ປັດຈຸບັນ ໂຄງການສ້າງຂົວ ຂ້າມນ້ຳຂອງ ຢູ່ດອນໂຂງ ເມືອງໂຂງ ແຂວງຈຳປາສັກ ທີ່ມີຄວາມຍາວ 600 ແມັດ ກວ້າງ 9 ແມັດ ຈາກເສັ້ນ ທາງເລຂທີ 13s ຕໍ່ໃສ່ດອນໂຂງ ເມືອງໂຂງ ແຂວງຈຳປາສັກ ໄດ້ສ້າງສຳເຣັດໄປແລ້ວ 70 ສ່ວນຮ້ອຍ.
ໃນເວລານີ້ ໂຄງການກໍ່ສ້າງກຳລັງມີການເທຄອນກຣີດ ເຊື່ອມຕໍ່ຣະຫວ່າງເສົາຫລັກ ຂອງຂົວ 4 ຕົ້ນ. ຂົວດັ່ງກ່າວຈະອຳນວຍ ຄວາມສະດວກ ໃຫ້ແກ່ການ ສັນຈອນ ການທ່ອງທ່ຽວ ແລະ ການຂົນສົ່ງສິນຄ້າ ໄປດອນໂຂງ ຊຶ່ງເປັນແຫລ່ງທ່ອງທ່ຽວ ທີ່ສຳຄັນແຫ່ງນຶ່ງ ໃນແຂວງຈຳປາສັກ. ດັ່ງເຈົ້າໜ້າທີ່ ແຂວງ ຈຳປາສັກ ກ່າວວ່າ:
"ຂົວດອນໂຂງ ນີ້ປະມານ 70 ສ່ວນຮ້ອຍ ແລ້ວໄດ໋ ຕໍ່ຂ້າງມີເສົາກາງນ້ຳຫັ້ນນະ 4 ຕົ້ນ ແລ້ວເຂົາຖອກເທຄອນກຣີດ ໄດ້ເຄິ່ງນຶ່ງໝົດແລ້ວ".
ວຽກງານເທຄອນກຣີດ ເພື່ອໃຫ້ເສົາ 4 ຕົ້ນ ມີການເຊື່ອມຕໍ່ກັນນັ້ນ ຈະໃຊ້ເວລາປະມານ 3 ເດືອນ ແລະ ຄາດວ່າຂົວແຫ່ງນີ້ ຈະສຳເຣັດ 100 ສ່ວນຮ້ອຍ ພາຍໃນເດືອນຕຸລາ ປີ 2014 ແລະ ຈະເປີດໃຊ້ຢ່າງເປັນທາງການ ໃນຕົ້ນ ເດືອນທັນວາ ປີນີ້.
ການກໍ່ສ້າງຂົວ ດອນໂຂງ ໃຊ້ແຮງງານປະມານ 100 ຄົນ ສ່ວນຫລາຍແມ່ນ ແຮງງານຈີນ ໃນຂະນະທີ່ ແຮງງານລາວ ມີສ່ວນຫນ້ອຍ ຍ້ອນ ບໍຣິສັດ ຮັບເໝົາ ກໍ່ສ້າງແມ່ນ ມາຈາກປະເທດຈີນ.