ຂົວເມືອງເກົ່າ ປາກກະຍຸງ
2014.03.26
ເຈົ້າຫນ້າທີ່ ແຂວງ ວຽງຈັນ ທ່ານນຶ່ງ ເວົ້າວ່າ ການສ້າງຂົວ ເມືອງເກົ່າ - ປາກກະຍຸງ ຂ້າມນ້ຳງື່ມ ທີ່ ເມືອງ ວຽງຄຳ ແຂວງ ວຽງຈັນ ທີ່ມີ ຄວາມຍາວ 265 ແມັດ ກວ້າງ 11 ແມັດ ໃນ ປັດຈຸບັນ ສ້າງສຳເຣັດ ແລ້ວ 95% ຕາມແຜນ ຈະສ້າງ ໃຫ້ແລ້ວ ໃນເດືອນ ພຶສພາ ປີນີ້ ຫລັງຈາກ ໄດ້ທຳການ ກໍ່ສ້າງມາ ຫລາຍປີ.
"ແມ່ນແລ້ວ ດຽວນີ້ໃກ້ ແລ້ວ 90 ປາຍກວ່າ ເປີເຊັນ ແລ້ວນະ ດຽວນີ້ນະ ຄິດວ່າຈະ ໃຫ້ແລ້ວ ກ່ອນ ເດືອນຫ້າ ກ່ອນ ສົງການ".
ທ່ານກ່າວ ຕື່ມວ່າ ສຳລັບມື້ ທີ່ຈະເປີດ ໃຊ້ຂົວ ແຫ່ງນີ້ ຍັງບໍ່ທັນ ກຳນົດເທື່ອ ແຕ່ເມື່ອ ຂົວເປີດໃຊ້ ຢ່າງເປັນ ທາງການ ແລ້ວ ກໍຈະສ້າງ ຜົລປະໂຫຍດ ຢ່າງ ຫລວງຫລາຍ ໃຫ້ແກ່ ແຂວງ ວຽງຈັນ ເພາະຈະເຮັດ ໃຫ້ການ ໄປມາ ຂອງ ປະຊາຊົນ ການ ຂົນສົ່ງ ແລະ ການທ່ອງທ່ຽວ ຂ້າມນ້ຳງື່ມ ສະດວກ ສະບາຍ ຫລາຍຂື້ນ ອີກທັງຍັງ ເປັນການ ຕຣຽມພ້ອມ ກ່ອນ ປະຊາຄົມ ເສຖກິດ ອາຊຽນ ນຳ.
ທ່ານວ່າ ຂົວແຫ່ງນີ້ ເປັນ ການລົງທຶນ ຂອງ ກຸ່ມ ບໍຣິສັດ ມາລີນີ ຈຳກັດ ທີ່ໃຊ້ທຶນ ໃນການ ກໍ່ສ້າງ ທັງຫມົດ 16 ລ້ານໂດລາ ຫລື ປະມານ 128 ຕື້ກີບ ໂດຍ ຣັຖບານ ລາວ ຈະຊຳຣະ ໃຫ້ນຳຫລັງ. ຕາມແຜນ ເກົ່າ ບໍຣິສັດ ຄາດການວ່າ ຈະສ້າງ ໃຫ້ແລ້ວ ແລະ ເປີດໃຊ້ ໃນທ້າຍ ປີ 2013 ແຕ່ຍ້ອນ ເທັກນິກ ແລະ ວັຖສດຸ ການກໍ່ສ້າງ ມີການ ຊັກຊ້າ ຈື່ງມີການ ເລື່ອນ ເວລາ ອອກໄປ.