ຄ່າຈອດຣົດຕອນບຸນຊ່ວງເຮືອ


2013.10.22
F-Boat-racing ງານບຸນຊ່ວງເຮືອ ທີ່ທ່າວັດຈັນ ນະຄອນຫລວງວຽງຈັນ ວັນທີ 20 ຕຸລາ 2013
RFA/Mek-fb

 

ຊາວບ້ານຫລາຍຄົນພາກັນຈົ່ມວ່າ ພວກຕົນຖືກສໍ້ໂກງຄ່າຈອດຣົຖ ຢ່າງບໍ່ເປັນທັມໃນຊ່ວງບຸນຊ່ວງເຮືອ ປະຈຳປີທີ່ທ່າວັດຈັນ ນະຄອນຫລວງ ວຽງຈັນ. ທັ້ງໆທີ່ກ່ອນຫນ້ານີ້ທາງການລາວ ໄດ້ປະກາດຢ່າງເປັນ ທາງການ ແລ້ວວ່າ ການເກັບຄ່າຝາກຣົຖໃນຊ່ວງບຸນຊ່ວງເຮືອຈະເປັນໄປ ຕາມທີ່ທາງການປະກາດ ຖ້າຜູ້ໃດຝ່າຝຶນຈະຖືກປັບໃຫມ ເປັນເງີນເຖິງ 50 ລ້ານກີບ. ດັ່ງຊາວບ້ານຜູ້ມາທ່ຽວບຸນ ຄົນນື່ງເວົ້າວ່າ: ---ສຽງ---

ອິງຕາມການແຈ້ງການຂອງຣັຖບານ ສະບັບວັນທີ 13 ຕຸລາ ໄດ້ກຳນົດການຈອດຣົຖໃນຊ່ວງບຸນຊ່ວງເຮືອ ທີ່ທ່າວັດຈັນວ່າ ຣົຖຖີບຄັນລະ 2 ພັນກີິບ ຣົຖຈັກ 5 ພັນກີບ ຣົຖຈຳໂບ ຕຸກໆ 10 ພັນກີບ ຣົຖໃຫຍ່ 15 ພັນກີບ ຖ້າຜູ້ໄດ້ຮັບສໍາປະທານ ການຝາກຣົຖຫາກຝ່າຝືນ ຈະຖືກ ປັບໃຫມເຖິງ 50 ລ້ານກີບ.

ແຕ່ໃນສະພາບໂຕຈິງຍັງມີ ຜູ້ຮັບເຫມົາຈອດຣົຖຫລາຍລາຍ ຝ່າຝືນເກັບແພງເກີນໄປ ຊາວບ້ານຜູ້ທີ່ຖືກສໍ້ໂກງ ກໍເອົາຫລັກຖານມາໃຫ້ ເທົ່າ ເຖິງປັດຈຸບັນ ກໍບໍ່ມີຫຍັງເກີດຂື້ນ ແລະກໍບໍ່ເຫັນມີ ການປັບໃຫມ ໃສ່ໂທດຜູ້ທີ່ ຝ່າຝືນ ໃບແຈ້ງການສະບັບດັ່ງກ່າວ ແຕ່ຢ່າງໃດ.

ຫລາຍພາກສ່ວນຄິດວ່າ ອາຈມີການສົມຮູ້ຮ່ວມຄິດ ກັບເຈົ້າຫນ້າທີ່ກ່ຽວຂ້ອງ ໃນເຂດດັ່ງກ່າວກໍເປັນໄດ້ແຕ່ຂາດຂໍ້ມູນແລະຫລັກຖານ. ການ ສໍ້ໂກງໃນລາວ ບໍ່ວ່າຈາກພາກຣັຖ ຫລື ພາກເອກຊົນ ຍັງມີຢູ່ຖົມໄປ ຍາກທີ່ຈະແກ້ໄຂ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.