ນະໂຍບາຍໃຊ້ດິນເປັນທຶນ ເຮັດໃຫ້ຄົນລາວຂາດທຶນ

ການດໍາເນີນ ນະໂຍບາຍ ໃຊ້ດິນເປັນທຶນ ຂອງ ຣັຖບານລາວ ສົ່ງຜົນກະທົບ ຕໍ່ຊີວິດ ການເປັນຢູ່ ຂອງປະຊາຊົນ ຫລາຍຂຶ້ນ ໂດຍສະເພາະ ໃນເຂດ ນະຄອນຫລວງ ວຽງຈັນ.
ມະນີຈັນ
2013.02.01
F-Land-for-sale ທີ່ດິນຂອງ ເອກກະຊົນ ທີ່ຈ່າວຂາຍ ໃນຣາຄາແພງ ກໍມີຢ່າງ ຫລວງຫລາຍ ໃນ ນະຄອນຫລວງ ວຽງຈັນ
RFA/Lanxang

ເຈົ້າໜ້າທີ່ ຂັ້ນສູງ ຂອງລາວ ທີ່ບໍ່ປະສົງອອກຊື່ ທ່ານນຶ່ງ ເປີດເຜີຍ ຕໍ່ເອເຊັຍເສຣີ ເມື່ອມໍ່ໆມານີ້ວ່າ ການປະຕິບັດ ນະໂຍບາຍ ການແປງສິນຊັພ ເປັນທຶນ ຂອງ ຣັຖບານລາວ ໂດຍສະເພາະ ໃນພື້ນທີ່ ທີ່ມີຣາຄາສູງ ເຊັ່ນໃນເຂດ ນະຄອນຫລວງ ວຽງຈັນ ກາຍເປັນບັນຫາ ທີ່ສົ່ງຜົນກະທົບ ຕໍ່ຊີວິດ ການເປັນຢູ່ ຂອງ ປະຊາຊົນ ຫລາຍຂຶ້ນນັບມື້.

ໄດ້ມີການກໍານົດເອົາ 5 ພື້ນທີ່ ໃນເຂດ ນະຄອນຫລວງ ວຽງຈັນ ເປັນເຂດ ເສຖກິດພິເສດ ແລະ ເຂດເສຖກິດ ສະເພາະ ຄືເຂດນິຄົມ ອູດສາຫະກັມ ແລະ ການຄ້າ ວຽງຈັນໂນນທອງ ເຂດເສຖກິດ ສະເພາະ ດົງໂພສີ ລ່ອງແຖ່ງວຽງຈັນ ບຶງທາດຫລວງ ແລະ ເຂດພັທນາເສຖກິດ ແບບກວມລວມ ໄຊເສດຖາ.

ສິ່ງດັ່ງກ່າວ ເຮັດໃຫ້ ມີການເວນຄືນ ທີ່ດິນ ຂອງປະຊາຊົນ ຢ່າງຫລວງຫລາຍ ຂະນະທີ່ທາງການ ທີ່ກ່ຽວຂ້ອງ ຂອງລາວ ໃຊ້ອໍານາດ ແບບບໍ່ຖືກຕ້ອງ ກົດດັນໃຫ້ ປະຊາຊົນ ຍອມຮັບ ການເວນຄືນ ຕາມເງື່ອນໄຂ ແລະ ອັດຕຣາ ຄ່າຊົດເຊີຍ ຄວາມເສັຍຫາຍ ຕາມທີ່ຣັຖກໍານົດ ພຽງຝ່າຍດຽວ ເຮັດໃຫ້ ມີການຟ້ອງຮ້ອງ ຢ່າງກວ້າງຂວາງ ໃນສັງຄົມລາວ ປັດຈຸບັນ. ເຈົ້າໜ້າທີ່ ທ່ານນີ້ ກ່າວຕອນນຶ່ງວ່າ:

"ດຽວນີ້ ໝາຍຄວາມວ່າ ມັນກະມີຣາຄາ ກະພາກັນຍາດ ຊີງເຂົາ ກະໄປດຽວນີ້ ຟ້ອງລ້ອງ ມັນກະແມ່ນ ພະນັກງານຣັຖ ມັນໄປຊື້ດິນ ຫລາຍຕອນມາ ອັນນັ້ນອັນນີ້ ມັນກະເງິນຣັຖ ນີ້ລະ ມັນສໍ້ຣາສ ບັງຫລວງເອົາ ລະມັນ ໄປຊື້ດິນ ຢາຍໄວ້ ນໍາປະຊາຊົນ ຫລື ກອງທັບ ຫລື ພະນັກງານ ອາວຸໂສ ມັນຫາກມີດອກ ເຣື່ອງຂອງມັນ ໄປຟ້ອງໄປລ້ອງ ອຶກກະທຶກ ເຮັດໃຫ້ສັງຄົມ ນີ້ສັບສົນ ວຸ້ນ ວາຍ".

ຣາຄາທີ່ດິນ ໃນນະຄອນຫລວງ ວຽງຈັນ ສູງຂຶ້ນຢ່າງຕໍ່ເນື່ອງ ນັບຕັ້ງແຕ່ປີ 2010 ມາ. ຕົວຢ່າງ ທີ່ດິນໃນເຂດ ດອນໜູນ ຊ່ວງປີ 2010 ທີ່ດິນ ແມັດມົນທົນ 1 ຣາຄາສະເລັ່ຍ 265 ພັນກີບ. ແຕ່ຂະນະນີ້ ສູງຂຶ້ນ ເກືອບເຖິງ 5 ເທົ່າຕົວ, ເຮັດໃຫ້ ຜູ້ມີອໍານາດ ໃນລາວ ຕ່າງກໍພະຍາຍາມ ເຮັດທຸກວິທີທາງ ເພື່ອໃຫ້ປະຊາຊົນ ຕ້ອງຍອມຮັບ ເອົາຄ່າຊົດເຊີຍ ທີ່ຣັຖເປັນຜູ້ ກໍານົດໃຫ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.