ຊາວສວນເມືອງສໍາພັນ ຂໍໃຫ້ ຈີນ ຂຶ້ນຣາຄາ ຊື້ກ້ວຍ
2019.10.04
ຊາວສວນກ້ວຍ ບ້ານນໍ້າລີ ເມືອງສໍາພັນ ແຂວງຜົ້ງສາລີ ຮຽກຮ້ອງໃຫ້ບໍຣິສັດເຈ່ັງເສັງ ຂອງຈີນ ທີ່ເຂົ້າມາຮັບຊື້ກ້ວຍນັ້ນ ຂຶ້ນຣາຄາກ້ວຍ ຈາກກິໂລລະ 800 ກີບເປັນ 1 ພັນກີບ ຍ້ອນປັດຈຸບັນ ຄ່າປຸ໊ຍມີຣາຄາສູງຂຶ້ນ, ດັ່ງປະຊາຊົນບ້ານ ນໍ້າລີ ກ່າວຕໍ່ RFA ໃນມື້ວັນທີ 3 ຕຸລານີ້ວ່າ:
"ດຽວນີ້ເຂົາໃຫ້ກິໂລ 800 ເທື່ອທໍາອິດຫັ້ນເຂົາວ່າຕົກລົງ 800 ຫັ້ນກໍເອົາຕາມນັ້ນເລີຍ ແລ້ວດຽວນີ້ຢາກໄດ້ 1 ພັນ ເພາະຣະດູຝົນມັນໃຊ້ ປຸ໊ຍຫລາຍໂພດ ມັນນັ້ນເດ໊ ເຂົາບໍ່ໃຫ້ເດ໊ ພັນນຶ່ງ ຕົກລົງກັນກໍບໍ່ຕ້ອງ ເອົາຂຶ້ນແລ້ວ ແບບນີ້."
ບໍຣິສັດ ເຈ່ັງເສັງ ຂອງຈີນທີ່ມາຈາກ ເມືອງຫລາ ແຂວງຍຸນນານ ໄດ້ເຂົ້າມາຊື້ກ້ວຍຢູ່ບ້ານນໍ້າລີ ແຕ່ປີ 2011 ມາໂດຍໃຫ້ຣາຄາ ກິໂລລະ 800 ກີບ ຊຶ່ງໃນເວລານັ້ນຊາວສວນກ້ວຍກໍເຫັນພ້ອມນໍາ ແລະໄດ້ເຊັນສັນຍາຕົກລົງກັນ. ມາຮອດປັດຈຸບັນຊາວສວນ ຢາກຮຽກຮ້ອງ ໃຫ້ ບໍຣິສັດ ປ່ຽນສັນຍາຊື້-ຂາຍ ກັນໃໝ່ໃຫ້ຂຶ້ນເປັນ ກິໂລລະ 1 ພັນກີບ ຍ້ອນຣາຄາປຸ໊ຍແພງຂຶ້ນ ປີລະ 600 ຫາ 1 ພັນກີບຕໍ່ເປົ໊າ. ແລະປີນີ້ ຊາວສວນກໍຈໍາເປັນຕ້ອງໃຊ້ ປຸ໊ຍຫລາຍ ກວ່າປີກ່ອນໆເນື່ອງຈາກ ຝົນຕົກລີນ ຫລາຍເຮັດໃຫ້ປຸ໊ຍ ໄຫລໄປນໍານໍ້າ.
ທ່ານເວົ້າວ່າເມື່ອຕົ້ນປີ 2019 ນີ້ຊາວສວນກ້ວຍ ໄດ້ຮຽກຮ້ອງໄປແລ້ວ ແຕ່ທາງບໍຣິສັດ ເຈ່ັງເສັງຂອງຈີນ ບໍ່ຍອມຂຶ້ນໃຫ້ ໂດຍອ້າງວ່າຈະ ຜິດສັນຍາ ຈຶ່ງຢ່າງໃຫ້ທາງພາກສ່ວນກ່ຽວຂ້ອງ ມາຊ່ອຍເຈຣະຈາ.
ຕໍ່ບັນຫາດັ່ງກ່າວ ເຈົ້າໜ້າທີ່ກະສິກັມ ແລະປ່າໄມ້ ເມືອງສໍາພັນທ່ານນຶ່ງ ເວົ້າວ່າການປູກກ້ວຍ ກໍຕ້ອງມີທັງຜູ້ທີ່ໄດ້ເງິນຫລາຍ ແລະ ໜ້ອຍ ຢູ່ແລ້ວ. ຫາກຢາກໄດ້ເງິນຫລາຍກວ່ານີ້ ກໍໃຫ້ປູກເພີ່ມ, ຫາກໄປຮຽກຮ້ອງຫລາຍ ບໍຣິສັດ ຕັດສິນໃຈບໍ່ມາຮັບຊື້ເລີຍ ຊາວບ້ານກໍຈະເດືອດ ຮ້ອນຫລາຍກວ່ານີ້:
"ບາງຄົນນີ໋ກໍຄຸ້ມ ບາງຄົນກໍບໍ່ຄຸ້ມແນວນັ້ນນະ ບໍ່ຄືກັນນະ ໝາກກ້ວຍປູກຄືເພິ່ນເນາະ ແຕ່ຂອງເຮົາບໍ່ດີ ດູແລ້ວຂອງຜູ້ອື່ນດີ ແນວນັ້ນແນວນີ້ ເຮັດສວນກ້ວຍກໍກຸ້ມກິນໝົດ ແຕ່ວ່າຜູ້ກ້ວຍນ້ອຍ ມັນກໍບໍ່ກຸ້ມນະ ບໍ່ເຮັດກໍບໍ່ມີເງິນ ຄັນບໍ່ປູກໝາກກ້ວຍແລ້ວ, ພົລເມືອງນໍ້າລີ ບ່ອນກິຈກັມ ຊອກເງິນຊອກຄໍາ."
ເຈົ້າໜ້າທີ່ເວົ້າຕື່ມວ່າ ທາງການບໍ່ສາມາດໄປເຈຣະຈາ ກັບບໍຣິສັດຈີນ ໃຫ້ຊາວບ້ານໄດ້ ຍ້ອນການຕົກລົງ ຊື້-ຂາຍ ບໍ່ໄດ້ຜ່ານທາງການ. ຊາວບ້ານ ແລະບໍຣິສັດຕົກລົງກັນເອງ ແຕ່ກໍສາມາດໃຫ້ຄໍາແນະນໍາເຣື່ອງນີ້ໄດ້ຫາກມາໂອ້ລົມ ຢູ່ຫ້ອງການການເມືອງ.
ປັດຈຸບັນ ສວນກ້ວຍຢູ່ບ້ານນໍ້າລີ ມີ 50 ປາຍເຮັກຕາ ເປັນຂອງປະຊາຊົນ ຊຶ່ງມີຢູ່ເກືອບ 100 ຄອບຄົວ ປູກກັນເອງທັງໝົດ. ແຕ່ກ່ອນ ສວນກ້ວຍໃນເຂດດັ່ງກ່າວ ມີ 100 ປາຍເຮັກຕາ. ຍ້ອນໃຊ້ສານເຄມີຫລາຍເກີນໄປ ທາງການ ຈຶ່ງສັ່ງໃຫ້ເຊົາປູກ ເຮັດໃຫ້ ເນື້ອທີ່ປູກກ້ວຍ ຍັງເຫລືອແຕ່ 50 ປາຍເຮັກຕາ.