ຊາວຄ້າຂາຍ ຕລາດເຊົ້າຕຶກເກົ່າ ຍັງບໍ່ຍ້າຍ

ມະນີຈັນ
2020.12.30
ຊາວຄ້າຂາຍ ຕລາດເຊົ້າຕຶກເກົ່າ ຍັງບໍ່ຍ້າຍ ບັນຍາກາດ ການຄ້າຂາຍ ພາຍໃນຕລາດເຊົ້າ ອາຄານເກົ່າ. ຖ່າຍຮູບເມື່ອ: ເດືອນກັນຍາ 2020. ໂດຍ: TS
RFA

ພວກພໍ່ຄ້າແມ່ຄ້າປະມານ 300 ຄົນ ທີ່ຂາຍເຄື່ອງຢູ່ຕລາດ ເຊົ້າຕຶກເກົ່າໃນນະຄອນຫລວງ ວຽງຈັນຍັງບໍ່ຍອມຍ້າຍອອກ ໄປຂາຍຢູ່ບ່ອນໃໝ່ ພາຍໃນປີນີ້ ຍ້ອນຍັງບໍ່ມີການຈັດສັນ ສິ່ງອໍານວຍຄວາມສະດວກ ຫລາຍຢ່າງ, ອີງຕາມຄໍາເວົ້າຂອງ ແມ່ຄ້າຄລາດເຊົ້າ ຕຶກເກົ່າ ຜູ້ບໍ່ປະສົງອອກຊື່ຕໍ່ RFA ໃນມື້ວັນທີ 29 ທັນວາ 2020 ນີ້.

ເພິ່ນໃຫ້ອອກແລ້ວແຫລະ ແຕ່ເຮົາບໍ່ທັນໄດ້ອອກເທື່ອ ເພາະ ວ່າດຽວນີ້ ເຮົາຂໍຄວາມຊ່ວຍເຫລືອ ຂະເຈົ້າເຣື່ອງແອເນາະ. ບາດນີ້ຂຶ້ນໄປຊັ້ນເທິງ ເພິ່ນຍັງບໍ່ໃສ່ແອໃຫ້ໄທເຮົາເທື່ອ ມັນບໍ່ໄດ້ເດ໋ ມັນຮ້ອນ ຕຶກມັນປິດອັບຊີ້ນະ ຈິດໃຈເຮົາກະບໍ່ຢາກຂຶ້ນແຫລະ ມັນອີງໃສ່ສຸຂພາບເຮົານໍາ.

ນາງກ່າວຕື່ມວ່າ ພື້ນທີ່ຂາຍເຄື່ອງ ບ່ອນໃໝ່ ມີຫລາຍສິ່ງຫລາຍຢ່າງ ທີ່ຈະຕ້ອງໄດ້ປັບປຸງ ໃຫ້ແລ້ວໄວ ອັນມີທັງຂັ້ນໃດເລື່ອນ ກໍເປີດໃຊ້ດົນໆເທື່ອນຶ່ງ, ດອກໄຟພາຍໃນຕຶກ ກໍຍັງບໍ່ພຽງພໍ, ຫ້ອງນໍ້າກໍຍັງຢູ່ໃນສະພາບເກົ່າ ແລະເປິະເປື້ອນ ແລະວ່າ ຖ້າຜູ້ສັມປະທານຕລາດ ສາມາດແກ້ໄຂບັນຫາທັງໝົດ ນັ້ນໄດ້ ພໍ່ຄ້າແມ່ຄ້າກໍພ້ອມ ທີ່ຈະຍ້າຍອອກ ໄປຂາຍເຄື່ອງຢູ່ບ່ອນໃໝ່ນັ້ນ.

ແລະຊາວຄ້າຂາຍອີກ ຄົນນຶ່ງ ກໍກ່າວຕໍ່ RFA ໃນມື້ດຽວກັນນີ້ວ່າ ຜູ້ສັມປະທານຕລາດເຊົ້າ ຕຶກເກົ່າ ມີກໍານົດໃຫ້ພວກພໍ້ຄ້າແມ່ຄ້າ ຍ້າຍອອກໄປຂາຍຢູ່ບ່ອນໃໝ່ ພາຍໃນເດືອນທັນວານີ້ ເພື່ອຈະໄດ້ສ້າງຕຶກຕລາດເຊົ້າຫລັງໃໝ່ ແລະຕ້ອງໄດ້ໃຊ້ເງິນຕົວເອງ ໃນການຕົບແຕ່ງຮ້ານ, ດັ່ງທີ່ນາງກ່າວດ້ວຍຄວາມບໍ່ພໍໃຈວ່າ:

ບ່ອນຂາຍຍັງບໍ່ໄດ້ ເພາະວ່າຂະເຈົ້າໃຫ້ໄປຊັ້ນ 3 ຕຶກມອລ 2 ແລ້ວໃຫ້ເຮົາເຮັດຝາຜນັງເອງ ຫັ້ນນະ ແລ້ວກະແລ່ນໄຟເອງ ເຮັດທຸກຢ່າງເອງເບິດ ແລ້ວມັນກະບໍ່ມີແອອີກ ມັນບໍ່ແຟສໍາລັບເຮົາໂພດ ຫັ້ນນະ ຍັງບໍ່ມີໃຜຂຶ້ນໄປຂາຍເລີຍນະ. 

ນາງກ່າວຕື່ມອີກວ່າ ການຈັດສັນພື້ນທີ່ຂາຍເຄື່ອງ ຢູ່ບ່ອນໃໝ່ ກໍມີເຣື່ອງຄາໃຈ ຍ້ອນວ່າ ຜູ້ຂາຍເຄື່ອງຢູ່ຕຶກຫລັງເກົ່າ ບໍ່ສາມາດເລືອກ ບ່ອນຂາຍຢູ່ບ່ອນໃໝ່ໄດ້, ແຕ່ຜູ້ສັມປະທານ ພັດໃຫ້ພໍ່ຄ້າແມ່ຄ້າຈາກພາຍນອກ ມາເລືອກຈອງ ບ່ອນຂາຍເຄື່ອງໄດ້.

ກ່ຽວກັບເຣື່ອງທີ່ວ່ານີ້ ຊາວບ້ານທີ່ຢູ່ໃກ້ຕລາດນັ້ນນາງນຶ່ງ ກໍຮູ້ສຶກເປັນຫ່ວງນໍາພໍ່ຄ້າແມ່ຄ້າ ຢູ່ຕລາດເຊົ້າຕຶກເກົ່າ ທີ່ຈະຕ້ອງໄດ້ເສັຽຄ່າ ຕົບແຕ່ງຮ້ານໃໝ່ເອງ ເມື່ອຍ້າຍໄປຢູ່ຕຶກບ່ອນໃໝ່ ທີ່ມີການຈັດສັນໃຫ້ ເນື່ອງຈາກຫລາຍຄົນ ໄດ້ຮັບຜົລກະທົບໜັກໜ່ວງຢູ່ແລ້ວ ຈາກສະພາບເສຖກິດທີ່ບໍ່ດີ ໃນໄລຍະການແຜ່ຣະບາດຂອງເຊື້ອພະຍາດ ໂຄວິດ-19 ນີ້.

ກໍໄດ້ຮູ້ນໍານ້ອງຮັກ ເຂົາໄປຂາຍເຄື່ອງທີ່ຣະຣຶກແມ່ນຫຍັງຫັ້ນນະ ເຮັດໃໝ່ ເພິ່ນກະເຂົ້າ ກະແພງຫັ້ນນະ ສະພາບໂຄວິດກະຫຍູ້ງຍາກໃດ໋ ແບບວ່າມັນກະທົບໄປເບິດ ເຣື່ອງເສຖກິດແມ່ນຫຍັງ ຫັ້ນນະເນາະ. 

ຕໍ່ບັນຫາດັ່ງກ່າວ ເຈົ້າໜ້າທີ່ຂອງບໍຣິສັດ ຮົວຊິນພັທນາຈໍາກັດ ຂອງຈີນ (Huaxin Development CO., Limited) ທີ່ເປັນຜູ້ສັມປະທານສ້າງຕຶກຕລາດເຊົ້າຫລັງໃໝ່ ຊີ້ແຈງພຽງແຕ່ວ່າ ປັດຈຸບັນ ທາງບໍຣິສັດກໍາລັງດໍາເນີນການ ຕິດຕັ້ງສິ່ງອໍານວຍຄວາມສະດວກ ຢູ່ບ່ອນໃໝ່ ໃຫ້ຊາວຄ້າຂາຍ ທີ່ຍ້າຍໄປບ່ອນໃໝ່ ນັ້ນຢູ່, ແຕ່ຍັງບໍ່ຮູ້ເທື່ອວ່າຈະສໍາເຣັດ ເມື່ອໃດ.

ກໍາລັງດໍາເນີນການຢູ່ ເຈົ້າ ໂຕນີ້ຍັງຕອບບໍ່ໄດ້ເທື່ອ ໂຕນີ້ກໍາລັງໂຍກຍ້າຍຢູ່ ເຈົ້າ.

ບໍຣິສັດ ຫົວຊິນພັທນາຈໍາກັດ ຈະທຸບຕຶກເກົ່າຕລາດເຊົ້າ ແລ້ວສ້າງຕຶກໃໝ່ຂຶ້ນມາແທນ ຕາມສັນຍາສັມ ປະທານ 40 ປີ ກັບທາງການລາວ ເມື່ອເດືອນ ພຶສພາ 2020, ແຕ່ຍັງບໍ່ມີກໍານົດວ່າ ຈະເລີ່ມລົງມືທຸບຕືກຫລັງເກົ່າ ແລະສ້າງຕຶກໃໝ່ຂຶ້ນເມື່ອໃດ.

ເວົ້າເຖິງເຣື່ອງການປັບປຸງບ່ອນໃໝ່ ທີ່ຈະໃຫ້ພວກພໍ່ຄ້າແມ່ຄ້າ ໄປຂາຍເຄື່ອງນັ້ນ ເຈົ້າໜ້າທີ່ບໍຣິສັດນີ້ ຍັງບໍ່ສາມາດໃຫ້ຣາຍລະອຽດໄດ້ວ່າ ຈະໄດ້ດໍາເນີນການຕິດຕັ້ງ ສິ່ງອໍານວຍຄວາມສະດວກ ຢູ່ບ່ອນມອລ 2, ຊັ້ນ 3 ນັ້ນເມື່ອໃດ.

ເພື່ອຂໍຮູ້ກ່ຽວກັບເຣື່ອງນີ້ RFA ໄດ້ຕິດຕໍ່ໄປຫາຜແນກອຸດສາຫະກັມ ແລະການຄ້ານະຄອນ ຫລວງວຽງ ຈັນ, ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງບໍ່ສາມາດໃຫ້ຄໍາເຫັນໄດ້.

ຕຶກບ່ອນໃໝ່ ທີ່ຊາວຄ້າຂາຍຈະຍ້າຍໄປນັ້ນ ຄືຕຶກມອລ 2, ຊັ້ນ 3 ຊຶ່ງຢູ່ໃກ້ກັບຕຶກຫລັງເກົ່າ ທີ່ຈະຖືກທຸບຖິ້ມ. ໃນເບື້ອງຕົ້ນ ທາງບໍຣິສັດດັ່ງກ່າວ ໄດ້ກຽມຫ້ອງຂາຍເຄື່ອງ ຈໍານວນ 302 ຫ້ອງ ໄວ້ສໍາລັບໃຫ້ພໍ່ຄ້າ ແມ່ຄ້າ ທີ່ຍ້າຍອອກຈາກຕຶກເກົ່າ ໄປຂາຍ ໂດຍມີນະໂຍບາຍ ຍົກເວັ້ນຄ່າເຊົ່າຫ້ອງເປັນເວລາ 9 ເດືອນ, ແຕ່ຕ້ອງໄດ້ເສັຽຄ່ານໍ້າ ແລະຄ່າໄຟເອົາເອງ ຕາມປົກຕິ. ຫລັງຈາກນັ້ນ ບໍຣິສັດກໍຈະເກັບຄ່າເຊົ່າ ໃນຣາຄາພິເສດ ຄືແມັດກາເຣລະ 7 ໂດລາສະຫະຣັຖ ຈາກຣາຄາປົກຕິ 14 ໂດລາສະຫະຣັຖ.

ແລະພາຍຫລັງທີ່ທາງບໍຣິສັດ ໄດ້ສ້າງຕຶກໃໝ່ ທີ່ທັນສມັຍແລ້ວ ກໍຈະເປີດໂອກາດ ໃຫ້ພໍ່ຄ້າແມ່ຄ້າ ທີ່ເຄີຍຂາຍເຄື່ອງຢູ່ຕຶກເກົ່ານັ້ນ ຍ້າຍກັບມາຢູ່ໄດ້ ແລະທັງຈະເປີດຮັບ ພໍ່ຄ້າແມ່ຄ້າທັງຄົນລາວ ແລະຊາວຈີນ ເຂົ້າມາຂາຍນໍາຕື່ມອີກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.