ຊາວລາວສົນໃຈ ເຣື້ອງຣົດ 167 ຄັນ


2013.07.29
F-Benz-asem ຣົດ BENZ ອາເຊັມ ທີ່ນໍາໄປ ແຈກຢາຍກັນ ເປັນຣາງວັນ ຜົນສໍາເຣັດ
photo:dpa

 

ຊາວລາວ ສົນໃຈ ວ່າ ຣັຖບານ ຂາຍຣົດ ເບັນສ໌ ແລະ ໂຕໂຍຕາ ແຄມຣີ ທີ່ສັ່ງຊື້ມາ ໃຊ້ ຕ້ອນຮັບແຂກ ຕ່າງປະເທດ ໃນເວລາມີ ກອງປະຊຸມ ອາເຊັມ ເມື່ອປີກາຍນັ້ນ ໄດ້ເງິນເທົ່າໃດ ແລະ ໄດ້ສົ່ງ ເຂົ້າຄັງຫຼວງ ຫຼືບໍ່?

ເຈົ້າໜ້າທີ່ຂັ້ນສູງ ຂອງສະພາແຫ່ງຊາດລາວທ່ານນຶ່ງ ທີ່ຂໍສງວນຊື່ ເປີດເຜີຍວ່າ ໃນກອງປະຊຸມ ສະພາ ແຫ່ງຊາດ ເມື່ອ 2 ສັປດາ ທີ່ຜ່ານມາ ມີ ປະຊາຊົນ ລາວ ໄດ້ໂທຣເຂົ້າມາ ສໍ້ຖາມ ກ່ຽວກັບ ການຂາຍຣົດ ຫລູຫລາ ຮ້ອຍກວ່າຄັນ ນັ້ນ ຫລາຍ ເປັນພິເສດ. ພວກເຂົາເຈົ້າ ຖາມວ່າ ຣັຖບານໄດ້ ປະກາດ ຂາຍຣົດ ເປັນເວລາ 6 ເດືອນກວ່າແລ້ວ ແຕ່ເປັນຫຍັງ ຣັຖບານ ຈຶ່ງບໍ່ ປະກາດໃຫ້ ປະຊາຊົນ ຮູ້ແດ່ວ່າ ຂາຍໄດ້ເທົ່າໃດ ແລະ ຮັກສາ ເງີນໄວ້ຢູ່ໃສ ໄດ້ເອົາເຂົ້າ ຄັງຫລວງ ຫຼືບໍ່?

ຣັຖບານລາວ ຊື້ຣົດ ຣາຄາແພງ ລວມທັງໝົດ 167 ຄັນ ໃນນັ້ນມີ ຣົດເບັນສ໌ 105 ຄັນ ແລະ ໂຕໂຍຕາ ແຄມຣີ 62 ຄັນ ເພື່ອໃຊ້ ຕ້ອນຮັບແຂກ ຕ່າງປະເທດ ທີ່ມາຮ່ວມ ກອງປະຊຸມ ສຸດຍອດ ເອເຊັຍ-ຢູໂຣບ ເມື່ອ ທ້າຍປີກາຍ. ໃນຕົ້ນປີນີ້ ຣັຖບານ ປະກາດ ຂາຍຣົດ ເຫລົ່ານັ້ນ ໃນຣາຄາ ຄັນລະ ນັບແຕ່ 35,000 ດອນລ່າ ສະຫະຣັຖ ຂື້ນໄປ ຈົນເຖິງຄັນລະ 119,000 ດອນລ່າ. ຖ້າຄິດໄລ່ ຕາມຣາຄາ ທີ່ປະກາດ ໄປນັ້ນ ຣັບຖານລາວ ຈະໄດ້ເງິນຈາກການຂາຍ ຣົດ ທັງໝົດເຖິງ 102 ລ້ານ ດອນລ່າ ສະຫະຣັດ.

ໃນເວລາ ຣັຖບານ ສັ່ງຊື້ຣົດ ເຫລົ່ານີ້ ປະຊາຊົນ ລາວ ຫລາຍຄົນ ກໍຄິດວ່າ ບໍ່ຈຳເປັນ ເພາະ ປະເທດລາວ ຍັງທຸກຍາກ ຂາດເຂີນຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.