ຂົວຂ້າມນ້ຳຂອງແຫ່ງທີ 5

ຂົວມິຕພາບ ລາວ-ໄທ ແຫ່ງທີ 4 ຣະຫວ່າງແຂວງບໍ່ແກ້ວ ກັບແຂວງຊຽງຮາຍ ທີ່ຫາກໍ່ເປີດໃຊ້ ເມື່ອໃກ້ທ້າຍປີ 2013
ຂົວມິຕພາບ ລາວ-ໄທ ແຫ່ງທີ 4 ຣະຫວ່າງແຂວງບໍ່ແກ້ວ ກັບແຂວງຊຽງຮາຍ ທີ່ຫາກໍ່ເປີດໃຊ້ ເມື່ອໃກ້ທ້າຍປີ 2013 (nnt)

0:00 / 0:00

ເຈົ້າຫນ້າທີ່ແຂວງບໍຣິຄຳໄຊ ທ່ານນື່ງເວົ້າວ່າ ດຽວນີ້ຍັງບໍ່ແນ່ໃຈວ່າຂົວມິຕພາບລາວ-ໄທແຫ່ງທີ່ 5 ຣະຫວ່າງບ້ານກ້ວຍເມືອງປາກຊັນແຂວງ ບໍຣິຄຳໄຊກັບແຂວງບຶງການຂອງໄທນັ້ນຈະເລີ້ມສ້າງໃນປີ 2015 ແທ້ຫລືບໍ່ຍ້ອນວ່າຣັຖບານລາວແລະໄທຍັງບໍ່ມີເອກສານກ່ຽວກັບການກໍ່ສ້າງ ອອກມາເທື່ອ:

"ຂົວມິດຕພາຍນີ້ໂອ້ຍັງບໍ່ແນ່ເດີມັນຂື້ນຢູ່ກັບຣັຖບານສອງປະເທດດຽວນີ້ຍັງບໍ່ມີເອກສານໂຕໃດອອກມາເທື່ອຍັງບໍ່ທັນມີເອກສານວ່າດ້ວຍເຣື້ອງ ການກໍ່ສ້າງ".

ທ່ານກ່າວຕື່ມວ່າປີຜ່ານມາເຈົ້າຫນ້າທີ່ພຽງແຕ່ເຂົ້າມາສຳຫຣວດບ່ອນທີ່ຈະສ້າງຂົວທັງສອງເບື້ອງຊື່ໆຕາມກຳນົດເດີມຣະບຸວ່າຂົວຈະຍາວປະມານ 1ກິໂລແມັດ.ເຖີງຢ່າງໃດກໍຕາມມາຮອດປັດຈຸບັນທາງຣັຖບານຍັງບໍ່ໄດ້ແຈ້ງການ ຫຍັງກ່ຽວກັບໂຄງການດັ່ງກ່າວເທື່ອຍັງຈະລໍຖ້າຄວາມຄືບຫນ້າ ອີກຕໍ່ໄປ.

ອິງຕາມເວັບໄຊຕ໌ biz temp news ຂອງໄທທີ່ຣາຍງານໃນມື້ວັນທີ 14 ກຸມພາ 2014 ກະຊວງໂຍທາທິການແລະຂົນສົ່ງຂອງໄທຖແລງວ່າ ໂຄງການຂົວມິຕພາບລາວ-ໄທ ແຫ່ງທີ 5 ຈະເລີ້ມສ້າງໃນປີ 2016 ຈະໃຊ້ງົບປະມານໃນການກໍ່ສ້າງກວ່າ 2000 ລ້ານບາດ.

ໃນປີ 2013 ຣັຖບານລາວໃຫ້ຂໍ້ມູນວ່າຣັຖບານໄທ ຈະເປັນຜູ້ລົງທືນກໍ່ສ້າງ 50 ສ່ວນຮ້ອຍສ່ວນເຫລືອແມ່ນສປປລາວແລະວຽດນາມລົງທຶນ ຝ່າຍລະ 25 ສ່ວນຮ້ອຍ.ຂົວແຫ່ງນີ້ຈະເປັນການເຊື່ອມຕໍ່ຣະຫວ່າງ ລາວໄທແລະວຽດນາມ ໃນການຂົນສົ່ງສິນຄ້າແລະການທ່ອງທ່ຽວໄດ້ຢ່າງ ສະດວກສະບາຍຖ້າສ້າງແລ້ວ.