ສວນກາເຟປາກຊ່ອງບໍ່ມີ ດິນຂຍາຍ
2019.01.24
ຊາວສວນກາເຟ ຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ ບໍ່ມີດິນເພື່ອຂຍາຍການປູກກາເຟແລ້ວ ເພາະຮັຖບານ ໃຫ້ສັມປະທານທີ່ດິນ ແກ່ບໍຣິສັດ ເອກກະຊົນທັງພາຍໃນ ແລະຕ່າງປະເທດໝົດ. ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ທ້ອງຖິ່ນ ເມືອງປາກຊ່ອງ ແຂວງຈໍາປາສັກ ທ່ານນຶ່ງ ທີ່ໃຫ້ ຣາຍລະອຽດ ກ່ຽວກັບເຣື້ອງນີ້ ກັບ ວິທຍຸເອເຊັຍເສຣີ ຕື່ມໃນວັນທີ່ 23 ມົກກະຣາ ນີ້ວ່າ:
“ກໍມີຫັ້ນແລ້ວ ຄັນສິເວົ້າເຣື້ອງຂໍ້ຫຍຸ້ງຍາກສັບສົນກໍຫຼາຍອັນ ການເຮັດການການທໍາ ເພາະວ່າ ດິນນີ້ຢູ່ໃນຂອບເຂດເຮົາ ມັນບໍ່ມີແລ້ວດຽວນີ້ ມີແຕ່ບໍຣິສັດບຸກເບີກ ໝາຍຄວາມວ່າ ບໍຣິສັດສຳປະທານປູກໄມ້ ປູກກາເຟ ຫຼາຍບໍຣິສັດເຂົ້າມານີ້ ເພາະວ່າດິນແຫ່ງແຄບລົງ.”
ປັດຈຸບັນ ເນື້ອທີ່ປູກກາເຟໃນລາວສ່ວນຫຼາຍ ຈະປູກຢູ່ໃນເຂດພູພຽງບໍຣິເວນ ເມືອງປາກຊ່ອງ ແຂວງຈໍາປາສັກ ໃນນັ້ນມີເນື້ອທີ່ ເກັບໝາກ ແລ້ວ 35 ພັນເຮັກຕາ, ເນື້ອທີ່ອີກປະມານ 25 ພັນເຮັກຕາ ກໍກະຈາຍປູກກາເຟ ທົ່ວປະເທດ ເປັນຕົ້ນ ເມືອງທ່າແຕງ ແຂວງເຊກອງ ແລະ ເມືອງຊໍາເໜືອ ແຂວງຫົວພັນ.
ສປປລາວ ຕັ້ງເປົ້າໝາຍປູກກາເຟ ສາຍພັນອາຣາບິກກາ (Arabica) ໃຫ້ໄດ້ເນື້ອທີ່ 130 ພັນເຮັກຕາ ທົ່ວປະເທດພາຍໃນປີ 2025 ໂດຍ ຈະຂຍາຍ ເນື້ອທີ່ປູກໄປພາກເໜືອ ຄື ແຂວງຜົ້ງສາລີ, ຫຼວງນໍ້າທາ ຊຽງຂວາງ ແລະຫົວພັນ ເພື່ອສົ່ງອອກໄປຕ່າງ ປະເທດໃຫ້ໄດ້ 50 ພັນຕັນ ຕໍ່ປີ. ດັ່ງເຈົ້າໜ້າທີ່ ກະຊວງກະສິກັມແລະປ່າໄມ້ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 23 ມົກກະຣາ ທີ່ຜ່ານມາ ນີ້ວ່າ:
“ໂອ້ແສນປາຍຕື້ ເປົ້າໝາຍມັນຄືພາກເໜືອ ກໍສິມີແຕ່ຜົ້ງສາລີ ຫລວງນໍ້າທາ, ຊຽງຂວາງ, ຊໍາເໜືອ ເບື້ອງຕົ້ນນີ້ ເພີ່ນຍັງບໍ່ມີ ເລື້ອງຍຸທສາດ ອອກມາຕົວນີ້ ມີແຕ່ວ່າຖ້າເບິ່ງ ເພີ່ນສິມີຍຸທສາດແນ່ນອນ ວ່າສິໃຫ້ບໍຣິສັດ ສຳປະທານ ຫຼືວ່າ ປະສົມປະສານ ລະຫວ່າງ ປະຊາຊົນ ກັບ ບໍຣິສັດແນ່ ເພາະວ່າ ບໍຣິສັດ ສິເປັນການຕະຫຼາດໃຫ້ ເຮົາຕ້ອງອີງໃສ່ ຕົວນໍານັ້ນ.”
ທ່ານກ່າວຕື່ມອີກວ່າ ປັດຈຸບັນ ລາວສົ່ງກາເຟອອກ ປະມານ 40 ພັນຕັນ ຕໍ່ປີຢ່າງນ້ອຍໃນ 10 ປະເທດທົ່ວໂລກເປັນຕົ້ນຢູໂຣບ, ສະຫະຣັຖ ອະເມຣິກາ, ເກົາຫລີໃຕ້ ຍີ່ປຸ່ນ, ໄທແລະຈີນ ມູນຄ່າສົ່ງອອກປະມານ 73 ລ້ານ ໂດລາ ສະຫະຣັຖໃນປີ 2018. ໃນນັ້ນ ສ່ວນຫຼາຍຈະເປັນ ກາເຟອາຣາບິກກາ (Arabica) ເພາະຣົດຊາດດີ ຣາຄາບໍ່ແພງ ຮອງລົງມາຈະເປັນກາເຟ ເອັກເຊລຊ່າ (Excelsa) ແລະ ກາເຟໂຣບັສຕາ (Robusta).