ຂົວລາວໄທ ແຫ່ງທີ 5
2013.05.22
ແຂວງບຶງການ ແລະ ບໍຣິສັດ ຈາກ ປະເທດ ໂປແລັນ ໄດ້ ດໍາເນີນການ ຂັ້ນທີ 2 ເພື່ອສ້າງ ຂົວມິຕພາບ ລາວ-ໄທ ແຫ່ງທີ 5.
ໂຄງການ ຂົວ ຂ້າມ ແມ່ນໍ້າຂອງ ລາວ-ໄທ ແຫ່ງທີ 5 ເຊື່ອມຕໍ່ 2 ແຂວງ ຄື ແຂວງ ບໍຣິຄໍາໄຊ ແລະ ບຶງການ ມີຄວາມຄືບໜ້າ ລ່າສຸດນີ້ ມີ ບໍຣິສັດ ຈາກປະເທດ ໂປແລັນ ໃຫ້ຄວາມສົນໃຈ ທີ່ຈະເຂົ້າມາ ລົງທຶນ ສ້າງ. ຕາມຄໍາເວົ້າ ຂອງ ທ່ານ ນິພົນ ຄົນຂຍັນ ຫົວໜ້າ ອົງການ ບໍຣິຫານ ແຂວງ ຫລື ອບຈ ບຶງການ:
"ທ່ານກ່າວວ່າ ພັທນາ ໃນການສ້າງຂົວ ກໍດີ ສ້າງ ສນາມບິນ ກໍດີ ພວກທ່ານ ກໍພ້ອມ ແລະ ໄດ້ເຮັດໜັງສື ຂໍໃຫ້ ບໍຣິສັດ ມາສໍາຣວດ ເຣື່ອງການ ລົງທຶນ. ແລະມື້ນີ້ ທາງບໍຣິສັດ ແລະຄະນະ ໄດ້ມາພົບປະ ເພື່ອດໍາເນີນ ການຂັ້ນ ທີ 2 ກ່ຽວກັບ ການສໍາຣວດ ພື້ນທີ່ ແລະ ຄວາມເປັນໄປໄດ້ ໃນການ ທີ່ຈະລົງ ທຶນ. ການສໍາຣວດ ອອກແບບຕ່າງໆ ທາງ ຣັຖມົນຕຣີ ການ ຄົມນາຄົມ ກໍໄດ້ ລົງມາ ເບິ່ງແລ້ວ ໄດ້ຈັດສັນ ງົບປະມານ 45 ລ້ານ ບາດ ເພື່ອໃຊ້ ໃນການ ວິຈັຍ ແລະ ມື້ນີ້ ທາງ ບໍຣິສັດ ຂອງໂປແລັນ ກໍຢາກ ມາລົງທຶນ ຕໍ່".
ສໍາລັບ ການພົບປະ ເພື່ອ ຫາຣືກັນນີ້ ໄດ້ມີຂຶ້ນ ເມື່ອວັນທີ 20 ພຶສພາ ທີ່ ສໍານັກງານ ອບຈ ແຂວງບຶງການ ຣະຫວ່າງ ທ່ານນິພົນ ຄົນຂຍັນ ແລະ ທ່ານ Richard Yaros ປະທານ ກັມການ ບໍຣິສັດ ເປຣຣິຊິປ ຮ່ວມທຶນ ເອເນໂກໂປນ ຈໍາກັດ ຈາກໂປແລັນ. ຫາກຕົກລົງ ກັນໄດ້ ການສໍາຣວດ ການສ້າງຂົວ ລາວ-ໄທ ແຫ່ງທີ 5 ໂຄງການ ທໍາອິດ ຈະແລ້ວພາຍໃນ 6 ເດືອນ. ສ່ວນການ ກໍ່ສ້າງ ຄາດວ່າ ຈະແລ້ວເສັດ ພາຍໃນ 3 ປີ ຊຶ່ງທາງ ບໍຣິສັດ ໄດ້ສົ່ງທີມ ງານມາເລີ່ມ ສໍາຣວດ ແລ້ວ.