ຂ.ຜົ້ງສາລີຢຸດສຳປະທານ ທີ່ດິນ

ອຸ່ນແກ້ວ ສຸກສວັນ
2014.03.20

 

ທາງການ ແຂວງ ຜົ້ງສາລີ ຢຸດເຊົາ ອະນຸມັດ ສຳປະທານ ທີ່ດິນ ແກ່ ບໍຣິສັດ ຕ່າງຊາດ ເນື່ອງຈາກ ເຫັນວ່າ ໄດ້ ອະນຸມັດ ສຳປະທານ ຫລາຍ ເກີນໄປ ແລ້ວ. ເຈົ້າໜ້າທີ່ ຫ້ອງການ ແຂວງ ຜົ້ງສາລີ ກ່າວວ່າ, ການຢຸດເຊົາ ອະນຸມັດ ໃຫ້ ສຳປະທານ ທີ່ດິນ ແກ່ ບໍຣິສັດ ເອກກະຊົນ ຈາກຕ່າງ ປະເທດ ນັ້ນເປັນ ການ ປະຕິບັດ ຕາມຄຳສັ່ງ ເລກທີ 13 ຂອງ ນາຍົກ ຣັຖມົນຕຣີ ທີ່ ສັ່ງໂຈະ ການ ອະນຸມັດ ສຳປະທານ ທີ່ດິນ ປູກ ໄມ້ວິກ ແລະ ຢາງພາຣາ ນັບແຕ່ ປີ 2012 ເປັນຕົ້ນມາ ຈົນຮອດ ປີ 2015.

ການຢຸດເຊົາ ສໍາປະທານ ທີ່ດິນ ໃນແຂວງ ຜົ້ງສາລີ ຍັງມີ ສາເຫດ ມາຈາກ ການລັກລອບ ຕັດໄມ້ ແລະ ບັນຫາ ກ່ຽວກັບ ແຮງງານ ອີກດ້ວຍ ເພາະວ່າ ລະຍະ ທີ່ຜ່ານມາ ນັ້ນ ທາງການ ແຂວງ ຜົ້ງສາລີ ໄດ້ ສຳປະທານ ທີ່ດິນ ແກ່ ບໍຣິສັດ ຕ່າງຊາດ ໄປແລ້ວ 20,000 ເຮັກຕາ ແລະ ປະກົດວ່າ ມີການ ລັກລອບ ເຂົ້າໄປ ຕັດໄມ້ ຢູ່ໃນເຂດ ປ່າສງວນ ແຫ່ງຊາດ ນ້ຳແອດ ພູເລີຍ.

ໃນຂະນະ ດຽວກັນ ຖ້າຫາກ ຄິດໄລ່ ການ ສຳປະທານ ປູກໄມ້ວິກ ແລະ ຢາງພາຣາ ໃນເນື້ອທີ່ 20,000 ເຮັກຕາ ແມ່ນຕ້ອງ ໃຊ້ ແຮງງານ ປະມານ 50,000 ຄົນ ເພາະວ່າ ແຮງງານ ຢູ່ແຂວງ ຜົ້ງສາລີ ບໍ່ສາມາດ ຕອບສະໜອງ ໄດ້, ຈຶ່ງເປັນ ບັນຫາ ທ້າທາຍ ທີ່ຈະຕ້ອງ ຫາທາງ ແກ້ໄຂ ໃຫ້ ທັນການ ດັ່ງ ເຈົ້າໜ້າທີ່ ຫ້ອງການ ແຂວງ ກ່າວວ່າ:

"ເນື້ອທີ່ ສວນ ຢາງພາຣາ ໃນແຂວງ ຜົ້ງສາລີ ຂອງພວກເຮົາ ແມ່ນມື້ນີ້ ຈະມີ ປະມານ 20,000 ເຮັກຕາ ແຕ່ວ່າ ທິດທາງ ຂອງແຂວງ ຕໍ່ໄປ ຊິບໍ່ຂຍາຍ ອີກແລ້ວ ເພາະມັນມີ ຄຳສັ່ງ ເລກທີ 13 ຂອງ ທ່ານນາຍົກ ຣັຖມົນຕຣີ ວ່າໃຫ້ ຢຸດເຊົາ ປູກ ຢາງພາຣາ ແລ້ວ ກໍປູກ ໄມ້ວິກ ເພາະວ່າ ອະນາຄົດ ນີ້ ມີຄວາມ ເປັນຫ່ວງ ເປັນໄຍ ບັນຫາ ແຮງງານ ທີ່ ຈະໄປປາດ ໄປກີດ ນ້ຳຢາງ ຫັ້ນ".

ເຖີງຢ່າງໃດ ກໍຕາມ ເນື່ອງຈາກ ວ່າ ເຈົ້າຂອງ ສຳປະທານ ທີ່ດິນ ຢູ່ໃນແຂວງ ຜົ້ງສາລີ ເປັນ ບໍຣິສັດ ຂອງຈີນ ທັງໝົດ ຖ້າທາງການ ແຂວງ ຜົ້ງສາລີ ບໍ່ສາມາດ ຕອບສະໜອງ ແຮງງານ ໃຫ້ກັບ ບໍຣິສັດ ຢ່າງ ພຽງພໍໄດ້, ເຂົາເຈົ້າ ຈະນຳເອົາ ແຮງງານຈີນ ເຂົ້າມາ ເຮັດວຽກ ຢູ່ໃນເຂດ ສຳປະທານ ຂອງ ເຂົາເຈົ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.