6 ບໍຣິສັດລົງທຶນຂຸດ ຫິນຜາ
2019.03.27
ເມື່ອວັນທີ 21 ມິນາ ຜ່ານມາ, 6 ບໍຣິສັດເອກກະຊົນ ຂອງລາວ ໄດ້ເຊັນສັນຍາ ກັບທາງການແຂວງອຸດົມໄຊ ເພື່ອຂຸດຄົ້ນຫິນຜາ ທັງໝົດ 6 ໂຄງການຢູ່ເຂດເມືອງຫລາ, ເມືອງນາໝໍ້, ແລະ ເມືອງຮຸນ, ໂດຍວ່າແຕ່ລະໂຄງການ ສັມປະທານເນື້ອທີ່ຂຸດຄົ້ນ ຮວມທັງໝົດ 22 ເຮັກຕາຣ໌.
ເຈົ້າໜ້າທີ່ ຫ້ອງການ ແຜນການ ແລະ ການລົງທຶນ ເມືອງນາໝໍ້ ກ່າວວ່າ ປັຈຈຸບັນ ບໍຣິສັດ ຂົນຫິນ ສຸພາພອນ ຊຶ່ງເປັນ 1 ໃນຈໍານວນ 6 ບໍຣິສັດ ດັ່ງກ່າວກໍາລັງ ເຣີ່ມລົງມືຂຸດຄົ້ນຫິນຜາ ຢູ່ເຂດບ້ານນາທົ່ງ ເມືອງນາໝໍ້ ພາຍຫຼັງ ໄດ້ຮັບອະນຸຍາດຈາກທາງການ ແຕ່ການຂຸດຄົ້ນ ເທື່ອນີ້ ກໍບໍ່ໄດ້ ກວມເອົາ ດິນປະຊາຊົນ ແຕ່ຢ່າງໃດ ທ່ານວ່າ:
“ດຽວນີ້ໄດ້ຮັບການອິຫຍັງແລ້ວ ເຊັນສັນຍາ ເຂົາເຈົ້າກໍໄດ້ເຣີ່ມດໍາເນີນການ ຕາມນັ້ນແຫລະ, ອັນນີ້ ເປັນລັກສນະຂຸດຄົ້ນຫິນຜາ ເພື່ອສນອງ ໃຫ້ປະຊາຊົນພາຍໃນເມືອງ ຊື່ໆດອກ, ສນອງໃຫ້ປະຊາຊົນ ໃນການກໍ່ສ້າງ ຊື້ໄປນໍາໃຊ້ສ້າງບ້ານສ້າງເຮືອນນີ້ຊື່ໆ.”
ຕໍ່ຄໍາຖາມທີ່ວ່າ ບໍຣິສັດ ທີ່ ເຂົ້າມາຂຸດຄົ້ນ ຫິນຜາ ຈະນໍາຫິນ ທີ່ຂຸດຄົ້ນມາໄດ້ນັ້ນ ໄປສນອງໃຫ້ແກ່ໂຄງການ ສ້າງທາງຣົຖໄຟ ລາວ-ຈີນ ຫຼື ບໍ່ນັ້ນ ເຈົ້າໜ້າທີ່ ທ່ານນີ້ ກ່າວວ່າ ກໍອາດເປັນໄປໄດ້ ຍ້ອນປັຈຈຸບັນ ໂຄງການທາງຣົຖໄຟ ລາວ-ຈີນ ຕ້ອງການວັສດຸ ກໍ່ສ້າງຢ່າງຫຼວງຫຼາຍ ເພື່ອເລັ່ງວຽກງານ ໃຫ້ສໍາເຣັດ ທັນຕາມແຜນ, ແລະວ່າ ຢ່າງໃດກໍຕາມ ການຂຸດຄົ້ນຫິນຜາ ຢູ່ເຂດດັ່ງກ່າວ ຈະບໍ່ອະນຸຍາດ ໃຫ້ໃຊ້ຣະເບິດ ຢ່າງເດັດຂາດ ເພື່ອປ້ອງກັນ ບໍ່ໃຫ້ສົ່ງຜົນຕໍ່ຊາວບ້ານ ແລະ ສິ່ງແວດລ້ອມ ແລະວ່າການຂຸດຄົ້ນ ຫິນຜາ ແຕ່ລະໂຄງການ ໃນລາວ ຣັຖບານ ອະນຸຍາດ ໃຫ້ແກ່ ບໍຣິສັດ ທີ່ ຄົນລາວ ເປັນເຈົ້າຂອງ ເທົ່ານັ້ນ ຈະບໍ່ອະນຸຍາດ ໃຫ້ບໍຣິສັດ ຈາກຕ່າງປະເທດ ເຂົ້າມາດໍາເນີນການ.
ຣາຍງານວ່າສໍາລັບ 6 ບໍຣິສັດ ທີ່ໄດ້ຮັບອະນຸຍາດ ຈາກທາງການ ແຂວງອຸດົມໄຊ ໃນການຂຸດຄົ້ນ ຫິນຜາເທື່ອນີ້ມີບໍຣິສັດຂົນຫິນ ຈ່າງເຊີນ ຈໍາກັດ ລົງທຶນຢູ່ບ້ານຫ້ວຍອ່ອນ ເມືອງນາໝໍ້, ບໍຣິສັດ ເກດທະລາ ລົງທຶນ ຢູ່ບ້ານນາຕອງ ເມືອງນາໝໍ້, ບໍຣິສັດ ອຸດົມພອນ ລົງທຶນ ຢູ່ບ້ານນໍ້າວີນໃຕ້ ເມືອງນາໝໍ້, ບໍຣິສັດ ສຸພາພອນ ລົງທຶນ ຢູ່ບ້ານນາທົ່ງ ເມືອງນາໝໍ້ ບໍຣິສັດ ສາຍທອງ ລົງທຶນ ຢູ່ບ້ານລາງຈີງ ເມືອງຮຸນ ແລະ ບໍຣິສັດ ຂຸດຄົ້ນ ແລະປຸງແຕ່ງຫິນອຸດສະຫະກັມ ອາຢິວ ລົງທຶນຢູ່ບ້ານ ຫ້ວຍຊູ ເມືອງຫລາ.