ທາງການແຂວງຜົ້ງສາລີ ຈູດຟານ ທີ່ ຍຶດໄດ້
ຟານ ຫລາຍສິບໂຕ ຖືກຂ້າ ແລ້ວຄົວເອົາ ເຄື່ອງໃນ ອອກ ຮຽບຮ້ອຍ ພ້ອມ ທີ່ຈະສົ່ງ ໄປຂາຍ ແຕ່ຖືກ ທາງການ ແຂວງ ຜົ້ງສາລີ ຍຶດໄດ້ ໃກ້ ຊາຍແດນ ລາວ-ຈີນ.
-
2013-11-20 -
-
-
Your browser doesn’t support HTML5 audio
ເຈົ້າໜ້າທີ່ ທາງການ ແຂວງຜົ້ງສາລີ ໄດ້ຈັດການຈູດເຜົາ ຟານ ທີ່ຖືກຂ້າ ແລະຄົວເອົາ ເຄື່ອງໃນອອກ ຮຽບຮ້ອຍ ຈໍານວນ 40 ໂຕນໍ້າໜັກ 750 ກິໂລກຣາມ ທີ່ຍຶດໄດ້ຈາກ ເຂດຊາຍແດນ ເມືອງຍອດອູທີ່ຕິດກັບຊາຍ ແດນຈີນເມື່ອບໍ່ດົນມານີ້ ແລະໄດ້ຈັບພໍ່ຄ້າສັດປ່າ ຊາວຜົ້ງສາລີ ໄດ້ 2 ຄົນ. ຟານຈໍານວນດັ່ງກ່າວແມ່ນຊາວບ້ານເປັນຜູ້ລ້າມາ. ຊາວບ້ານໄດ້ຂ້າແລ້ວຄົວເອົາເຄື່ອງໃນອອກແລ້ວແລະຂາຍຕໍ່ໃຫ້ພໍ່ຄ້າຄົນກາງ ທີ່ເລາະຊື້ ສັດປ່າຈາກຊາວບ້ານ. ຕາມທີ່ເຈົ້າໜ້າທີ່ແຂວງຄົນນຶ່ງເວົ້າວ່າ:
"ກະຍຶດໄດ້ນໍາ ພວກແມ່ຄ້າ ຫັ້ນແຫລະ ແມ່ຄ້າກາງ ຈະເອົາໄປຂາຍໃຫ້ຈີນ ໂຕຟານທັງໝົດນີ້ 40 ໂຕ ຕາຍໝົດແລ້ວ ຜ່າທ້ອງ ໝົດແລ້ວ ແມ່ນພວກແມ່ຄ້າກາງ ໄປເລາະເກັບຊື້ນໍາເຂົາເຈົ້າ".
ເຈົ້າໜ້າທີ່ວ່າ ການຍຶດຟານ ແລະຈັບພໍ່ຄ້າຄົນກາງ ດັ່ງກ່າວມານີ້ມີຂື້ນ ໃນຕອນກາງຄືນ ພໍດີເຂົາເຈົ້າກໍາລັງ ໃຊ້ລົດກະບະຂົນຊາກຟານເພື່ອ ນໍາໄປຂາຍໃຫ້ພໍ່ຄ້າຈີນ. ເຈົ້າໜ້າທີ່ບໍ່ໄດ້ໃຫ້ເຫດຜົນວ່າ ເປັນຫຍັງຈຶ່ງຈູດຖີ້ມ ເພາະຊີ້ນຟານເປັນສີ່ງທີ່ໃຜໆກໍຕ້ອງການ ແລະຍັງບໍ່ເປັນທີ່ແຈ່ມ ແຈ້ງເທື່ອວ່າ ການຄ້າຂາຍສັດປ່າໃນແຂວງຜົ້ງສາລີ ນີ້ມີເປັນຂະບວນຫລືບໍ່.
ລາຍງານຂອງເຈົ້າໜ້າທີ່ອານຸຮັກສັດປ່າທີ່ໃກ້ສູນພັນວ່າ ປັດຈຸບັນນີ້ ຟານ ແລະສັດປ່າທີ່ຫາຍາກອື່ນໆ ຢູ່ໃນປ່າໄມ້ພາກເໜືອ ເມືອງລາວໃກ້ ຈະສູນພັນແລ້ວ ຍ້ອນຊາວບ້ານໄປລ້າ ມາເປັນອາຫານ ຕາມປະເພນີເພື່ອ ຊີພຂອງຊາວຊົນນະບົດ ແຕລະດຽວນີ້ ເຂົາເຈົ້າລ້າເພື່ອໄປຂາຍ ໃຫ້ປະເທດທີ່ຢູ່ອ້ອມຂ້າງລາວ ຄື ຈີນ ແລະວຽດນາມ ທີ່ຊອກຫາຊື້ສັດປ່າຫາຍາກໃນຣາຄາແພງ ເພື່ອຂາຍຕໍ່ເຂົ້າຮ້ານອາຫານ.