ວຽດນາມຈະຊອກຫາບໍ່ນໍ້າມັນ ໃນລາວ
2013.09.18

ເຈົ້າຫນ້າທີ່ຣະດັບສູງ ສປປລາວ ຜູ້ທີ່ຂໍສງວນຊື່ທ່ານນື່ງໄດ້ກ່າວຕໍ່ຜູ້ສື່ ຂ່າວ ໃນທ້າຍສັປດາຜ່ານມາວ່າ ຣັຖບານລາວໄດ້ຕົກລົງອະນຸມັດໃຫ້ ບໍຣິສັດນ້ຳ ມັນວຽດນາມ ສຳຣວດນ້ຳມັນ ແລະແກັສທັມມະຊາດ ໃນ ແຂວງສວັນນະເຂດ, ສາຣະວັນ, ຈຳປາສັກ ແລະເຊກອງ.
ພາຍໃຕ້ການອະນຸມັດດັ່ງກ່າວ ເຮັດໃຫ້ບໍຣິສັດນໍ້າມັນວຽດນາມ ມີສິດ ສົ່ງຄນະວິສວະກອນ ແລະນາຍຊ່າງເຕັກນິກ ມາດຳເນີນການເກັບກຳ ຂໍ້ມູຸນ ແລະ ສຳຫຣວດທຸກພື້ນທີ່ ໃນສີ່ແຂວງພາກໃຕ້ ທີ່ເຊື່ອວ່າ ມີ ຄວາມເປັນໄປໄດ້ສູງຈະມີປະຣິມານນ້ຳມັນ ແລະແກັສ ທັມມະຊາດ ສະສົມຢູ່ຢ່າງຫລວງຫລາຍ ແລະຈະກຸ້ມຄ່າ ໃນການລົງທືນ ຂຸດຄົ້ນ.
ເຈົ້າຫນ້າທີ່ທ່ານນີ້ ໃຫ້ການຢຶນຢັນເພີ້ມວ່າ ບໍຣິສັດນໍ້າມັນ ວຽດນາມ ໄດ້ເຮັດແຜນທີ່ ພາບຖ່າຍທາງອາກາດ ເພື່ອຄວາມສະດວກໃນການ ສຳຣວດ ພື້ນທີ່ໂຕຈິງ ໃນເຂດສີ່ແຂວງ ພາກໃຕ້ ບ່ອນທີ່ສົງສັຍວ່າມີນ້ຳມັນ. ໃນປັດຈຸບັນ ການຖ່າຍທຳ ກໍສຳເຣັດແລ້ວ ແລະ ເຊື່ອວ່າການ ສຳຫຣວດພາກພື້ນດິນ ໂຕຈີງນັ້ນ ອາດຈະເລີ້ມ ໃນທ້າຍປີນີ້.
ຖ້າພົບວ່າພື້ນທີ່ໃດ ຫາກມີນ້ຳມັນ ແລະແກັສທັມມະຊາດ ສະສົມຢູ່ ຢ່າງຫລວງຫລາຍ ແລະກຸ້ມຄ່າ ໃນການລົງທືຶນຂຸດຄົ້ນ ບໍຣິສັດວຽດນາມ ກໍຈະລົງນາມກັບຣັຖບານລາວ. ການລົງທືນຣະຫວ່າງບໍຣິສັດວຽດນາມກັບຣັຖບານລາວຄາດວ່າ 90-10% ບໍຣິສັດວຽດນາມ ຈະຖືຫຸ້ນ 90% ແລະ ຣັຖບານລາວ 10%.