ພໍ່ແມ່ຮຽກຮ້ອງຍົກເວັ້ນ ຄ່າຮຽນ ເດືອນເມສາ

ສຸພັດຕາ
2020.04.22
F-students ນັກຮຽນລາວ ໃນ ນະຄອນຫຼວງວຽງຈັນ
ຮູບຈາກ : ນັກຂ່າວພົລເມືອງ

ຜູ້ປົກຄອງນັກຮຽນ ສເນີໃຫ້ໂຮງຮຽນເອກກະຊົນ ງົດເກັບຄ່າຮຽນ ເດືອນເມສາ ໃນໄລຍະທີ່ກະຊວງສຶກສາທິການແລະກິລາ ແຈ້ງການປິດ ການຮຽນໝົດເດືອນ ເພື່ອປ້ອງກັນການແຜ່ຣະບາດຂອງເຊື້ອໄວຣັສ ໂຄວິດ-19 ເນື່ອງຈາກຜູ້ປົກຄອງນັກຮຽນ ຫຼາຍຄົນ ບໍ່ໄດ້ໄປເຮັດວຽກ ຕ້ອງກັກໂຕເອງຢູ່ເຮືອນ, ຕາມຄໍາສັ່ງຂອງນາຍົກຣັຖມົນຕຣີ ຈຶ່ງບໍ່ມີຣາຍຮັບ ໃນຂນະທີ່ ຄ່ານໍ້າ, ຄ່າໄຟ ກໍຕ້ອງໄດ້ຈ່າຍເປັນປົກກະຕິ, ອີງ ຕາມຄໍາເວົ້າ ຂອງຜູ້ປົກຄອງນັກຮຽນທ່ານນຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 22 ເມສາ ນີ້ວ່າ:

“ຢາກໃຫ້ເກັບ ພໍ່ແມ່ ຈຸນັກຮຽນ ບໍ່ໄດ້ຊອກເງິນເດ້ ເຂົາກໍບໍ່ມີເງິນເກັບ ຄືຕອນແຕ່ກີ້ຫັ້ນ, ຕອນແຕ່ກີ້ແທ້ ເຂົາກໍໄປເຮັດວຽກ ໄປຄ້າໄປຂາຍ ເຂົາກໍມີເງິນໄປເສັຽຢູ່ ແຕ່ດຽວນີ້ ຄ່ານໍ້າຄ່າໄຟ ກໍໄດ້ຈ່າຍເປັນປົກກະຕິ ມີລູກສອງສາມຄົນ ເດືອນນຶ່ງຜູ້ນຶ່ງ ສອງສາມແສນ ເດືອນນຶ່ງ ກໍ ເປັນລ້ານ ບໍ່ມີເງິນຈ່າຍ.”

ໃນຂນະດຽວກັນ ຜູ້ປົກຄອງນັກຮຽນອີກທ່ານນຶ່ງ ກໍສເນີໃຫ້ໂຮງຮຽນເອກກະຊົນ ງົດເກັບຄ່າຮຽນຂອງນັກຮຽນ ໃນເດືອນເມສາ ຄືກັນ ແລະ ຖ້າຫາກທາງການ ຍັງສືບຕໍ່ປິດການຮຽນ ກໍບໍ່ຄວນເກັບຄ່າຮຽນ ຍ້ອນວ່າຜູ້ປົກຄອງນັກຮຽນ ຫຼາຍຄົນຂາດຣາຍໄດ້ ໃນໄລຍະທີ່ມີການແຜ່ ຣະບາດ ຂອງເຊື້ອໄວຣັສ ໂຄວິດ-19:

“ເຮົາກໍບໍ່ຕ້ອງໃຫ້ຂະເຈົ້າເກັບຄ່າຮຽນ ມັນກະສະເລັ່ຽຫຼາຍໆຄົນ ຄືວ່າບໍ່ໄດ້ຫາເງິນ ຂະເຈົ້າຈະເອົາເງິນໃສມາຈ່າຍ ຢູ່ລາວແຕ່ເສັຍຄ່າໄຟ ຄ່ານໍ້າ ກໍເຫຼືອແຮງແລ້ວ ແລ້ວໂຮງຮຽນເອກກະຊົນ ຈະມາເກັບບໍ່ຄັກ ຫັ່ນແຫຼ້ວ ເຮົາເວົ້າຈາກໃຈອັນນີ້ນະ.”

ກ່ຽວກັບເຣື້ອງດັ່ງກ່າວນີ້ ເຈົ້າໜ້າທີ່ໂຮງຮຽນ ເອກກະຊົນ ຢູ່ນະຄອນຫຼວງວຽງຈັນ ແຫ່ງນຶ່ງ ເວົ້າວ່າຜູ້ປົກຄອງນັກຮຽນ ຕ້ອງຈ່າຍຄ່າຮຽນ ເດືອນເມສາ ຍ້ອນວ່າ ຄຣູປະຈໍາວິຊາຕ່າງໆ ໄດ້ສອນທາງອອນລາຍ໌ ກໍຕ້ອງເອົາເງິນຄ່າຮຽນ ນໍານັກຮຽນແຕ່ລະຄົນ ມາຈ່າຍເປັນຄ່າຈ້າງ ໃຫ້ນາຍຄຣູ:

“ບໍ່ເກັບບໍ່ໄດ້ ມັນຕ້ອງໄດ້ເກັບຄ່າຮຽນ ເພາະວ່າຫຍັງ ເພາະວ່າເຮົາໄດ້ໃຫ້ຄຣູສອນ ທາງອອນລາຍ໌ ອັນນັ້ນແມ່ນໂຮງຮຽນເຂົາ ອັນນີ້ແມ່ນ ໂຮງຮຽນເຮົາ ໂຮງຮຽນເຮົາມັນຕ້ອງຈ່າຍຕາມປົກກະຕິ ຜູ້ໃດຄ້າງ ຄ່າຮຽນ ຕ້ອງໄດ້ເຂົ້າມາຈ່າຍໂລດ.”

ສໍາລັບໂຮງຮຽນອະນຸບານ-ປະຖົມ ແລະໂຮງຮຽນມັທຍົມສົມບູນ ຮຸ່ງເຮືອງ ເຈົ້າໜ້າທີ່ ທ່ານນຶ່ງກ່າວວ່າ ໂຮງຮຽນຮຸ່ງເຮືອງ ມີນະໂຍບາຍ ສະເພາະ ຍົກເວັ້ນບໍ່ໃຫ້ຈ່າຍຄ່າຮຽນ ເດືອນເມສາ ຍ້ອນວ່າທາງໂຮງຮຽນ ເຫັນເຖິງສະພາບຄວາມຫຍຸ້ງຍາກ ຂອງພໍ່ແມ່ຜູ້ປົກຄອງນັກຮຽນ ບໍ່ມີວຽກເຮັດງານທໍາ ໃນໄລຍະການແຜ່ຣະບາດ ຂອງເຊື້ອໄວຣັສໂຄວິດ-19:

“ແມ່ນນະໂຍບາຍໂຮງຮຽນ ສະເພາະຂອງເຮົາເທົ່ານັ້ນແຕ່ວ່າ ເຮົາເຫັນວ່າສະພາບມັນຫຍຸ້ງຍາກ ເຮົາກໍເຫັນໃຈຜູ້ປົກຄອງຂອງເຮົາແບ່ງ ເບົາກັນຫັ່ນນາ ເຮົາກໍເລີຍບໍ່ເກັບ ບໍ່ແມ່ນວ່າຣັຖບານສັ່ງ ເຮົາພໍໃຈ ເຮົາພໍໃຈ.”

ກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ກະຊວງສຶກສາທິການແລະກິລາ ກ່າວວ່າ ທໍາອິດກະຊວງສຶກສາທິການແລະກິລາ ໄດ້ອອກແຈ້ງການສບັບນຶ່ງ ໄປຍັງ ສະຖາບັນການສຶກສາ ແລະ ຜູ້ປະກອບການ ໃຫ້ເກັບຄ່າຮຽນ ເດືອນມິນາ ແລະ ເດືອນເມສາ ຕາມປົກກະຕິ, ແຕ່ເມື່ອມີຫາງສຽງ ຂອງພໍ່ແມ່ ຜູ້ປົກຄອງ ບໍ່ພໍໃຈຕໍ່ແຈ້ງການດັ່ງກ່າວ ເຮັດໃຫ້ປັດຈຸບັນ ຕ້ອງໄດ້ປຶກສາກັບພາກສ່ວນກ່ຽວຂ້ອງ ເພີ້ມຕື່ມ ໃຫ້ລໍຖ້າແຈ້ງການ ສະບັບ ໃໝ່ອອກມາໃນໄວໆນີ້:

“ໃຫ້ສືບຕໍ່ເກັບປົກກະຕິເນາະ ແຈ້ງການຂອງຫ້ອງການສົ່ງເສີມ ເອກກະຊົນ ຂໍຮ້ອງໃຫ້ຜູ້ປົກຄອງ ແລະຜູ້ປະກອບການ ໃຫ້ປະຕິບັດຄືເກົ່າ ປົກກະຕິ ໃນເດືອນສາມເດືອນສີ່ ໃນທໍາອິດເນາະ ຫຼັງຈາກນັ້ນມັນກໍມີ ຫາງສຽງ ໂດຍສະເພາະເດືອນສີ່ ເພິ່ນກໍາລັງປຶກສາກັນຕື່ມວ່າຊິ ເຮັດແນວໃດ ແລ້ວເຮົາຊິໄດ້ອອກແຈ້ງການໃໝ່ ຖ້າຟັງກ່ອນ.”

ເຖິງຢ່າງໃດກໍຕາມ ນອກຈາກໂຮງຮຽນຮຸ່ງເຮືອງແລ້ວ ຍັງມີໂຮງຮຽນລ້ຽງເດັກ, ໂຮງຮຽນອະນຸບານ ແລະປະຖົມຂອງເອກກະຊົນຫຼາຍແຫ່ງ ເຣີ່ມມີນະໂຍບາຍ ຍົກເວັ້ນບໍ່ເກັບຄ່າຮຽນນໍານັກຮຽນ ໃນເມສາ ເພື່ອ ແບ່ງເບົາພາລະຂອງຜູ້ປົກຄອງ ໃນໄລຍະວິກິຈນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.