ພັທນາຊົນນະບົດຢູ່ຊຽງຂວາງ ບໍ່ໄດ້ ຜົລ

ຈໍາປາທອງ
2014.11.16
F-Xiengkhuang ທັມມະຊາດ ຍາມເຊົ້າ ອາກາດ ສົດຊື່ນ ທີ່ ຂ.ຊຽງຂວາງ
RFA

 

ຊາວເມືອງ ໜອງແຮດ ແຂວງ ຊຽງຂວາງ ເປີດເຜີຍ ວ່າ ໂຄງ ການ ພັທນາ ຊົນນະບົດ ໂຄງການ ສ້າງໂຄງລ່າງ ຂອງບ້ານ ໄດ້ຖືກ ນໍາມາ ໃຊ້ ໂດຍ ຕັດທາງ ເຂົ້າມາ ສ້າງ ນໍ້າລິນ ແລະ ຕໍ່ ໄຟຟ້າ ເຂົ້າມາ ແຕ່ມາ ຮອດ ປັດຈຸບັນ ຊາວບ້ານ ຫລາຍ ຄອບ ຄົວ ຍັງບໍ່ມີ ນໍ້າ ສະອາດ ແລະ ໄຟຟ້າ ໃຊ້ ຍ້ອນ ການກໍ່ສ້າງ ບໍ່ໄດ້ ມາຕຖານ ເຮັດໃຫ້ ນໍ້າເຂົ້າມາ ບໍ່ເຖິງ ບ້ານ:

"ຫ້ອງການ ພັທນາ ຊົນນະບົດ ລົບລ້າງ ຄວາມ ທຸກຍາກ ນີ້ ເພິ່ນກໍໃຫ້ ທຶນ ແຕ່ວ່າ ນ້ຳລິນ ດັ່ງກ່າວ ແມ່ນ ສ້າງແລ້ວ ບໍ່ມາ ຮອດບ້ານ ເພາະວ່າ ສ້າງ ຫົວກ໊ອກ ຫົວງານ ມັນຕ່ຳກວ່າ ນ້ຳ ອ່າງ ຢູ່ບ້ານນີ້ ເຮັດໃຫ້ນ້ຳ ຫັ້ນ ບໍ່ມາຮອດ ມາເຖິງ ນ້ຳ ເລີຍ ກັບຄືນ".

ທ່ານກ່າວ ຕໍ່ໄປວ່າ ປັດຈຸບັນ ຣະບົບ ນໍ້າລິນ ທີ່ ທາງການ ກໍ່ສ້າງ ໃຫ້ນັ້ນ ບໍ່ໄດ້ໃຊ້ ຖືກ ປະຖິ້ມ ຊື່ໆ ມາໄດ້ກວ່າ ເຄິ່ງປີ ແລ້ວ ແລະ ເມື່ອຕົ້ນປີ ທີ່ ຜ່ານມາ ທາງການ ກໍໄດ້ ຕໍ່ສາຍ ສົ່ງ ໄຟຟ້າ ມາຮອດ ບ້ານ ແລ້ວ ແຕ່ຫຼາຍ ຄອບຄົວ ບໍ່ໄດ້ໃຊ້ ໄຟຟ້າ. ກ່ຽວກັບ ບັນຫາ ນີ້ ຊາວບ້ານ ເຄີຍໄດ້ ແຈ້ງໄປໃຫ້ ພວກສ່ວນ ທີ່ ກ່ຽວຂ້ອງ ຂອງ ທາງການ ແລ້ວ ໃຫ້ ມາປັບປຸງ ແລະ ກໍ່ສ້າງ ໃຫ້ ສໍາເຣັດ ທັງເຣຶ່ອງ ນໍ້າລິນ ແລະ ໄຟຟ້າ ແຕ່ມາ ເຖິງ ປັດຈຸບັນ ກໍຍັງ ບໍ່ມີ ການດໍາເນີນ ການໃດໆ ເທື່ອ.

ທ່ານເວົ້າ ອີກວ່າ ຊາວບ້ານ ຢາກໃຫ້ ທາງການ ແກ້ໄຂ ເຣຶ່ອງນີ້ ໃຫ້ ສໍາເຣັດ ໂດຍ ສະເພາະ ເຣຶ່ອງ ນໍ້າສະອາດ ຍ້ອນວ່າ ປັດຈຸບັນ ຊາວບ້ານ ຕ້ອງໄດ້ໃຊ້ ນໍ້າຫ້ວຍ ທີ່ ຢູ່ ຫ່າງໄກ. ຫົວໜ້າ ຄນະພັທນາ ຊົນນະບົດ ແລະ ລົບລ້າງ ຄວາມ ທຸກຍາກ ຂັ້ນ ສູນກາງ ປະຈໍາ ຫ້ອງວ່າການ ຣັຖບາລ ລາວ ເປີດເຜີຍ ວ່າ ປີ 2014 ນີ້ ໃນ ທົ່ວ ປະເທສ ຍັງມີບ້ານ ທີ່ ບໍ່ມີ ນໍ້າສະອາດ ໃຊ້ 500 ກວ່າ ບ້ານ ບ້ານ ທີ່ບໍ່ມີ ທາງເຂົ້າ ເຖິງ 1,600 ກວ່າ ບ້ານ ແລະ ບ້ານ ທີ່ຍັງບໍ່ມີ ໂຮງຮຽນ ປະຖົມ ເກືອບ ເຖິງ 100 ບ້ານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.