ່າວຽດນາມ ທີ່ອາສັຍ ຢູ່ແຂວງສວັນນະເຂດ ນັ້ນມີທັງຜູ້ຢູ່ລາວ ແຕ່ສມັຍສົງຄາມ ແລະຜູ້ໄປໆມາໆ ຫລືຜູ້ທີ່ເຂົ້າມາ ຫລັງຈາກສົງຄາມ. ທຸກຄົນເວົ້າ ພາສາລາວໄດ້ດີ, ຜູ້ທີ່ເຄີຍຢູ່ລາວດົນ ຈະໄດ້ເມັຽ ເປັນຄົນລາວ. ສ່ວນຜູ້ທີ່ ໄປໆມາໆນັ້ນ ສ່ວນໃຫຍ່ຈະເປັນ ນັກທຸຣະກິດ ເຊົ່າຫ້ອງແຖວ ເປີດຮ້ານຄ້າ ປະເພດຕ່າງໆ ໃຫ້ລູກຫລານດູແລໃຫ້:
"ເພິ່ນມາເຊົ່າແຖວໝູ່ບ້ານຫຍັງນີ້ ເຂົາກະອະນຸຍາດໃຫ້ເຊົ່ານະ ແຕ່ຄັນຖ້າຊື້ທີ່ ຖາວອນນີ້ກໍມີຢູ່ດອກ ແຕ່ກໍສ່ວນນ້ອຍ ເຖີງແມ່ນວ່າເພິ່ນ ບໍ່ຢູ່ເພິ່ນກັບໄປວຽດນາມ ເພິ່ນກໍກັບ ມາໄດ້ ຖ້າເປີດຮ້ານ ກໍເອົາຄອບຄົວເພິ່ນມາ ລູກຫລານ ກໍສະດວກສບາຍ ເພາະວ່າໄດ້ ສິດທິພິເສດ ບໍ່ວ່າຈະເປັນ ອາຊີບຫຍັງ ອາຊີບຂາຍຂອງ ຢູ່ຕາມທາງ ຫຍັງມີຫມົດ ຖ້າຮ້ານເຂົາ ເຂົາຈະຂາຍແບບຮ່ວມ ຫມົດນະ".
ທາງການລາວ ຍັງບໍ່ຮູ້ ຈຳນວນທີ່ແທ້ຈິງວ່າ ໃນປັດຈຸບັນ ມີທະຫານນັກລົບເກົ່າວຽດນາມ ເຂົ້າມາອາສັຍໃນລາວ ຫລາຍປານໃດ ແຕ່ວ່າ ທີ່ຜ່ານມາ ກໍໄດ້ພົບວ່າ ມີຫລາຍພັນຄົນ ແລະທຸກຄົນ ກໍມີຖານະຄອບຄົວ ແບບຖາວອນ ໃນລາວ.