ເຈົ້າໜ້າທີ່ການຄ້າ ເຂັ້ມງວດກວດກາຊິງຊັ່ງສິນຄ້າ ທີ່ບໍ່ໄດ້ມາຕຖານ ຕາມຕລາດ ໃນຂອບເຂດ ທົ່ວປະເທດ ພາຍຫລັງ ປະຊາຊົນ ຍັງ ພົບເຫັນ ຜູ້ຄ້າຂາຍ ປັບຕາຊິງ ບໍ່ກົງກັບຣາຄາຊື້, ດັ່ງປະຊາຊົນ ທ່ານນຶ່ງ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 08 ພຶສພາ ນີ້ວ່າ:
"ກໍຫັ້ນແຫລະ ຄັນວ່າ ໂກງກໍວ່າໂກງ ເຮົາກະພໍວ່າ ຈັງຊັ້ນລະ ມັນບໍ່ໄດ້ມາຕຖານດອກ ເມືອງລາວຫັ້ນ ມັນຈັກແນວໃດດອກ ໃຜໄປຊື້ ສ່ວນຫລາຍ ມັນກໍບໍ່ໄດ້ໄປຕິດຊິງກາງດອກ ມັນກໍຊື້ແລ້ວ ໆ ໄປມັນມັກງ່າຍນັ້ນນ່າ ນີໃສ ໃຜກະດາຍ ກໍມີຕັ້ງຢູ່ດອກ ຊິງກາງ ຢູ່ໃນຕລາດ 2-3 ບ່ອນຊິງກາງເຂົາ."
ດ້ານເຈົ້າໜ້າທີ່ການຄ້າພາຍໃນ ເຫັນວ່າ ເພື່ອບໍຣິການ ປະຊາຊົນ ໃນກໍຣະນີ ສົງໃສວ່າ ໄດ້ຮັບເຄື່ອງບໍ່ເຕັມກິໂລ ຈາກຜູ້ຂາຍ ໃຫ້ກວດດ້ວຍ ຕົນເອງ ຕລາດ ມີຊິງກາງ ຫລື ໂທແຈ້ງ ໄປສາຍດ່ວນ ກົມການຄ້າ ພາຍໃນ 1510 ດັ່ງທ່ານກ່າວວ່າ:
"ກ່ອນຊື້ກ່ອນຂາຍເນາະ ໄດ້ປະກາດໄດ້ແຈ້ງໃຫ້ບັນດາຊາວຄ້າຂາຍ ທົ່ວໄປ ໃນທ້ອງຕລາດ ຕິດຣາຄາ ເປັນເງິນກີບເນາະ ຖ້າວ່າ ຜູ້ໃດຫາກວ່າ ໄປຊື້ສິນຄ້າ ບໍ່ໄດ້ຕາມໃຈ ອັນ 1 ອັນ 2 ແລະ ຖືວ່າ ມີການເອົາລັດເອົາປຽບ ຂອງຜູ້ຊົມໃຊ້ ເປັນຕົ້ນວ່າ ຊື້ຊີ້ນ 1 ກິໂລ ໄດ້ແຕ່ 8 ຂີດ ພວກເຮົາ ກໍມີຊີງກາງ ໃນຕລາດ ໃຫ້ໄປຕິດຢູ່ຫັ້ນເນາະ ຫລືວ່າ ໄປຫາຈັດສັນຕລາດ ຂະເຈົ້າຈະມີການເວົ້າກັນວ່າ ມີການຕັກເຕືອນຜູ້ຂາຍ."
ທາງດ້ານເຈົ້າໜ້າທີ່ການຄ້າ ນະຄອນຫລວງວຽງຈັນ ໄດ້ມີການແຕ່ງຕັ້ງ ໜ່ວຍສະເພາະກິດ ຂັ້ນນະຄອນຫລວງ, ຂັ້ນເມືອງ ເພື່ອຕິດຕາມ ກວດກາຣາຄາສິນຄ້າ ກວດກາຊິງຊັ່ງ ທີ່ບໍ່ໄດ້ມາຕຖານ ໃນທ້ອງຕລາດ ອີກທັງຍັງມີຊິງກາງ ຈາກຄນະກັມການ ໄວ້ປະຈຳຕລາດ ແລະ ໄດ້ເອົາຊີງຊັ່ງ ທີ່ຜ່ານການກວດກາແລ້ວ ໃຫ້ຊາວຄ້າຂາຍນຳໃຊ້ ໂດຍສະເພາະ ຕລາດໃຫຍ່ ໃນນະຄອນຫລວງວຽງຈັນ ແຕ່ກໍຍັງພົບເຫັນ ວ່າມີບາງສ່ວນ ທີ່ຝ່າຝືນ ດັດແປງຊິງ ເຊີ່ງໄດ້ມີການຕັກເຕືອນ ແລະ ຖືກປັບໃໝ.