ເງິນກີບເຟີ້, ອາຫານ ເຄື່ອງໃຊ້ ແພງຂຶ້ນ
2018.02.14

ປະຊາຊົນຈົ່ມ ອາຫານການກິນ ແລະ ເຄື່ອງໃຊ້ໄຟຟ້າ ມີີລາຄາແພງຫຼາຍ ຍ້ອນວ່າ ໃນໄລຍະນີ້ ອັດຕຣາ ເງິນກີບເຟີ້ ເຮັດໃຫ້ ລາຄາສິນຄ້າ ມີລາຄາແພງ, ໂດຍສເພາະ, ສິນຄ້າ ທີ່ນໍາເຂົ້າ ຈາກໄທ ແລະ ວຽດນາມ ປະເພດອາຫານ ເຊີ່ງເຮັດໃຫ້ ປະຊາຊົນ ຈ່າຍເງິນ ຊື້ອາຫານ ທີ່ແພງຂຶ້ນ ແຕ່ໄດ້ເຄື່ອງ ຫຼື ສິນຄ້າເທົ່າເດີມ, ດ່ັງປະຊາຊົນ ໃນເຂດເມືອງປາກເຊ, ແຂວງ ຈໍາປາສັກ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 13 ກຸມພາ ນີ້ວ່າ:
"ມີແຕ່ວ່າ ເງິນບາດ ຫັ້ນແຫລະຂື້ນ ມັກກໍຂື້ນນໍາ ໜ້ອຍນຶ່ງ ເພາະວ່າ ເງິນບາດ ຂື້ນສູງຫລາຍ ທາງຂ້ອຍເດີ້ ສົມມຸດວ່າ ໄປບ້ານເຈົ້າ ກໍ່ປ່ຽນເປັນ 270 ແມ່ນຖືວ່າ ຂື້ນສຸດໆ ໂຕນັ້ນ."
ນັບແຕ່ ກາງປີ 2017 ຜ່ານມາ, ອັດຕຣາເງິນກີບເຟີ້ ສູງຈາກ 250 ກີບ ຕໍ່ບາດ ມາເປັນ 270 ກີບ ຕໍ່ບາດ ຫາກປຽບທຽບ ໃສ່ເງິນໄທ ແລະ ວຽດນາມ ຖືວ່າ ມີອັດຕຣາ ທີ່ເຟີ້ຫຼາຍ ເຮັດໃຫ້ ຜູ້ປະກອບການ ທີ່ນໍາສິນຄ້າຕ່າງໆ ເຂົ້າຈາກປະເທດໄທ ແລະ ວຽດນາມ ກໍມີ ການເພີ່ມລາຄາສິນຄ້າ ຂຶ້ນຕື່ມ. ອີກປັດໃຈນຶ່ງ ທີ່ເປັນສາເຫດ ເຮັດໃຫ້ລາຄາສິນຄ້າ ອາຫານສົດ ມີລາຄາແພງ ຍ້ອນການປັບລາຄານໍ້າມັນຂຶ້ນ ໃນປະເທດ, ເຊີ່ງເຮັດໃຫ້ ການຂົນສົ່ງ ສິນຄ້າ ທົ່ວປະເທດ ແລະ ຕ່າງປະເທດ ມີລາຄາ ເພີ່ມຂຶ້ນ, ຕາມທີ່ ປະຊາຊົນທ່ານນີ້ ໄດ້ກ່າວຕື່ມວ່າ:
"ໂອ້ຍ ຢູ່ນີ ແພງຕລອດ ນໍ້າມັນ ມັນຊືຂຶ້ນ ພວກຂ້ອຍ ກໍຖືວ່າ ປົກກະຕິ, ໂອ້ຍມັນກົ່ວບາດສອງບາດ ຢູ່ໄທ ຢູ່ນີ້ມັນຂື້ນ 5 ບາດ 10 ບາດພຸ້ນໃດ ຂື້ນແທ້ຂື້ນວ່າ ໂຕຢູ່ນີ້ ມີຣົດ ແຕ່ບໍ່ມີເງິນຕື່ມ ນໍ້າມັນແຫລະ."
ສະພາການຄ້າ ແຫ່ງ ສປປ ລາວ ໄດ້ຣາຍງານວ່າ ສະພາບການຊື້ຂາຍສິນຄ້າ ພາຍໃນປະເທດລາວ ກໍເປັນໄປ ຕາມສະພາບ ຂອງເສຖກິດ ໂລກ, ຣາຄາສິນຄ້າ ຂອງປະເທດອ້ອມຂ້າງ ກໍມີລາຄາແພງ ເຊັ່ນດຽວກັນ ແຕ່ ເນື່ອງຈາກລາວ ຍັງເປັນປະເທດ ທີ່ນໍາເຂົ້າສິນຄ້າເຄື່ອງໃຊ້ ອາຫານສົດ ຮວມທັງ ນໍ້າມັນ ກໍຍັງເປັນສິນຄ້າ ທີ່ນໍາເຂົ້າຈາກຕ່າງປະເທດ ກໍສົ່ງຜົນໃຫ້ ລາຄາສິນຄ້າ ໃນລາວ ມີລາຄາເພີ່ມສູງຂື້ນ.
ເຖິງຢ່າງໃດກໍ່ຕາມ, ລາຄາສິນຄ້າ ໃນປະເທດ ໃນຂະນະນີ້ ທາງການລາວ ໄດ້ມີການຄວບຄຸມ ບໍ່ໃຫ້ລາຄາ ເພີ່ມສູງຕື່ມອີກ ໃນແຕ່ລະເມືອງ ກໍໄດ້ມີເຈົ້າໜ້າທີ່ອຸດສາຫະກັມ ແລະ ການຄ້າ ລົງກວດກາ ເບີ່ງລາຄາສິນຄ້າ ເປັນປະຈຳທຸກເດືອນ ເພື່ອປ້ອງກັນ ຜູ້ປະກອບການ ສວຍໂອກາດ ຂຶ້ນລາຄາ.