ລາວ ມີແຜນຄວບຄຸມ ຣາ​ຄາສິນຄ້າ ທີ່ຈຳເປັນ

ຊີ້ນປາ ອາຫານ ທີ່ຂາຍໃນຕລາດສົດ ຢູ່ສປປລາວ
ຊີ້ນປາ ອາຫານ ທີ່ຂາຍໃນຕລາດສົດ ຢູ່ສປປລາວ (Screen captured from you tube Video )

0:00 / 0:00

ກະຊວງອຸດສາຫະກັມ ແລະ ການຄ້າ ສປປລາວ ມີແຜນຈະຄວບຄຸມຣາຄາສິນຄ້າ ທີ່ມີຄວາມອ່ອນໄຫວ ຕໍ່ເສຖກິຈ ແລະ ຊີວິຕການເປັນຢູ່ ຂອງ ປະຊາຊົນ ເປັນຕົ້ນແມ່ນ ສິນຄ້າໃນກຸ່ມບໍຣິໂພຄ ດັ່ງ ເຂົ້າປາອາຫານ ແລະ ຊີ້ນສັດ, ເຊິ່ງຈະໄດ້ຈັດໃຫ້ເປັນ ສິນຄ້າ ທີ່ຢູ່ໃນບັນຊີ (ກໍ) ຫຼື ບັນຊີ ສິນຄ້າ ທີ່ມີຜົລກະທົບ ໂດຍກົງ ຕໍ່ຊີວິຕການເປັນຢູ່ ຂອງພໍ່ແມ່ປະຊາຊົນ, ດັ່ງທ່ານ ສົມຈິດ ອິນທະມິດ, ຮອງຣັຖມົນຕຣີ ກະຊວງອຸດສາຫະກັມ ແລະ ການຄ້າ ກ່າວຕໍ່ ສື່ມວນຊົນທ້ອງຖິ່ນລາວ ເມື່ອບໍ່ດົນມານີ້ວ່າ:

“ເຮັດຈັ່ງໃດ ເບິ່ງເຖິງການຄຸ້ມຄອງຣາຄາ ໃຫ້ມັນຍຸຕິທັມ ແລະ ສົມເຫຕສົມຜົລ. ອັນໃດ ທີ່ມັນເປັນສິນຄ້າ ທີ່ມີຄວາມຈຳເປັນ ແລະ ຫຼໍ່ແຫຼມ ຕໍ່ຊີວິຕການເປັນຢູ່ ຈະເປັນເຂົ້າ, ເປັນຊີ້ນ, ເປັນປາ ພວກເຮົາເຫັນວ່າ ມີຄວາມຈຳເປັນ ຈະຕ້ອງ ໄດ້ເອົາເຂົ້າຢູ່ໃນບັນຊີ (ກ), ຄັນບັນຊີ (ກ) ແລ້ວພວກເຮົາ ໄດ້ຮຽກເອີ້ນ ໃຫ້ຜູ້ປະກອບການນັ້ນ ຈະຕ້ອງໄດ້ແຈ້ງໂຄງປະກອບຣາຄາ. ໂດຍອີງໃສ່ ໂຄງປະກອບ ຣາຄາດັ່ງກ່າວນັ້ນ, ພວກເຮົາ ຈະເປັນຜູ້ກຳນົດຣາຄາ ເພື່ອບໍ່ໃຫ້ມັນມີ ຜົລກະທົບ ຕໍ່ສພາບຊີວິຕ ການເປັນຢູ່ ຂອງປະຊາຊົນ.”

ໃນຂະນະດຽວກັນ, ຊາວລາວຫຼາຍຄົນ ກໍຮູ້ສຶກຍິນດີ ຖ້າຫາກທາງການ ຈະຄວບຄຸມ ຣາຄາສິນຄ້າໃຫ້ໄດ້ ເພື່ອໃຫ້ສອດຄ່ອງ ກັບລາຍຮັບ ຂອງ ປະຊາຊົນ, ແຕ່ກໍຍັງບໍ່ແນ່ໃຈ ວ່າ ຈະສາມາດເຮັດໄດ້ ຄືດັ່ງວ່າ ຫຼືບໍ່? ດັ່ງຊາວລາວ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ໄດ້ກ່າວ ຕໍ່ຜູ້ສື່ຂ່າວ ເອເຊັຽ ເສຣີ ເມື່ອວັນທີ 26 ມີນາ ນີ້ວ່າ:

“ກະດີຕວ່າ ເຮົາກະຈັ່ງຊິໄດ້ຊົມໃຊ້ ສິ່ງຂອງຕ່າງໆ ໃນຣາຄາທີ່ມັນຖືກລົງ. ອັນນີ້ແມ່ນຫຍັງ ເຝີຖ້ວຍນຶ່ງ ກະ 20 ພັນ. ອັນນີ້ ກະເອົາແນ່ ເອົານອນ ບໍ່ໄດ້ ເຮົາຕ້ອງເບິ່ງໂຕຈິງ ຄັນວ່າ ເຮົາໄປຕາມຕລາດ ຄັນວ່າ ຫັນເພິ່ນຊື້ ເພິ່ນຂາຍກັນຈັ່ງຊັ້ນ, ເອີ່ ຈັ່ງແມ່ນ. ຄັນວ່າ ເຫັນປັບບໍ່ໄດ້ເທື່ອ ແມ່ນເຮັດບໍ່ໄດ້."

ນັກວິຊາການ ດ້ານເສຖກິຈ ຂອງລາວທ່ານນຶ່ງ ໄດ້ກ່າວຕໍ່ ຜູ້ສື່ຂ່າວ ເອເຊັຽ ເສຣີ ໃນມື້ດຽວກັນວ່າ ການຄວບຄຸມ ຣາຄາສິນຄ້າ ທາງການລາວ ຈະສາມາດເຮັດໄດ້, ແຕ່ຕ້ອງ ມີຄວາມພ້ອມ ຈາກຫລາຍພາກສ່ວນ ຈຶ່ງຈະສາມາດ ປະຕິບັດ ໃຫ້ເກີດໝາກຜົລໄດ້.

“ມັນຫາກໄດ້ດອກ, ແຕ່ວ່າ ມັນຕ້ອງ ພ້ອມກັນຫຼາຍຢ່າງເນາະ ເຈົ້າຕ້ອງ ພ້ອມທຸກຢ່າງ ພ້ອມແບບແຜນ ວິທີການຂອງເຈົ້າ, ຄັນເຈົ້າເຮັດໄດ້. ແຕ່ວ່າ ເພິ່ນຍັງເຮັດບໍ່ທັນໄດ້ເທື່ອ ເພິ່ນມີ ພຽງແຕ່ວ່າ ແນວຄວາມຄິດ, ແຕ່ໂຕຈິງ ເພິ່ນຍັງເຮັດບໍ່ໄດ້."

ປັດຈຸບັນ, ສິນຄ້າອຸປະໂພຄ ແລະ ບໍຣິໂພຄ ທີ່ຈຳເປັນໃນລາວ ມີຣາຄາສູງຫຼາຍ ເມື່ອທຽບໃສ່ກັບ ຣາຍຮັບ ຂອງປະຊາຊົນ ເຮັດໃຫ້ ຫຼາຍພາກສ່ວນ, ໂດຍສະເພາະ ແມ່ນ ສພາແຫ່ງຊາຕລາວ ແລະ ສສຊ ຫຼາຍທ່ານ ຮຽກຮ້ອງໃຫ້ ຣັຖບານ ຫາມາຕການ ຄວບຄຸມຣາຄາ ສິນຄ້າ ເພື່ອຫຼຸດຜ່ອນ ຄວາມລຳບາກ ຂອງພໍ່ແມ່ປະຊາຊົນ.