ປັ້ມນໍ້າມັນ ຫຼາຍແຫ່ງ ຍັງຂາດມາຕຖານ

ປັ້ມນໍ້າມັນເຊື້ອເພີງ ໃນ ສປປລາວ
ປັ້ມນໍ້າມັນເຊື້ອເພີງ ໃນ ສປປລາວ (RFA )

0:00 / 0:00

ເຈົ້າໜ້າທີ່ ທາງການລາວ ໄດ້ລົງກວດກາ ປັ້ມນໍ້າມັນ ຫຼາຍກ່ວາ 1,700 ແຫ່ງ ໃນທົ່ວປະເທດ ພົບວ່າ ສ່ວນຫຼາຍ ບໍ່ໄດ້ມາຕຖານ ແລະ ບໍ່ມີຄຸນນະພາບ ເຊັ່ນນໍ້າມັນ ມີ ເມທານອນ (methanol) ປະສົມຫຼາຍເກີນໄປ ແລະ ປັ້ມນໍ້າມັນ ຕັ້ງໃກ້ກັບເຂດຊຸມຊົນເກີນໄປ, ດັ່ງ ເຈົ້າໜ້າທີ່ ກວດກາ ຄຸນນະພາບ ນໍ້າມັນ ກະຊວງວິທຍາສາດ ແລະ ເທັກ​ໂນ​ໂລ​ຈີ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ວ່າ:

“ປະເທດລາວເນາະ ທີ່ວ່າ ຫ້າມ ເມທານ່ອນ ສ່ວນຫລາຍ ແມ່ນໂຕນີ້ ຫລັກໆແລ້ວ ບໍ່ໃຫ້ນໍາເຂົ້າເນາະ ລູກຄ້າໄປໃສ່ບໍ່ໄດ້ ປາຣິມານເຕັມ ຕົວນີ້ ກໍມີ ພວກເຮົາ ກໍ ກວດກາຢູ່ ແລະ ກໍວັດປາຣິມານ ຄືນໃໝ່ໝົດ ປັຈຈຸບັນ ກໍລົງ 2-3 ແຂວງ ກໍາລັງລົງກວດ.”

ທ່ານວ່າ ປັ້ມນໍ້າມັນ ໃນລາວ ຂາຍນໍ້າມັນ ທີ່ບໍ່ມີຄຸນນະພາບ ຍ້ອນແຕ່ລະຊນິດ ຂອງນໍ້າມັນ ມີ ເມທານ່ອນ ປະສົມ ຫລາຍເກີນ 5% ເຮັດໃຫ້ຈັກຣົດຕາຍໄວ ແລະ ປັ້ມນໍ້າມັນ ເກືອບທັງໝົດທົ່ວປະເທດ ຍັງບໍ່ໄດ້ມາຕຖານສາກົລ ບໍ່ມີຖັງດັບໄຟຕິດຕັ້ງ ບາງແຫ່ງ ຈ່າຍນໍ້າມັນ ບໍ່ເຕັມອັດຕຣາ ເຊັ່ນຕົວຢ່າງ ເຈົ້າຂອງຣົຖ ໃສ່ນໍ້າມັນ 10 ລິດ ຈ່າຍຄ່ານໍ້າມັນ 10 ລິດ ແຕ່ຄວາມຈິງ ໄດ້ນໍ້າມັນ ແຕ່ 9 ລິດເທົ່ານັ້ນ. ສ່ວນ ປັ້ມນໍ້າມັນ ທີ່ໄດ້ມາຕຖານ ຄືປັ້ມນໍ້າມັນ ປຕທ ຂອງໄທ ເນື່ອງຈາກ ມີການນໍາໃຊ້ ເຕັກນິກ ເຄື່ອງແທກປະຣິມານນໍ້າມັນ ທີ່ມີມາຕຖານ ສູງ.

ປັດຈຸບັນຢູ່ລາວ ມີປັ້ມນໍ້າມັນ ທັງໝົດ 1,758 ແຫ່ງ ໃນທົ່ວປະເທດ ທີ່ຈົດທະບຽນການຄ້າ ຢ່າງຖືກຕ້ອງ ແລະ ຈະຖືກກວດ ເຣື້ອງຄຸນນະພາບ ຂອງ ປັ້ມນໍ້າມັນ ແລະ ຄຸນນະພາບ ຂອງນໍ້າມັນ ໃນທຸກໆ 3 ເດືອນ ຖ້າຜ່ານ ທາງເຈົ້າໜ້າທີ່ ຜູ້ກວດກາ ກໍຈະຕິດ sticker ຮັບປະກັນ ຄຸນນະພາບ ສະແດງຢ່າງຈະແຈ້ງ ແຕ່ຖ້າບໍ່ຜ່ານ ຫຼື ບໍ່ໄດ້ ມາຕຖານ ເຈົ້າຂອງປັ້ມນໍ້າມັນ ຈະຖືກປັບໃໝ ແລະ ໃຫ້ປັບປຸງແກ້ໄຂ ໂດຍໄວ.

ປັດຈຸບັນ ສປປລາວ ນໍານໍ້າມັນ ເຂົ້າຈາກປະ​ເທດໄທ ຫຼາຍກ່ວາ 80% ອີກ 20% ນໍາເຂົ້າ ຈາກມາເລເຊັຽ ແລະ ວຽດນາມ ມາຕຖານ ຂອງການ ນໍາເຂົ້ານໍ້າມັນ ທາງການລາວ ກໍນົດໄວ້ວ່າ ຫ້າມ ບໍ່ໃຫ້ມີ ອອກເທນ (Octane) ແລະ (Methanol) ເຈືອປົນ ກັບນໍ້າມັນ ຢ່າງເດັດຂາດ.