ຣາຄາຊີ້ນໝູ ຢູ່ນະຄອນຫຼວງວຽງຈັນ ແພງຂຶ້ນ
2019.07.05
ຣາຄາຊີ້ນໝູ ຢູ່ຕລາດນະຄອນຫລວງວຽງຈັນ ແພງຂຶ້ນຕື່ມ 2,000 ຫາ 3,000 ກີບ ຕໍ່ກິໂລ ຍ້ອນພຍາດອະຫິວາໝູ ແອຟຣິກກາ ຣະບາດ ຢູ່ເມືອງຕຸ້ມລານ ແຂວງສາລະວັນ ທີ່ເຮັດໃຫ້ ໝູຕາຍ ໄປແລ້ວ 2,500 ໂຕ, ອິງຕາມຄໍາເວົ້າ ຂອງປະຊາຊົນ ເມືອງ ຈັນທະບູລີ ຕໍ່ ອາຣ໌ ແອັຟ ເອ (RFA) ໃນ ມື້ວັນທີ 28 ມິຖຸນາຜ່ານມານີ້:
“ແພງຂຶ້ນ ຖືວ່າ ແພງ ອັນນີ້ ເຂົາກໍກິນໝູ ຢູ່ເນາະ ເຂົາກໍບໍ່ເຫັນວ່າ ໄດ້ລະກິນປົກກະຕິ ຂາຍເຕັມໂຕະເຕັມຕຽງ ຄືເກົ່າ ຂາຍຕາມປົກກະຕິ ຫັ້ນແຫຼະ.”
ຢູ່ຕລາດຂົວດິນ ເມືອງສີສັຕນາກ, ປັດຈຸບັນ ຣາຄາຊີ້ນໝູກິໂລນຶ່ງ 33,000 ກີບ ຄື ຂຶ້ນຕື່ມ 3,000 ກີບ. ຣາຄາໝູສາມຊັ້ນ ຂຶ້ນຈາກ 26,000 ກີບ ເປັນ 28,000 ກີບ ແລະ ໜັງໝູ ຂຶ້ນຈາກ 22,000 ກີບ ເປັນ 23,000 ກີບ ຕໍ່ກິໂລ. ຫາກເປັນ ຊີ້ນໝູ ທີ່ຊື້ຕາມຫ້າງຮ້ານ ຣາຄາ ຈະແພງຂຶ້ນ ຈາກຣາຄາ ຕລາດສົດ ປະມານ 5,000 ຫາ 10,000 ກີບຕໍ່ກິໂລ.
ຊາວບ້ານຜູ່ນີ້ ເວົ້າຕື່ມອີກວ່າ ເຖິງຈະມີການຣະບາດ ຂອງໂຣຄອະຫິວາ ໝູແອຟຣິກກາ ຢູ່ແຂວງ ສາລະວັນ ແຕ່ປະຊາຊົນ ຢູ່ນະຄອນຫຼວງວຽງຈັນ ກໍຍັງກິນໝູ ຕາມປົກກະຕິຢູ່. ເຈົ້າໜ້າທີ່ ຜແນກອຸດສາຫະກັມ ແລະ ການຄ້າ ນະຄອນຫຼວງວຽງຈັນ ເວົ້າວ່າ ໃນຂນະທີ່ ຈະມີການ ຣະບາດ ຂອງ ພຍາດອະຫິວາໝູ ແອຟຣິກກາ ຢູ່ນີ້, ທາງການ ກໍຫ້າມ ບໍ່ໃຫ້ເຈົ້າຂອງຮ້ານ ຂາຍຊີ້ນໝູ ຫ້າມສວຍໂອກາດ ຂຶ້ນຣາຄາສິນຄ້າ ເດັດຂາດ, ຖ້າບໍ່ປະຕິບັດຕາມ ກໍຈະຖືກ ຕັກເຕືອນ ດັ່ງທີ່ ທ່ານກ່າວວ່າ:
“ມີແຕ່ໄດ້ອອກເນາະ ວ່າ ໃຫ້ທຸກພາກສ່ວນ ບໍ່ໃຫ້ຂຶ້ນຣາຄາສິນຄ້າ ຖ້າວ່າ ພົບເຫັນ ຜູ້ປະກອບການ ຂຶ້ນຣາຄາສິນຄ້າ ເຮົາຈະໄດ້ມີການ ຕັກເຕືອນ ເຮັດບັນທຶກ ຕັກເຕືອນ ແມ່ນຫຍັງ ຕ່າງໆເນາະ.”
ພ້ອມກັນນັ້ນ, ທາງການລາວ ກໍປະກາດເຕືອນ ເຈົ້າຂອງຮ້ານຄ້າທຸກປະເພດ ແລະ ຕລາດສົດທຸກແຫ່ງ ໃນທົ່ວປະເທດ ບໍ່ໃຫ້ຂຶ້ນຣາຄາສິນຄ້າ ໂດຍສະເພາະ ຊີ້ນໝູ ໃນຂນະທີ່ພຍາດ ອະຫິວາໝູ ແອຟຣິກກາ ຣະບາດ ຢູ່ໃນເວລານີ້. ຫາກກວດພົບວ່າ ມີການຂາຍສິນຄ້າ ເກີນຣາຄາ ທີ່ທາງການກໍານົດ ຈະຖືກປັບໃໝ ຕາມຣະບຽບກົດໝາຍ.