ຂ່າວຄືບໜ້າຄົນງານປະທ້ວງ ນາຍຈ້າງ

ອະວາຣີ
2015.04.09
F-workers ຄົນງານອອກມາ ຢູ່ນອກໂຮງງານ ເກືອກາລີ ຂອງຈີນ ທີ່ ເມືອງນາຊາຍທອງ ເພື່ອຂໍຄວາມເປັນທັມ
Citizen Journalist

ຄົນງານ ຂອງ ໂຮງງານ ເກືອກາລີ ທີ່ ເມືອງ ນາໄຊທອງ ນະຄອນ ຫລວງ ວຽງຈັນ ທີ່ ປະທ້ວງ ເມື່ອ ເດືອນ ທີ່ ແລ້ວ ໄດ້ ຮັບເງິນ ເດືອນ ແລ້ວ. ອີງຕາມ ໜັງສືພິມ ວຽງຈັນ ທາມສ ຂອງ ທາງການ ລາວ. ຣາຍງານ ແຈ້ງວ່າ ຄວາມຈິງ ແລ້ວ ພວກ ຄົນງານ ເຫລົ່ານັ້ນ ບໍ່ໄດ້ ປະທ້ວງ ໃຫຍ່ໂຕ ຫລື ຮ້າຍແຮງ ຄື ກັບທີ່ ສັງຄົມ ອອນລາຍ ແລະ ສື່ມວນຊົນ ຕ່າງ ປະເທດ ໄດ້ ອອກຂ່າວ ໄປນັ້ນ.

ທ່ານ ເບັນຊາ ນະຕະລິດ ປະທານ ກັມມະບານ ປະຈຳ ເຂດ ເມືອງ ນາຊາຍທອງ ກ່າວວ່າ ພວກ ຄົນງານ ພຽງແຕ່ ໂຮມກັນ ເປັນ ກຸ່ມ ແລ້ວ ພາກັນ ຍ່າງໄປ ຫາ ຫ້ອງການ ຂອງ ໂຮງງານ ແລ້ວ ກໍຖາມ ພະນັກງານ ວ່າ ປານໃດ ພວກເຂົາ ຈຶ່ງ ຈະໄດ້ຮັບ ເງິນ ເດືອນ. ຖ້າຈະໄປ ພຽງ ຄົນດຽວ ຫລື ໜ້ອຍຄົນ ພວກ ຄົນງານ ກໍຢ້ານ ວ່າ ຈະຖືກ ໄລ່ອອກ ຈາກ ງານ.

ທ່ານ ເບັນຊາ ອະທິບາຍ ວ່າ ທາງ ໂຮງງານ ຈ່າຍເງິນ ເດືອນ ຊ້າ ເມື່ອ ເດືອນ ທີ່ແລ້ວ ກໍເພາະ ວ່າ ຜູ້ ອຳນວຍການ ຄົນ ຕ່າງຊາດ ໄດ້ ກັບຄືນ ເມືອ ຢາມບ້ານ ແລະ ກໍປ່ວຍ ເປັນ ເວລາ ດົນນານ.

ແຕ່ຜູ້ ປະທ້ວງ ຄົນນຶ່ງ ເວົ້າ ກັບ ວິທຍຸ ເອເຊັຽ ເສຣີ ຂອງ ພວກເຮົາ ວ່າ ເຂົາເຈົ້າ ປະທ້ວງ ເພາະ ບໍ່ໄດ້ຮັບ ເງິນ ເດືອນ ຈົນ ບໍ່ມີ ເງິນ ຈະຊື້ ອາຫານ ການກິນ ເພື່ອລ້ຽງ ຄອບຄົວ; ເຂົາເຈົ້າ ເຫັນ ຄົນງານ ຈີນ ໄດ້ຮັບ ເງິນ ເດືອນ ເປັນ ປົກກະຕິ ແຕ່ ຄົນງານ ລາວ ບໍ່ໄດ້ຮັບ ເງິນ ເດືອນ ເປັນ ຕັ້ງ 2 ເດືອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.